#ພາຍຸໝູນເຂດຮ້ອນແມດໂມ (Matmo) ປະຈໍາວັນທີ 05 ຕຸລາ 2025, ເວລາ 12:00 ໂມງ ໃນເວລາ 07:00 ໂມງ ຂອງວັນທີ 05 ຕຸລາ 2025, ພາຍຸໝູນເຂດຮ້ອນແມດໂມ (Matmo) ຫົວທີ 21 ປະຈໍາປີ 2025 ມີຈຸດສູນກາງຢູູ່ເສັັ້ນຂະໜານທີີ່ 21.1 ອົງສາເໜືອ ແລະ ເສັັ້ນແວງທີີ່ 111.8 ອົງສາຕາເວັນອອກ, ໄດ້ເຄືີ່ອນທີີ່ຜ່ານເກາະໄຫໜານ ສປ ຈີນ ຈາກນັັ້ນຄາດວ່າມຸ້ງໜ້າເຂົ້າສູ່ພາກເໜືອຂອງ ສສ ຫວຽດນາມ ໃນລະຫ່ວາງວັນທີ 05 ຫາ 06 ຕຸລາ 2025 ທີີ່ຈະອ່ອນກໍາລັງລົງກາຍເປັນພາຍຸດີເປຊັນ ແລະ ຈະອ່ອນກໍາລັງລົງຕາມລໍາດັບກາຍເປັນຍ່ອມຄວາມກົດດັນອາກາດຕໍ່າ.
ສໍາລັບ ສປປ ລາວ ອາດຈະໄດ້ຮັບຜົນກະທົບທາງອ້ອມຕໍ່ພາຍຸຫົວນີ້ເນືີ່ອງຈາກວ່າ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງປົກຄຸມຢູູ່ທົົ່ວທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ເກີດມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຈະມີຝົນຕົກປານກາງ ຫາ ໜັກ ພ້ອມລົມພັດແຮງຢູູ່ບາງທ້ອງຖິີ່ນແຂວງພາກເໜືອ ໃນໄລຍະວັນທີ 06 ຫາ 07 ຕຸລາ 2025.

ດັ່ງນັັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົົ່າ, ອົງການປົກຄອງທ້ອງຖິີ່ນ ແລະ ອົງການຈັດຕັັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີີ່ອາດຈະເຮັດໃຫ້ເກີດມີດິນເຈືີ່ອນ ນໍ້າປ່າໄຫລຊຸແຮງ, ນໍ້າຖ້ວມຍືີ່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ
ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນືີ່ອງ.