Home ຂ່າວການເມືອງ ທູດລາວຍື່ນສານຕາຕັ້ງຕໍ່ສົມເດັດ ຊຸນຕານ ຮາຈິຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ

ທູດລາວຍື່ນສານຕາຕັ້ງຕໍ່ສົມເດັດ ຊຸນຕານ ຮາຈິຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ

0

ໃນຕອນບ່າຍຂອງວັນທີ 18 ຕຸລາ 2025 ຜ່ານມາ, ທ່ານ ເຮືອນແກ້ວ ສັງສົມສັກ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ (His Majasty Sultan Haji Hassanal Bolkiah and Yang Di Pertuan of Brunei Darussalam) ແຫ່ງ ບຣູໄນ ດາຣູຊາລາມ ທີ່ ພະລາດຊະວັງ Istana Nurul Iman, ບັນດາ ເສຣີເບກາວັນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳ ບຣູໄນ ດາຣູຊາລາມ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ, ກະຊວງການຕ່າງ ປະເທດ, ເຈົ້າໜ້າທີ່ຂອງສຳນັກພະລາດຊະວັງຂອງ ບຣູໄນ ແລະ ພະນັກງານການທູດ ຈາກສະຖານທູດ ແຫ່ງ ສປປ ລາວ ປະຈໍາ ບຣູໄນ ດາຣູຊາລາມ ເຂົ້າຮ່ວມ.

ພາຍຫລັງພິທີຍື່ນສານຕາຕັ້ງໄດ້ສຳເລັດລົງ, ສົມເດັດ ຊຸນຕານ ໄດ້ພົບປະໂອ້ລົມກັບ ທ່ານເອກອັກຄະລັດຖະທູດລາວ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ໂດຍພະອົງໄດ້ສະແດງຄວາມຊົມເຊີຍຕໍ່ການມາດຳລົງຕຳແໜ່ງຂອງ ທ່ານເອກອັກຄະລັດຖະທູດລາວ ປະຈຳ ບຣູໄນ ດາຣູຊາລາມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ສປປ ລາວ ແລະ ບຣູໄນ ດາຮູຊາລາມ ນັບມື້ນັບຈະເລີນງອກງາມຍິ່ງຂຶ້ນ. ສົມເດັດ ຊຸນຕານ ຍັງໄດ້ສະແດງຄວາມຂອບໃຈ ແລະ ຝາກຄໍາຢື້ຢາມຖາມຂ່າວເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໂດຍໄດ້ກ່າວເຖິງຄວາມຊົງຈໍາອັນດີງາມ ແລະ ຄວາມປະທັບໃຈ ທີ່ບັນດາການນໍາ ແລະ ປະຊາຊົນລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນໂອກາດສົມເດັດ ໄດ້ໄປຢ້ຽມຢາມ ສປປ ລາວ ໃນປີ 2023 ແລະ 2024 ຜ່ານມາ.

ໂອກາດດັ່ງກ່າວ, ທ່ານ ເຮືອນແກ້ວ ສັງສົມສັກ ໄດ້ກ່າວສະແດງຄວາມຮູ້ສຶກເປັນກຽດ ແລະ ຍິນດີທີ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມາປະຕິບັດໜ້າທີ່ອັນສໍາຄັນຢູ່ ປະເທດ ບຣູໄນ ດາຣູຊາລາມ, ພ້ອມທັງໄດ້ນໍາເອົາຄວາມຍື້ຢາມຖາມຂ່າວອັນອົບອຸ່ນຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄໍາອວຍພອນໄຊອັນປະເສີດມາຍັງ ສົມເດັດ ຊຸນຕານ ແລະ ສົມເດັດ ພະລາຊີນີ ໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ-ບຣູໄນ ພວມສະເຫລີມສະ ຫລອງສາຍພົວພັນທາງການທູດຮ່ວມກັນ ຄົບຮອບ 32 ປີ ໂດຍສະເພາະຄຳອວຍພອນອັນປະເສີດເນື່ອງໃນໂອກາດວັນເກີດ ຄົບຮອບ 79 ປີ ຂອງສົມເດັດ ຊຸນຕານ ແລະ ສົມເດັດ ພະລາຊິນີ ເມື່ອບໍ່ດົນຜ່ານມາ ກໍຄື ການຢ້ຽມຢາມລັດຖະກິດ ສປປ ລາວ ຂອງສົມເດັດ ຊຸນຕານ ໃນເດືອນຕຸລາ 2023, ການຢ້ຽມຢາມສອງຝ່າຍໃນໄລຍະທີ່ພະອົງ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນເດືອນ ຕຸລາ 2024 ປະຊາຊົນລາວ ມີຄວາມດີໃຈຕໍ່ການຢ້ຽມຢາມດັ່ງກ່າວຂອງພະອົງ ແລະ ຫວັງຢ່າງຍິ່ງວ່າ ສປປ ລາວ ຈະມີໂອກາດໄດ້ຕ້ອນຮັບສົມເດັດ ຊຸນຕານ ສະເດັດຢ້ຽມຢາມ ສປປ ລາວ ໃນເວລາທີ່ພະອົງມີຄວາມສະດວກ. ພ້ອມນີ້, ທ່ານ ເຮືອນແກ້ວ ສັງສົມສັກ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງທີ່ສົມເດັດ ຊຸນຕານ ຈະໄດ້ໃຫ້ການຕ້ອນຮັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບໃນໂອກາດທີ່ທ່ານລັດຖະມົນຕີ ຈະເດີນທາງມາຢ້ຽມຢາມທາງການ ບຣູໄນ ໃນລະຫວ່າງວັນທີ 19-22 ຕຸລາ 2025 ນີ້.

ພ້ອມນີ້, ທ່ານ ເຮືອນແກ້ວ ສັງສົມສັກ ໃນນາມຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສົມເດັດ ຊຸນຕານ ກໍຄື ປະຊາຊົນບຣູໄນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະພາະ ໃນໄລຍະທີ່ ສປປ ລາວ ປະສົບກັບໄພພິບັດທາງທໍາມະຊາດ ແລະ ໃນໄລຍະທີ່ ສປປ ລາວ ຮັບກຽດເປັນປະທານອາຊຽນ ໃນປີ 2024 ຜ່ານມາ ກໍຄື ການຮ່ວມມືໃນຂອບຫລາຍຝ່າຍອື່ນໆ. ທ່ານ ເຮືອນແກ້ວ ສັງສົມສັກ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດໜ້າດ້ວຍຄວາມຕັ້ງໃຈ ແລະ ສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາຍາວນານຕະຫລອດໄລຍະ 3 ທົດສະວັດຜ່ານມາ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໄດ້ສ້າງຕັ້ງສາຍພົວພັນການທູດກັບ ສປປ ລາວ ໃນວັນທີ 27 ກໍລະກົດ 1993.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version