Home ຂ່າວພາຍໃນ ທສວ ສະໜອງທຶນເບື້ອງຕົ້ນ ໃຫ້ທະນາຄານສົ່ງເສີມກະສິກຳ ຈຳກັດ

ທສວ ສະໜອງທຶນເບື້ອງຕົ້ນ ໃຫ້ທະນາຄານສົ່ງເສີມກະສິກຳ ຈຳກັດ

0

ພິທີເຊັນສັນຍາສະໜອງທຶນລະຫວ່າງກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ແລະ ທະນາຄານ ສົ່ງເສີມກະສິກຳ ຈຳກັດ (ທສກ) ໄດ້ຈັດຂຶ້ນໃນວັນທີ 12ກັນຍາ ຜ່ານມານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ.

ຮ່ວມລົງນາມຄັ້ງນີ້ ຕາງໜ້າ ທສວ ໂດຍທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຕາງໜ້າ ທສກ ໂດຍ ທ່ານ ພິລາວັນ ສໍພາບມີໄຊ ຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ ຈຳກັດ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຮອງປະທານສະພາບໍລິຫານ ທສວ, ທ່ານ ພົງສະຫວັດ ເສນາພວນ ປະທານສະພາບໍລິຫານ ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ໃນຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ຊຶ່ງມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເນື່ອງຈາກຈະເປັນການຢັ້ງຢືນຮັບເອົາ ທສກ ເຂົ້າມາເປັນຄູ່ຮ່ວມມືໃໝ່ ຂອງ ທສວ ໃນບ້ວງເງິນປະກອບທຶນຂອງລັດຖະບານ ອັດຕາດອກເບ້ຍ 3% ຕໍ່ປີ ຊຶ່ງສະໜອງທຶນເບື້ອງຕົ້ນ ໃຫ້ ທສກ ເປັນມູນຄ່າ 30 ຕື້ກີບ ເພື່ອໃຫ້ທະນາຄານນຳເອົາທຶນດັ່ງກ່າວ ໄປປ່ອຍກູ້ໃຫ້ ຈນກ ຕາມຂະແໜງ ແລະ ຂົງເຂດບຸລິມະສິດຂອງລັດຖະບານ ໃນຂອບເຂດທົ່ວປະເທດ. ວົງເງິນປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ສາມາດກູ້ຢືມໄດ້ບໍ່ເກີນ 2.5 ຕື້ກີບຕໍ່ຄັ້ງ, ວິສາຫະກິດຂະໜາດນ້ອຍ ສາມາດກູ້ຢືມໄດ້ບໍ່ເກີນ 4 ຕື້ກີບຕໍ່ຄັ້ງ, ວິສາຫະກິດຂະໜາດກາງ ສາມາດກູ້ຢືມໄດ້ບໍ່ເກີນ 5 ຕື້ກີບຕໍ່ຄັ້ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version