Home ຂ່າວໜ້າໜຶ່ງ ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II

ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II

0

ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສໍາຫຼັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II ໃນວັນທີ 1 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ສົ່ງເສີມການນຳໃຊ້ປະໂຫຍດທາງດ້ານປະຊາກອນ ໂດຍສຸມໃສ່ວຽກງານການສຶກສາ, ການສ້າງວຽກເຮັດງານທໍາ, ການສ້າງຄວາມເຂັ້ມແຂງ ແລະ ການມີສ່ວນຮ່ວມ” ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ທົບທວນການຈັດຕັ້ງປະຕິບັດ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD), ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາປີ 2019-2030 ແລະ ຜົນກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ I ໃນປີ 2023 ເພື່ອສຸມໃສ່ຈັດຕັ້ງປະຕິບັດທ້າຍສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ແຜນດໍາເນີນງານການພັດທະນາປະຊາກອນ ສໍາລັບລາວ (2025-2030).

ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ປະຊາກອນຂອງລາວ ເກືອບເຄິ່ງໜຶ່ງ ມີອາຍຸຕໍ່າກວ່າ 25 ປີ ຖືເປັນທ່າແຮງສໍາຄັນໃນການປ່ຽນແປງໂຄງສ້າງດ້ານອາຍຸຂອງປະຊາກອນ ທີ່ມີປະຊາກອນໜຸ່ມ ເຮັດວຽກໃຫ້ພວກເຮົາ. ສະນັ້ນ, ຖ້າຢາກໄດ້ຮັບຜົນປະໂຫຍດດ້ານປະຊາກອນພວກເຮົາຕ້ອງສືບຕໍ່ລົງທຶນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຢ່າງມີຈຸດສຸມ ລວມທັງຂະຫຍາຍການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ມີການຈ້າງງານທີ່ເໝາະສົມ, ສ້າງໂອກາດ ແລະ ເງື່ອນໄຂທີ່ດີໃນການສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ ເພື່ອໃຫ້ສາມາດປະກອບສ່ວນຍູ້ແຮງການເຕີບໂຕດ້າສເສດຖະກິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ມີຄຳເຫັນວ່າ: ໄວໜຸ່ມ ມີຄວາມສໍາຄັນ ແລະ ເປັນໃຈກາງໃນການພັດທະນາປະເທດຊາດ, ພວກເຮົາຕ້ອງສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ ໂດຍຜ່ານການສຶກສາທີ່ມີຄຸນນະພາບ, ມີວຽກເຮັດງານທໍາທີ່ດີ ແລະ ມີນະໂຍບາຍທີ່ຊ່ວຍສະໜັບສະໜູນເຂົາເຈົ້າ ເພື່ອໃຫ້ສາມາດປະກອບສ່ວນຢ່າງເຕັມສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ. ສ່ວນພາກເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາ ແມ່ນມີສ່ວນສໍາຄັນໃນການສະໜັບສະໜູນວຽກງານນີ້ໃຫ້ໄດ້ຮັບຜົນສໍາເລັດ.

ບັນດາເອກອັກຄະລັດຖະທູດ, ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ໄດ້ຢືນຢັນຄືນຄໍາໜັ້ນສັນຍາໃນການສະໜັບສະໜູນລາວ ເພື່ອຊຸກຍູ້ຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຂີດຄວາມສາມາດໃຫ້ໄວຫນຸ່ມ, ສົ່ງເສີມສຸຂະພາບທາງເພດ, ສິດທິດ້ານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ, ຕ້ານການໃຊ້ຄວາມຮຸນແຮງທາງເພດ ແລະ ຂໍ້ມູນສໍາລັບການພັດທະນາ.

ທ່ານ Bakhodir Burkhanov ຜູ້ປະສານງານຂອງອົງການສະຫະປະຊາຊາດປະຈຳລາວ ມີຄຳເຫັນວ່າ: “ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II ເປັນເວທີສໍາຄັນ ເພື່ອຢັ້ງຢືນພາລະກິດລວມຂອງພວກເຮົາ. ທີມງານອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ ພ້ອມທີ່ຈະສະຫນັບສະຫນູນລັດຖະບານ ຈັດຕັ້ງປະຕິບັດແຜນງານປັນຜົນທາງດ້ານປະຊາກອນ ສໍາລັບລາວ (2025-2030). ພວກເຮົາສາມາດເຮັດໃຫ້ກາລະໂອກາດນີ້ ກ້າວໄປສູ່ການເຕີບໂຕ ແລະ ຄວາມຈະເລີນຮຸ່ງເຮືອງສໍາລັບທຸກຄົນ ດ້ວຍການປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ”.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ເປັນເອກະພາບ ໃນການເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດ 9 ຂົງເຂດບຸລິມະສິດ ແລະ 25 ວຽກງານຈຸດສຸມ ທີ່ພາກລັດຖະບານ, ທຸກພາກສ່ວນຂອງສັງຄົມ ລວມທັງບັນດາຄູ່ຮ່ວມພັດທະນາ ຕ້ອງໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ເພື່ອຮັບປະກັນໃຫ້ຊັບພະຍາກອນມະນຸດ ໂດຍສະເພາະໄວໜຸ່ມເປັນກໍາລັງແຮງພັດທະນາເສດຖະກິດ-ສັງຄົມຂອງຊາດໃນອະນາຄົດ. ເນື້ອໃນສຳຄັນຈະໄດ້ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).

ກອງປະຊຸມຄັ້ງນີ້ ໄດ້ເປັນໂອກາດໃຫ້ລັດຖະບານລາວ ຢືນຢັນຄືນຄຳໝັ້ນສັນຍາໃນການເລັ່ງຈັດຕັ້ງປະຕິບັດ ແຜນດຳເນີນງານກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD PoA), ຜົນກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ I ແລະ ຄັ້ງທີ II ໂດຍຜ່ານການຮຽກຮ້ອງຄວາມຮ່ວມມື ແລະ ສະໜັບສະໜູນຈາກທຸກພາກສ່ວນທີ່ກ່ຽວຂ້ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version