Wednesday, September 24, 2025
Homeຂ່າວພາຍໃນສສກ ແລະ ນະຄອນຫລວງວຽງຈັນ ສ້າງຂະບວນການຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ

ສສກ ແລະ ນະຄອນຫລວງວຽງຈັນ ສ້າງຂະບວນການຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ

ນະຄອນຫລວງວຽງຈັນ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ(ສສກ) ຈັດກິດຈະກໍາແຂ່ງຂັນກິລາ, ສິລະປະ ແລະ ຖາມ-ຕອບ ກ່ຽວກັບ 3 ວັນປະຫວັນຊາດຂອງພັກ ໃນວັນທີ 19 ກັນຍາ 2025 ຜ່ານມາ ຢູ່ ສະໜາມກິລາລ້ານຊ້າງ ນະຄອນຫລວງວຽງຈັນ. ທັງນີ້ ກໍເພື່ອເປັນການສ້າງຂວນການຂໍ່ານັບຮັບຕ້ອນ ແລະ ສະເຫລີມສະຫລອງ 3 ວັນປະຫວັດສາດ ຕິດພັນກັບການຫ້າງຫາກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກີລາ ຄັ້ງທີ X ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ, ມີຄະນະພັກ-ຄະນະນໍາ ຂອງທັງສອງພາກສ່ວນ ແລະ ມວນຊົນຈາກພາກສ່ວນຕ່າງໆ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງນະຄອນຫລວງວຽງຈັນ ເຂົ້າຮ່ວມຮັບຊົມ.

ທ່ານເຈົ້າຄອງນະຄອນຫລວງວຽງຈັນ ໄດ້ມີຄໍາເຫັນວ່າ: ການຈັດກິດຈະກໍາຄັ້ງນີ້, ນອກຈາກເປັນການສ້າງຂວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກີລາ ຄັ້ງທີ X, ຍັງເປັນການສ້າງຄວາມສາມັກຄີພາຍໃນ, ຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ມີຄວາມພົ້ນເດັ່ນ, ທັງເພີ່ມໂອກາດແກ່ພະນັກງານ-ລັດຖະ ກອນ ໄດ້ໃກ້ຊິດຕິດແທດ, ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນ ຫລາຍຂຶ້ນ ຊຶ່ງງບັນຍາກາດການແຂ່ງຂັນ ສ່ອງແສງໄດ້ນໍ້າໃຈນັກກິລາ, ມີຄວາມສາມັກຄີຮັກແພງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຢ່າງແທ້ຈິງ.

ການສ້າງຂະບວນການແຂ່ງຂັນໃນຄັ້ງນີ້, ປະກອບມີ: ກິລາເຕະບານ, ດຶງເຊືອກ, ສະແດງສິລະປະ ແລະ ຖາມ-ຕອບ ກ່ຽວກັບ 3 ວັນປະຫວັນຊາດຂອງພັກ ໃນປີ 2025 ນີ້, ເພື່ອໃຫ້ນ້ອງນ້ອຍເຍົາວະຊົນ-ອະນຸຊົນທີ່ເຂົ້າຮ່ວມໄດ້ມີສ່ວນຮ່ວມໃນການຕອບຄໍາຖາມ. ພ້ອມນີ້, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ກໍໄດ້ມອບຊຸດກິລາຈໍາໜຶ່ງໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ກ່າວຄວາມຂອບໃຈມາຍັງສະໜາມກິລາລ້ານຊ້າງອິນທຣາ ທີ່ໄດ້ເອື້ອອໍານວຍຄວາມສະດວກໃຫ້ແກ່ການຈັດງານໃນຄັ້ງນີ້ ແລະ ທຸກໆການສະໜັບສະໜູນຂອງພາກສ່ວນຕ່າງໆ ເຮັດໃຫ້ຂະບວນການໃນຄັ້ງນີ້ມີຜົນສໍາເລັດຢ່າງຈົບງາມ.

ໃນໂອກາດດຽວກັນ. ທ່ານ ລັດຖະມົນຕີກະຊວງສືກສາທິການ ແລະ ກິລາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຈັດງານຄັ້ງນີ້, ພ້ອມທັງກ່າວເຖິງ ແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ Xll ທີ່ນະຄອນຫລວງວຽງຈັນ ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້.

ພາບ: ເສດຖະກິດການຄ້າ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments