ຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ.

ຊຶ່ງຈະເຮັດໃຫ້ອາກາດຮ້ອນ ໂດຍສະເພາະໃນຕອນບ່າຍ, ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງຢູູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.