Wednesday, September 3, 2025
Homeຂ່າວພາຍໃນຫສນຍ ສຳມະນາວິທະຍາສາດ ເນື້ອໃນຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ຫສນຍ ສຳມະນາວິທະຍາສາດ ເນື້ອໃນຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ໃນວັນທີ 1 ກັນຍາ 2025 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດສຳມະນາວິທະຍາສາດ ເພື່ອລະດົມຄວາມຄິດເຫັນໃສ່ບັນດາຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ຫສນຍ, ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນ ກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ສະຫາຍ ວັນໄຊ ແພງຊຸມມາ ກຳມະ ການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຕິດຕາມ-ຊຸກຍູ້ ການກະກຽມດ້ານເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI, ມີສະຫາຍຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຜູ້ຕາງໜ້າບັນດາອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ, ພ້ອມດ້ວຍ ຄະນະຮັບຜິດຊອບ ຕິດຕາມ-ຊຸກຍູ້ການກະກຽມດ້ານເນື້ອໃນ ຈາກຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ສະມາຊິກພັກ-ພະນັກງານຫລັກແຫລ່ງພາຍໃນ ຫສນຍ ເຂົ້າຮ່ວມ.

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້, ເພື່ອເປັນການກະກຽມຄວາມພ້ອມ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ຫສນຍ ຄັ້ງທີ VI ໂດຍສະເພາະ ແມ່ນການກະກຽມດ້ານເນື້ອໃນບັນດາຮ່າງເອກະສານກອງປະຊຸມໃຫຍ່ ອົງຄະນະພັກ ຫສນຍ ໃຫ້ສອດຄ່ອງກັບໂຄງຮ່າງທີ່ກຳນົດໄວ້, ທັງເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສອດຄ່ອງກັບຕົວຈິງ ໂດຍສະເພາະ ການຕີລາຄາດ້ານດີ-ຜົນສຳເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນຖອດຖອນໄດ້ ໃນໄລຍະ 5 ປີຜ່ານມາ, ລວມທັງ ການກໍານົດທິດທາງແຜນການໃນ 5 ປີ ຕໍ່ໜ້າ ກໍຄື ການກຳນົດທິດທາງລວມ, ຄາດໝາຍສູ້ຊົນ, ການກຳນົດບັນດາວຽກງານຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ຜົນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ຫສນຍ ໄດ້ຮັບການຈັດຕັ້ງປະຕິບັດສູ່ລ່ວງເລິກ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ປະກອບສ່ວນເຂົ້າໃນການປະຕິບັດທິດ ສ້າງຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ ໃຫ້ປະກົດຜົນເປັນຈິງ.

ໃນໂອກາດນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການນຳສະເໜີເອກະສານ ແລະ ເນື້ອໃນສຳຄັນ ຄື: ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V; ຮ່າງແຜນພັດທະນາວຽກງານວິຊາສະເພາະ ຂອງ ຫສນຍ ໄລຍະປີ 2026-2030; ຂໍ້ຕົກລົງ ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021 ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX; ດໍາລັດ ສະບັບເລກທີ 547/ນຍ, ລົງວັນທີ 26 ສິງຫາ 2025 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ສະບັບປັບປຸງ ແລະ ປະກາດນຳໃຊ້ໃໝ່); ບົດຮຽນ ແລະ ປະສົບການ ໃນການຈັດຕັ້ງປະຕິບັດເນື້ອໃນຄຳຂວັນ ຂອງ ຫສນຍ: ການເປັນເສນາທິການທີ່ດີ, ການປະສານງານທີ່ດີ ແລະ ການບໍລິການຮັບໃຊ້ທີ່ດີ. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານວິຊາສະເພາະ ຂອງ ຫສນຍ ແລະ ບັນດາຫົວຂໍ້ທີ່ໄດ້ນຳສະເໜີ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ.

ໃນຕອນທ້າຍ, ສະຫາຍ ເລຂາຄະນະບໍລິຫານງານພັກ ຫສນຍ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຮັບຜິດຊອບ ກໍຄື ອະນຸກຳມະການເນື້ອໃນ ທີ່ກະກຽມບັນດາຫົວຂໍ້ ແລະ ເນື້ອໃນ ມານຳສະເໜີຕໍ່ກອງປະຊຸມ, ພ້ອມທັງ ເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະຮັບຜິດຊອບ ນຳເອົາຄຳຄິດເຫັນຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄປຄົ້ນຄວ້າ, ວິເຄາະ, ວິໄຈ ປັບປຸງໃສ່ຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາວຽກງານວິຊາສະເພາະ ໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ບັນຫາທີ່ມີລັກສະນະແລກປ່ຽນ ແມ່ນໃຫ້ນຳໄປພິຈາລະນາໜູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຂອງ ຫສນຍ; ໃຫ້ກວດກາຄືນ ກ່ຽວກັບການສະຫລຸບຕີລາຄາມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ. ສຳລັບຮ່າງພັດທະນາວິຊາສະເພາະ ແມ່ນໃຫ້ມີການກຳນົດກິດຈະກຳ, ແຜນງານ-ໂຄງການ ແລະ ມີຕົວຊີ້ວັດໃນການຈັດຕັ້ງປະຕິບັດ ຄັກແນ່; ການເປັນເສນາທິການທີ່ດີ ຕ້ອງກຳແໜ້ນແນວທາງນະໂຍບາຍ, ລະບຽບກົດໝາຍ, ທັງມີການຄົ້ນຄວ້າບັນຫາຕ່າງໆ ຢ່າງລະອຽດ, ເລິກເຊິ່ງ, ຮອບດ້ານ, ຫລີກລ່ຽງແນວຄິດມັກງ່າຍ-ຖືເບົາ; ສືບຕໍ່ສູ້ຊົນກະກຽມເນື້ອໃນ ກໍຄື ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ຫສນຍ ຄັ້ງທີ VI ໃຫ້ສຳເລັດທັນຕາມກຳນົດເວລາ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ຢ່າງແທ້ຈິງ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments