Home ຂ່າວພາຍໃນ ປະຊຸມຜູ້ບໍລິຫານການສຶກສາ ແລະກິລາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ

ປະຊຸມຜູ້ບໍລິຫານການສຶກສາ ແລະກິລາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ

0
7

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-11 ກັນຍາ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີພະອາຈານ ຈັນດາ ເຄນສັກດາ ຄະນະ ອປສ ແຂວງ, ໂດຍພາຍໃຕ້ການເປັນປະທານກອງປະຊຸມຂອງທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ, ຈາກນີ້ກໍ່ມີບັນດາທ່ານເລຂາພັກເມືອງ-ນະຄອນ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ບັນດາຫ້ອງການສຶກສາທິການ-ກິລາທົ່ວແຂວງ, ແຂກຖືກເຊີນ, ສະຖາບັນການສຶກສາພາກລັດ ແລະເອກະຊົນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດນີ້, ທ່ານ ປອ ສຸກສົມພອນ ອະໂນໄທ ກໍ່ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການວ່າ: ເນື່ອງຈາກວ່າກອງປະຊຸມຄັ້ງນີ້ ໃຊ້ເວລາ 2 ວັນ, ດັ່ງນັ້ນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸໄດ້ຕາມຈຸດປະສົງຄາດໝາຍທີ່ວາງໄວ້ ຈິ່ງຂໍຮຽກຮ້ອງມາຍັງຜູ້ແທນກອງປະຊຸມທຸກທ່ານ ຈົ່ງເປັນເຈົ້າການສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າ ແລະປະກອບຄຳຄິດ-ຄຳເຫັນໃຫ້ເລິກເຊິ່ງຢ່າງກົງໄປ-ກົງມາ, ໂດຍສະເພາະການແກ້ໄຂການຂາດແຄນຄູດ້ວຍຮູບແບບການໂຮມໂຮງຮຽນທີ່ກະແຈກກະຈາຍກາຍເປັນໂຮງຮຽນຂະໝາດໃຫຍ່, ຊອກໃຫ້ເຫັນສະພາບບັນຫາ, ສາເຫດຂອງບັນຫາ, ບົດຮຽນຕົວຈິງໃນການຈັດຕັ້ງປະຕິບັດຜ່ານມາ ພ້ອມທັງກຳນົດວິທີການແກ້ໄຂໃຫ້ຈະແຈ້ງ ເພື່ອເປັນບ່ອນອີງໃຫ້ແກ່ການປະຕິບັດແຜນພັດທະນາການສຶກສາຂະແໜງການຍ່ອຍ ປະຈໍາສົກຮຽນ 2025-2026 ໃຫ້ແທດເໝາະກັບຕົວຈິງ, ແລ້ວພ້ອມກັນຈັດຕັ້ງປະຕິບັດໃຫ້ໄປຕາມຫຼັກການ.

ວາລະດັ່ງກ່າວ, ທ່ານເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊ້ີນຳໃນຫຼາຍບັນຫາສຳຄັນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະກິລາຂອງແຂວງ, ເຊິ່ງມີບາງຕອນສຳຄັນວ່າ: ໃຫ້ອຳນາດການປົກຄອງທ້ອງຖິ່ນ ເອົາໃຈໃສ່ຊຸກຍູ້ຕິດຕາມ, ກວດກາ ແລະປະເມີນຜົນຜູ້ບໍລິຫານການສຶກສາ-ກິລາເມືອງ, ຄະນະພັດທະນາການສຶກສາຂັ້ນບ້ານໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ-ກິລາໃນຂອບເຂດຄວາມຮັບຜິດຊອບຂອງຕົ້ນຢ່າງເຂັ້ມງວດ; ໃຫ້ສືບຕໍ່ດຳເນີນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນ ເຮັດໃຫ້ເຂົາເຈົ້າຮັບຮູ້ ແລະເຊື່ອມຊຶມ ບັນດາມະຕິ ແລະລະບຽບກົດໝາຍທີ່ຕິດພັນກັບເຂົາເຈົ້າເອງ, ຕິດພັນກັບ 5 ຫຼັກມູນຂອງການສຶກສາ, ຕ້ອງໄດ້ເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກໃຫ້ປະຊາຊົນລາວບັນດາເຜົ່າທົ່ວແຂວງສະຫວັນນະເຂດ ສາມາດຈົບການສຶກສາຊັ້ນມັດທະຍົມຕອນຕົ້ນ ເຊິ່ງເປັນການສຶກສາພາກບັງຄັບເປັນຕົ້ນແມ່ນຈຸດສຸມຂອງແຂວງເຊັ່ນ: ຈຸດສຸມຈຽງຕູບ, ຕັງອາໄລ, ແກ້ງຫຼິ້ນ ແລະຄໍາປາແໜ ແລະຈຸດສຸດອື່ນໆຂອງຂັ້ນທ້ອງຖິ່ນ; ຕ້ອງເອົາໃຈໃສ່ເປັນພິເສດໃນການກໍ່ສ້າງຄົນໃຫ້ເປັນນັກເຕັກນິກ-ວິທະຍາສາດ, ສ້າງຄົນໃຫ້ມີວິຊາອາຊີບ, ມີສີມືແຮງງານທີ່ມີຄຸນະພາບ, ສາມາດບໍລິການໃນຕະຫຼາດແຮງງານໄດ້ຢ່າງມີຄຸນະພາບ, ກ່ອນອື່ນໝົດຕ້ອງເລີ່ມຈາກການປຸກລະດົມໂຄສະນາ, ລົງແນະແນວວິຊາຊີບໃຫ້ນັກຮຽນທີ່ກຽມຈະຈົບຊັ້ນ ມ.4, ມ.7 ຫັນມາໃຫ້ຄວາມສຳຄັນຕໍ່ການຮຽນຂະແໜງອາຊີວະສຶກສາໃນລະດັບຊັ້ນຕົ້ນ, ຊັ້ນກາງໃຫ້ຫຼາຍຂຶ້ນ; ໃຫ້ສືບຕໍ່ເກັບເລັມບຳລຸງຍົກລະດັບການສຶກສາຊັ້ນປະຖົມ ແລະມັດທະຍົມຕອນຕົ້ນ ແລະຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ອຳນາດການປົກຄອງຂັ້ນບ້ານ ກໍ່ຄືພໍ່ແມ່ປະຊາຊົນໃນທົ່ວແຂວງ ໃຫ້ສູງຂຶ້ນເລື້ອຍໆ ແນໃສ່ປະຕິບັດດຳລັດການຮຽນຮູ້ຕະຫຼອດຊີວິດ ໃຫ້ແທດເໝາະກັບຄວາມເປັນຈິງ; ເອົາໃຈໃສສົ່ງເສີມ, ຊຸກຍູ້ຄູສອນໃຫ້ມີຫົວຄິດປະດິດສ້າງໃນການອອກແບບການສອນດ້ວຍຕົນເອງ, ການພັດທະນາຕົນເອງໃຫ້ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະຊອກຮູ້ການເຂົ້າເຖິງແຫຼ່ງຂໍ້ມູນການສຶກສາ(ຄັງປັນຍາ),ສ້າງທຸກເງື່ອນໄຂໃຫ້ຄູ-ອາຈານ ໄດ້ພັດທະນາຕົນເອງ ໂດຍສະເພາະແມ່ນພັດທະນາວິທີການສິດສອນທີ່ຫຼາກຫຼາຍ, ປັບປຸງວິທີການຄົ້ນຄວ້າຮ່ຳຮຽນຂອງນັກຮຽນ, ສ້າງຄ່ານິຍົມໃນການສ້າງຄົນໃຫ້ຮຽນດີ-ຮຽນເກັ່ງ, ເຫັນຄຸນຄ່າຂອງການຮຽນ; ບັນຫາສຳຄັນ ແລະມີລັກສະນະຕັດສິນກວ່າໝູ່ນັ້ນ ຕ້ອງເອົາໃຈໃສ່ເພີ່ມທະວີບົດບາດການນຳພາຂອງພັກ ແລະຄວາມຮັບຜິດຊອບຢ່າງເດັດຂາດຂອງອຳນາດການປົກຄອງຂັ້ນຕ່າງໆຕໍ່ວຽກງານການສຶກສາ-ກິລາ, ເພີ່ມທະວີວຽກງານກວດກາການສຶກສາທຸກຊັ້ນ, ທຸກລະດັບນັບທັງການສຶກສາພາກເອກະຊົນໃຫ້ເປັນລະບົບ.

ໃນພິທີ, ໄດ້ຮັບຟັງການຜ່ານບົດສະຫຼຸບການພັດທະນາການສຶກສາ-ກິລາ ສົກຮຽນ 2024-2025 ແລະແຜນປະຕິບັດສົກຮຽນ 2025-2026 ແລະແຜນງານການພັດທະນາຊັບພະຍາກອນມະນຸດ 2025 ແລະແຜນການປີ 2026, ຮັບຟັງການຜ່ານບົດວິເຄາະສະພາບການສຶກສາທົ່ວແຂວງປະຈຳສົກປີ 2024-2025, ແຜນປະຕິບັດວຽກຈຸດສຸມ 2025-2026 ແລະວິທີການແກ້ໄຂບັນຫາສະຖິຕິນັກຮຽນບໍ່ກົງກັນລະຫວ່າງຖານອີມິດ ແລະໜ່ວຍງານສາມັນ, ວິທີການຈັດຕັ້ງປະຕິບັດຄາດໝາຍຂອງສະພາໃຫ້ບັນລຸຈາກຫ້ອງການສຶກສາທິການ-ກິລາເມືອງທັງ 14 ເມືອງ-1 ນະຄອນ, ຈາກນີ້ກໍ່ໄດ້ຮັບຟັງການລາຍງານການສ້າງໂຮງຮຽນຕົວແບບທາງດ້ານວັດທະນະທຳ, ຜ່ານເອກະສານສຳຄັນຈຳນວນໜຶ່ງ, ຮັບຟັງການລາຍງານສະພາບການຂາດແຄນຄູ, ໂຄຕ້າຄູ 2024-2025, ນະໂຍບາຍຄູອັດຕາຈ້າງກະຊວງສຶກສາທິການ ແລະກິລາ, ຄູອັດຕາຈ້າງທ່ານເຈົ້າແຂວງສະຫວັນນະເຂດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ວິທີການແກ້ໄຂ ແລະແຜນປະຕິບັດໃນຕໍ່ໄປ, ລາຍງານຜົນໄດ້ຮັບໃນການຝຶກອົບຮົມຄູປະຈຳການ, ຝຶກອົບຮົມຄູພັກແລ້ງ, ລາຍງານການເກັບກຳສະຖິຕິນັກຮຽນ, ໂຮງຮຽນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ວິທີແກ້ໄຂ ແລະແຜນປະຕິບັດໃນຕໍ່ໜ້າ, ລາຍງານວຽກງານບໍລິຫານ, ທິດທາງປັບປຸງແກ້ໄຂສົກຕໍ່ໄປ, ລາຍງານການກະກຽມການເຂົ້າຮ່ວມການແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ 12 ວັນທີ 15-25 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພ້ອມທັງໄດ້ມີການປະກອບຄໍາເຫັນໃສ່ບົດລາຍງານຂອງຂະແໜງການຕ່າງໆ ແລະໄດ້ມີການຖອດຖອນບົດກ່ຽວກັບວຽກງານສຶກສາ-ກິລາຂອງແຂວງນຳອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here