Home ຂ່າວຕ່າງປະເທດ ກຳປູເຈຍ ນຳສົ່ງຜູ້ຕ້ອງຫາຫລອກລວງທາງອິນເຕີເນັດ ສ.ເກົາຫລີ 64 ຄົນ ກັບຄືນປະເທດ

ກຳປູເຈຍ ນຳສົ່ງຜູ້ຕ້ອງຫາຫລອກລວງທາງອິນເຕີເນັດ ສ.ເກົາຫລີ 64 ຄົນ ກັບຄືນປະເທດ

0

ວິທະຍຸ-ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ຄະນະກຳມະການປາບປາມການຫລອກລວງທາງອິນເຕີເນັດກຳປູເຈຍ ແຈ້ງຂ່າວວ່າ: ກຳປູເຈຍ ໄດ້ນຳສົ່ງຜູ້ຕ້ອງຫາຫຼອກລວງ ທາງອິນເຕີເນັດ ສ.ເກົາຫລີ 64 ຄົນ ກັບຄືນປະເທດ ໃນນີ້ລວມທັງ ຜູ້ຍິງ 5 ຄົນ. ຊຶ່ງຜູ້ຕ້ອງຫາ ເຫລົ່ານີ້ ໄດ້ຖືກນຳສົ່ງກັບຄືນປະເທດຈາກສະໜາມບິນສາກົນເຕໂຈ ນະຄອນຫລວງ ພະນົມເປັນ ແລະ ຈະຖືກດໍາເນີນຄະດີຕາມກົດໝາຍຢູ່ ສ.ເກົາຫລີ. ກ່ອນໜ້ານີ້, ກຳປູເຈຍໄດ້ນຳສົ່ງຜູ້ຕ້ອງຫາຫລອກລວງທາງອິນເຕີເນັດ ສ.ເກົາຫລີ ກັບຄືນປະເທດແລ້ວ 180 ຄົນ. ນັບແຕ່ເດືອນກໍລະກົດປີນີ້ເປັນຕົ້ນມາ, ກຳປູເຈຍ ໄດ້ດຳເນີນການປາບປາມການຫລອກລວງທາງອິນເຕີເນັດໃນຂອບເຂດທົ່ວປະເທດ. ວັນທີ 15 ຕຸລານີ້, ຄະນະກຳມະການປາບປາມການຫຼອກລວງທາງອິນເຕີເນັດກຳປູເຈຍແຈ້ງໃຫ້ຮູ້ວ່າ: ປະເທດຕົນໄດ້ຈັບຕົວຜູ້ຕ້ອງຫາຫລອກລວງທາງອິນເຕີເນັດໄດ້ 3.455 ຄົນແລ້ວ ພາຍໃນ ເວລາ 4 ເດືອນ, ຜູ້ທີ່ຖືກຈັບຕົວເຫລົ່ານີ້ ມາຈາກ 20 ປະເທດ, ໃນນັ້ນ ລວມທັງ ສ.ເກົາຫລີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version