Home ຂ່າວຕ່າງປະເທດ ຣັດເຊຍ-ອິນເດຍ ຈະກຳນົດເວລາ ຈັດການພົບປະສຸດຍອດ ໃນຕໍ່ໜ້າ

ຣັດເຊຍ-ອິນເດຍ ຈະກຳນົດເວລາ ຈັດການພົບປະສຸດຍອດ ໃນຕໍ່ໜ້າ

0

ວິທະຍຸກະຈາຍສຽງຫວຽດນາມ,​ ເມື່ອບໍ່ດົນມານີ້, ຢູ່ວັງເຄຣມ ລິນ(Kremlin) ແຈ້ງໃຫ້ຊາບວ່າ ທ່ານ ວະລາດີເມຍ ປູຕິນ(Vladimir Putin), ປະທານາທິບໍດີ ຣັດເຊຍ ແລະ ທ່ານ ນາເຣັນທຣາ ໂມດີ(Narendra Modi),ນາຍົກລັດຖະມົນຕີ ອິນເດຍ ໄດ້ດຳເນີນ ການໂອ້ລົມ ທາງໂທລະສັບ ເພື່ອ ປຶກສາ ຫາລື ກ່ຽວກັບ ການພົວພັນສອງຝ່າຍ ແລະ ສະພາບການ ກ່ຽວ ຂ້ອງເຖິງການ ປະທະກັນຢູ່ ອູແກຣນ. ຢູ່ການໂອ້ລົມທາງໂທລະສັບ, ທ່ານ ວະລາດີເມຍ ປູຕິນ ຢັ້ງຢືນ ການພົວພັນ ລະຫວ່າງ ຣັດເຊຍ ແລະ ອິນເດຍ ຍາມໃດ ກໍ່ເປັນມິດ ໃນຕະຫລອດ ໄລຍະປະຫວັດສາດ ແຫ່ງຍຸກ ສະໄໝ, ອີງຕາມ ການສະໜັບ ສະໜູນ ຂອງປະຊາຊົນສອງປະເທດ. ການນຳ ສອງທ່ານ ລ້ວນແຕ່ສະແດງ ຄວາມເພິ່ງພໍໃຈ ຕໍ່ການພັດທະນາ ຢ່າງສຳ ເລັດຜົນ ຂອງການພົວພັນສອງຝ່າຍ ໃນຈຸດເວລາ ປັດຈຸ ບັນ. ນອກຈາກ ນັ້ນ, ສອງຝ່າຍ ກໍ່ເຕື້ອງເຖິງ ການກະກຽມໃຫ້ແກ່ ການຢ້ຽມຢາມ ອິນເດຍ ຂອງ ທ່ານ ປະທະນາທິບໍດີ ຣັດເຊຍໃນເດືອນ ທັນວາ ຈະມາເຖິງ, ພ້ອມທັງ ແລກປ່ຽນກ່ຽວກັບ ບັນດາ ບັນຫາ ສາກົນ, ໃນນັ້ນມີສະພາບການ ທີ່ກ່ຽວຂ້ອງເຖິງ ອູແກຣນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version