Home ຂ່າວຕ່າງປະເທດ ອັງກິດ ດຶງດູດເງິນລົງທຶນ ຫລາຍກວ່າ 204 ຕື້ໂດລາສະຫະລັດ

ອັງກິດ ດຶງດູດເງິນລົງທຶນ ຫລາຍກວ່າ 204 ຕື້ໂດລາສະຫະລັດ

0

ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ລັດຖະບານ ອັງກິດ ໃຫ້ຮູ້ວ່າ: ການຢ້ຽມຢາມ ທາງລັດຖະກິດຂອງ ທ່ານ ໂດນັນ ທຣຳ, ປະທາ ນາທິບໍດີ ສ.ອາເມລິກາ ໄດ້ດຶງດູດ ເງິນລົງທຶນ ຫລາຍກວ່າ 204 ຕື້ໂດລາ ສະຫະລັດ ເຂົ້າໃນປະເທດອັງກິດ, ລວມມີ ທັງບັນດາຄຳ ໝັ້ນສັນຍາໃໝ່ ແລະ ຄຳໝັ້ນສັນຍາ ໄດ້ຮັບການປະກາດກ່ອນນັ້ນແລ້ວ. ນີ້ແມ່ນບ້ວງ ເງິນລົງທຶນ ທາງການ ຄ້າເຂົ້າອັງກິດ ໃຫຍ່ທີ່ສຸດ ນັບແຕ່ກ່ອນ ມາຮອດ ປັດຈຸບັນ ທີ່ຕິດພັນກັບການຢ້ຽມຢາມ ທາງລັດຖະກິດ. ໃນບັນດາບ້ວງ ເງິນລົງທຶນໃຫຍ່ ມີຄຳໝັ້ນສັນຍາ ໄລຍະຍາວນານ ທີ່ມີມູນຄ່າ ປະມານ 136 ຕື້ໂດລາ ສະຫະລັດ ຂອງກຸ່ມບໍລິສັດ ຫຸ້ນສ່ວນ ເອກະຊົນ Blackstone, ພ້ອມ ກັບ ບ້ວງເງິນລົງທຶນ ປະມານ 5,3 ຕື້ ໂດລາສະຫະລັດຈາກ Prologis ສະ ຫງວນ ໃຫ້ແກ່ ຂົງເຂດວິທະຍາສາດ ກ່ຽວກັບ ຊີວິດ ແລະ ການຜະລິດ ທີ່ກ້າວໜ້າ. ລັດຖະບານ ອັງກິດ ເນັ້ນໜັ້ກວ່າ ບັນດາຄຳໝັ້ນສັນຍາ ລົງທຶນ ດັ່ງກ່າວ ຈະສ້າງ ວຽກເຮັດ ງານທຳໃໝ່ ປະມານ 7.600 ຕຳແໜ່ງ, ພ້ອມທັງ ຢັ້ງຢືນການຕ້ອນຮັບ ທ່ານ ໂດນັນ ທຣຳ ເປັນສອງຄັ້ງ ໃນໄລຍະເວລາ ພຽງແຕ່ສັ້ນໆ ຈະນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດຢ່າງແທ້ຈິງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version