Home ຂ່າວຕ່າງປະເທດ ການາດາ ຍົກເວັ້ນພາສີນຳເຂົ້າເຫລັກ-ອະລູມິນຽມບາງລາຍການ ຈາກ ຈີນ-ສ.ອາເມລິກາ

ການາດາ ຍົກເວັ້ນພາສີນຳເຂົ້າເຫລັກ-ອະລູມິນຽມບາງລາຍການ ຈາກ ຈີນ-ສ.ອາເມລິກາ

0

ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ການາດາ ໄດ້ສະເໜີຍົກເວັ້ນພາສີນຳເຂົ້າເຫລັກ ແລະ ອະລູມິນຽມບາງລາຍການ ຈາກ ຈີນ ແລະ ສ.ອາເມລິກາ ເພື່ອພະຍາຍາມຊ່ວຍເຫລືອທຸລະກິດໃນປະເທດ ທີ່ໄດ້ຮັບຜົນກະທົບຈາກສົງຄາມ ການຄ້າ ລະຫວ່າງ ສອງປະເທດ ມະຫາອຳນາດ.

ໂດຍເອກະສານ ທີ່ເຜີຍແພ່ລະບຸວ່າ: ກະຊວງການເງິນ ໄດ້ແກ້ໄຂຄຳສັ່ງຍົກເວັ້ນພາສີເພີ່ມເຕີມປີ 2024 ສຳລັບການນໍາເຂົ້າ ສິນຄ້າຈາກຈີນ, ຊຶ່ງອະນຸມັດໃຫ້ຍົກເວັ້ນພາສີນໍາເຂົ້າເຫລັກ ແລະ ອະລູມິນຽມບາງລາຍການຈາກຈີນ ທີ່ບໍ່ໄດ້ຜະລິດໃນການາດາ. ໂດຍຄຳສັ່ງດັ່ງກ່າວມີຜົນຕັ້ງແຕ່ວັນທີ 15 ຕຸລທີ່ຜ່ານມາ ແລະ ຈະມີການເປີດເຜີຍລາຍລະອຽດເພີ່ມເຕີມ ໃນວັນທີ 5 ພະຈິກນີ້. ນອກນັ້ນກະຊວງການເງິນ ຍັງໄດ້ຍົກເວັ້ນພາສີນຳເຂົ້າເຫລັກ ແລະ ອະລູມິນຽມບາງລາຍການຈາກ ສ.ອາເມລິກາ ໃນສ່ວນຈຳເປັນຕໍ່ພາກສາທາລະນະສຸກ, ຄວາມໝັ້ນຄົງແຫ່ງຊາດ, ການຜະລິດ, ການກະສິກຳ ແລະ ອາຫານອື່ນໆ ອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version