Home ຂ່າວພາຍໃນ ລັດຖະມົນຕີກະຊວງການຕ່າງປະເທດ ພົບປະສອງຝ່າຍກັບເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້

ລັດຖະມົນຕີກະຊວງການຕ່າງປະເທດ ພົບປະສອງຝ່າຍກັບເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້

0

ໃນວັນທີ 1 ກັນຍາ 2025, ໃນໄລຍະຕິດຕາມ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ 2025 (Shanghai Cooperation Organization Summit 2025), ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະເຮັດວຽກກັບ ທ່ານ Nurlan Yermekbayev ເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO).

ໃນການພົບປະຄັ້ງນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງອົງການ SCO ລວມທັງ ປະເທດສະມາຊິກຂອງອົງການດັ່ງກ່າວ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໄດ້ເຂົ້າເປັນຄູ່ຮ່ວມເຈລະຈາຂອງອົງການ,ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຄວາມສຳຄັນຂອງອົງການດັ່ງກ່າວ ແລະ ມີຄວາມຍິນດີເປັນຢ່າງສູງ ທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ປະກອບສ່ວນຢ່າງເຂັ້ມແຂງໃນຂອບການຮ່ວມມືດັ່ງກ່າວ.

ຝ່າຍອົງການ SCO ກໍໄດ້ສະແດງຄວາມປິຕິຍິນດີຕໍ່ ສປປ ລາວ ທີ່ມີການເຄື່ອນໄຫວຢ່າງຫ້າວຫັນ ແລະ ຮັບກຽດເປັນຄູ່ຮ່ວມເຈລະຈາຂອງອົງການ, ພ້ອມທັງ ໄດ້ແຈ້ງໃຫ້ຊາບກ່ຽວກັບຂອບການຮ່ວມມືກັບອົງການດັ່ງກ່າວໂດຍສັງເຂບ. ນອກນັ້ນ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ເປັນເອກະພາບກັນວ່າ ຈະເລີ່ມຕົ້ນຂະບວນການປຶກສາຫາລືບັນດາຂົງເຂດທີ່ມີທ່າແຮງ ແລະ ເປັນບຸລິມະສິດໃນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຮ່ວມມືຊຽງໄຮ້ ໃນຕໍ່ໜ້າ ໂດຍຈະສ້າງເປັນບົດບັນທຶກຄວາມເຂົ້າໃຈສະເພາະໃນແຕ່ລະຂົງເຂດ ເປັນຕົ້ນແມ່ນ ຂົງເຂດການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ, ການພັດທະນາແບບຍືນຍົງ ຈົນໄປເຖິງການເຊື່ອມໂຍງເຊື່ອມຈອດ ດ້ານພື້ນຖານໂຄງລ່າງ ຜ່ານໂຄງການທາງລົດໄຟລາວ-ຈີນ ທີ່ເປັນທ່າແຮງໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ໂດຍສະເພາະປະເທດໃນຂົງເຂດ ເອີຣົບ-ອາຊີ ກໍຄື ເພື່ອພາລະກິດແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version