ວິທະຍຸ-ໂທລະພາບສູນກາງຈີນ, ໃນເວລາເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດແມ່ຍິງໂລກ, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວວ່າ: “ໃນຂະບວນການໃໝ່ແຫ່ງການສ້າງຄວາມທັນສະໄໝແບບຈີນ, ແມ່ຍິງທຸກຄົນກໍແມ່ນນາງເອກ!” ຄຳປາໄສຂອງ ທ່ານ ສີ ຈິ້ນຜິງ ໄດ້ເຮັດໃຫ້ແມ່ຍິງ ແລະ ຜູ້ເຮັດວຽກ ກ່ຽວກັບແມ່ຍິງ ຂອງ ສປ ຈີນ ອັນໄພສານ ໄດ້ຮັບກຳລັງໃຈ ຢ່າງເລິກເຊິ່ງ, ໂດຍສະແດງວ່າ: ແມ່ຍິງ ແລະ ຜູ້ເຮັດວຽກກ່ຽວກັບແມ່ຍິງ ທັງຫລາຍເຫັນວ່າ: ຄຳປາໄສ ຂອງທ່ານ ສີ ຈິ້ນຜິງ ໄດ້ຢືນຢັນ ຜົນສຳເລັດ ແລະ ການປ່ຽນແປງ ທີ່ມີລັກສະນະ ປະຫວັດສາດ ຂອງພາລະກິດ ແມ່ຍິງຈີນ, ໄດ້ສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ ໃນລະດັບສູງ ຕໍ່ພາລະກິດແມ່ຍິງ ຂອງທ່ານ ສີ ຈິ້ນຜິງ ຢ່າງເຕັມສ່ວນ, ເຊິ່ງໄດ້ສ້າງຄວາມໝັ້ນໃຈ ແລະ ກຳລັງແຮງ ໃຫ້ຂະບວນການໃໝ່ ແຫ່ງການເລັ່ງລັດ ພັດທະນາແມ່ຍິງ ຢ່າງຮອບດ້ານ. ໃນອະນາຄົດ,ຈະຖືເອົາຈິດໃຈ ຄຳປາໄສ ອັນສຳຄັນຂອງ ທ່ານ ສີ ຈິ້ນຜິງ ເປັນທິດຊີ້ນຳ, ສ້າງຜົນງານດີເດັ່ນ ໃນໜ້າທີ່ການງານຂອງຕົນ ແລະ ປະກອບສ່ວນ ເຂົ້າໃນພຶດຕິກຳ ທີ່ຍິ່ງໃຫຍ່ ແຫ່ງການສ້າງ ຄວາມທັນສະໄໝ ແບບຈີນ ຢ່າງບໍ່ຢຸດຢັ້ງ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ