Home ຂ່າວຕ່າງປະເທດ ຕາ​ຂ່າຍ​ໄຟ​ຟ້າ​ອາ​ຊຽນ ຈະ​ເຮັດ​ໃຫ້​ພາກ​ພື້ນ​ເປັນ​ສູນ​ກາງ​ພະ​ລັງ​ງານ​ສະ​ອາດ

ຕາ​ຂ່າຍ​ໄຟ​ຟ້າ​ອາ​ຊຽນ ຈະ​ເຮັດ​ໃຫ້​ພາກ​ພື້ນ​ເປັນ​ສູນ​ກາງ​ພະ​ລັງ​ງານ​ສະ​ອາດ

0

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີມາ​ເລ​ເຊຍ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ກອງ​ປະຊຸມ​ລັດຖະມົນຕີ​ພະລັງງານ​ອາ​ຊຽນ ຄັ້ງ​ທີ 43 (AMEM-43) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ, ທ່ານ​ກ່າວ​ວ່າ: ການ​ກໍ່ສ້າງ​ຕາ​ຂ່າຍ​ໄຟຟ້າທີ່​ເຊື່ອມໂຍງ​ກັນ​ໂດຍ​ຜ່ານ​ໂຄງການ​ຕາຂ່າຍ​ໄຟຟ້າ​ອາ​ຊຽນ (APG) ຈະ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງລະດັບ​ພາກ​ພື້ນ, ດຶງ​ດູດ​ການ​ລົງທຶນ​ສີຂຽວທີ່ເປັນມິດກັບສິ່ງແວດລ້ອມ, ສ້າງ​ວຽກ​ເຮັດ​ງານ​ທຳ​ທີ່​ມີ​ຄຸນ​ນະພາ​ບ ແລະ ຍົກລະດັບອາຊຽນເປັນສູນກາງພະລັງງານສະອາດ.

ທ່ານ ອັນວາ ກ່າວວ່າ: ຄວາມ​​ພະຍາຍາມຮ່ວມກັນ ​ແລະ ຄວາມຕັ້ງໃຈ​ທາງ​ດ້ານ​ການ​ເມືອງ​ຂອງ​ອາ​ຊຽນ​ໃນ​ການ​ປະສານ​ສົມທົບ​ກັບ​ລະບຽບ​ການ, ສະໜອງເງິນທຶນສຳລັບພື້ນຖານ​ໂຄງ​ລ່າງ​ ແລະ ສ້າງການປົກຄອງທີ່ມີປະສິດທະພາບຈະຊ່ວຍ​ໃຫ້​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ. ທ່ານ​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ອາ​ຊຽນທັງໝົດ ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ, ​ທັງ​ເລັ່ງດຳເນີນໂຄງການ​ເຊື່ອມ​ຈອດ, ປະສານງານລະບຽບການ ແລະ ລົງເລິກການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ​ຢ່າງ​ແໜ້ນ​ແຟ້ນ.

ທ່ານ ອັນວາ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ໂຄງການຕາ​ຂ່າຍ​ໄຟຟ້າ​ຂອງ​ອາ​ຊຽນ ​ໄດ້​ລິ​ເລີ່​ມຂຶ້ນ​ໃນ​ໄລຍະ 2 ທົດ​ສະ​ວັດ​ຜ່ານ​ມາ ​ຊຶ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ຊຽນ ​ໃນ​ການ​ເຊື່ອມ​ຕໍ່ລະບົບ​ຕາ​ຂ່າຍ​ໄຟຟ້າ, ການ​ແບ່ງປັນ​ຊັບພະຍາກອນ ​ແລະ ເສີມ​ສ້າງ​ຄວາມ​ເຂັ້ມແຂງ​ໂດຍຜ່ານ​ການ​ເພິ່ງ​ພາກັນ ຊຶ່ງຈະຊ່ວຍ​ໃຫ້​ອາ​ຊຽນສາມາດ​ໝູນ​ໃຊ້​ທ່າ​ແຮງ​ດ້ານ​ພະລັງງານ​ໝູນວຽນ, ຫຼຸດຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ເຊື້ອ​ໄຟ​ຟອສ​ຊິລ ແລະ​ ສະໜອງ​ໄຟຟ້າ​ຂ້າມຊາຍແດນໃນລາຄາທີ່ເປັນມິດ ​ແລະ ​ເຊື່ອ​ຖື​ໄດ້.

ພູມສັນຖານດ້ານພະລັງງານຂອງໂລກກໍາລັງປ່ຽນແປງ ພາຍໃຕ້ຄວາມກົດດັນຈາກການຫຼຸດການປ່ອຍກາກບອນ, ຄວາມໝັ້ນຄົງດ້ານການສະໜອງ ແລະ ຄວາມສາມາດເຂົ້າເຖິງພະລັງງານໃນລາຄາທີ່ ເໝາະສົມ. ການຫັນປ່ຽນຄັ້ງນີ້ຂອງອາຊຽນ ຊຶ່ງມີປະຊາກອນ 680 ລ້ານຄົນ ແລະ ເປັນໜຶ່ງໃນພາກພື້ນທີ່ເສດຖະກິດເຕີບໂຕໄວທີ່ສຸດໃນພາກພື້ນ ຈຶ່ງຕ້ອງມີຄວາມຮັບຜິດຊອບ ແລະ ຄວາມສາມັກຄີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version