Friday, November 14, 2025
Homeແຈ້ງການສໍາຄັນແຈ້ງເຕືອນໄພ ພາຍຸດີເປຊັນ ປະຈຳເຊົ້າວັນ ທີ 23 ຕຸລາ 2025

ແຈ້ງເຕືອນໄພ ພາຍຸດີເປຊັນ ປະຈຳເຊົ້າວັນ ທີ 23 ຕຸລາ 2025

ພາຍຸໝູນເຂດຮ້ອນເຟີງເຊິນ (FENGSHEN) ໄດ້ອ່ອນກໍາລັງລົງກາຍເປັນພາຍຸດີເປຊັນ, ກໍາລັງເຄື່ອນທີ່ຢູ່ໃກ້ແຄມຝັ່ງພາກກາງປະເທດຫວຽດນາມ, ຄາດວ່າໃນຕອນບ່າຍມື້ນີ້ຈະສືບຕໍ່ເຄື່ອນທີ່ເຂົ້ພາກກາງປະເທດຫວຽດນາມ, ຫລັງ ຈາກນັ້ນຈະສືບຕໍ່ອ່ອນກໍາລັງລົງຕື່ມອີກ ກາຍເປັນຍ່ອມຄວາມກົດດັນອາກາດຕໍ່າ. ຊຶ່ງຈະເຮັດໃຫ້ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງຢູ່ເກືອບທົ່ວໄປຢູ່ໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນ ບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຢູ່ເຂດພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດ ລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments