Home ຂ່າວພາຍໃນ ຍທຂ ສະຫລຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ

ຍທຂ ສະຫລຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ

0

ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (3 ສ້າງ) ຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮອດປີ 2024 ຈັດຂຶ້ນໃນວັນທີ 1 ກັນຍາ 2025 ໂດຍການເປັນປະທານຂອງ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ສົ່ງຂົນ, ມີຮອງລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເຫລັກໄຫລ ສີວິໄລ ໄດ້ກ່າວວ່າ: ວຽກງານສາມສ້າງ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ເປັນປັດໄຈກະຕຸກຊຸກຍູ້ ໃຫ້ແກ່ວຽກງານການກໍ່ສ້າງຮາກຖານການເມືອງ ກໍຄື ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ເຊິ່ງກົມການເມືອງສູນກາງພັກ ຍາມໃດກໍໄດ້ເອົາໃຈໃສ່ຕິດຕາມ, ຊີ້ນຳລັດຖະບານຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ເຊິ່ງກອງປະຊຸມຄັ້ງນີ້, ໄດ້ສະຫລຸບຕີລາຄາຄືນວຽກງານສາມສ້າງຂອງຂະແໜງ ຍທຂ ພາຍຫລັງໄດ້ມີການແບ່ງຄວາມຮັບຜິດຊອບໃຫ້ແກ່ບັນດາພະແນກ ຍທຂ, ນະຄອນຫລວງ/ແຂວງ ໃນທົ່ວປະເທດ. ພ້ອມ ນັ້ນ, ໃນວາລະດຳເນີນກອງປະຊຸມ ຍັງຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງຄຳແນະ ນຳ ສະເພາະລົງເລິກກ່ຽວກັບຄວາມຮັບຜິດຊອບ ວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງ ລວມທັງການຄຸ້ມຄອງນໍ້າໜັກລົດບັນທຸກ ອີກດ້ວຍ.

ໃນໂອກາດດັ່ງກ່າວ, ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ສົ່ງຂົນ ໄດ້ຍົກໃຫ້ເຫັນຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂັ້ນສູນກາງ ໄລຍະປີ 2019-2024 ເປັນຕົ້ນ ວຽກຂົວທາງ ໄດ້ສໍາເລັດໂດຍພື້ນຖານ ຮ່າງເນື້ອໃນແຜນຍຸດທະສາດຮອດປີ 2030, ວິໄສທັດຮອດປີ 2035 ແລະ ສ້າງແຜນການພັດທະນາ 5 ປີ (2021-2025) ຂອງຂະແໜງຂົວທາງ; ສໍາເລັດເນື້ອໃນ ແລະ ຮັບຮອງ ການແບ່ງຄວາມຮັບຜິດຊອບ ແຕ່ລະໜ້າວຽກໃນການຄຸ້ມຄອງວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ ກັບພະແນກ ຍທຂ ແຂວງໄຊສົມບູນ; ໄດ້ປະສານສົມທົບກັບພະແນກ ຍທຂ ແຂວງ ແລະ ນະຄອນຫລວງວຽງຈັນ ສໍາຫລວດ, ເກັບກໍາຂໍ້ມູນສະພາບທາງຫລວງເພື່ອຈັດລຽງບູລິມະສິດ, ສ້າງແຜນວຽກ ແລະ ແຜນງົບ ປະມານສໍາລັບວຽກບູລະນະຮັກສາ ແລະ ສ້ອມແປງທາງຫລວງ. ນອກຈາກນີ້, ຍັງໄດ້ສໍາເລັດການສ້າງ ຕັ້ງໂຄງການສ້ອມແປງທາງຫລວງແຫ່ງຊາດ 18 ໂຄງການ, ປະຈໍາແຕ່ລະແຂວງ ເພື່ອຄຸ້ມຄອງຕິດຕາມ, ກວດກາ ແລະ ຢັ້ງຢືນການຈັດຕັ້ງປະຕິບັດ ວຽກບູລະນະຮັກສາ ແລະ ສ້ອມແປງ ປີ 2022-2024 ຈໍານວນ 109 ສັນຍາ, ກວມເອົາຄວາມຍາວເສັ້ນທາງປະມານ 6.200 ກິໂລແມັດ, ມູນຄ່າສັນຍາທັງໝົດ 941.69 ຕື້ກີບ ຕໍ່ສາມປີ ມີຄວາມຄືບໜ້າສະເລ່ຍ 85%.

ສຳລັບ ວຽກການບິນພົນລະເຮືອນ ໄດ້ສໍາເລັດສ້າງວິໄສທັດຮອດປີ 2030, ຍຸດທະສາດການພັດທະນາການບິນພົນລະເຮືອນ ຮອດປີ 2030 ແລະ ແຜນພັດທະນາ 5 ປີ (2021-2025) ຂອງກົມການບິນພົນລະເຮືອນ, ໄດ້ຄົ້ນຄວ້າຮ່າງຂໍ້ຕົກລົງວ່າດ້ວຍການຄວບຄຸມ ແລະ ຈໍາກັດສິ່ງກີດຂວາງການ ບິນຂອງສະໜາມບິນ (ສໍາເລັດ 95%); ໄດ້ເຜີຍແຜ່ນິຕິກໍາວຽກງານ ປ້ອງກັນຄວາມປອດໄພການບິນ, ອໍານາດການປົກຄອງທ້ອງຖິ່ນ ແລະ ບັນດາບ້ານອ້ອມຮອບສະໜາມບິນ ໃນຂອບເຂດທົ່ວປະເທດ; ສ່ວນວຽກຂົນສົ່ງ ໄດ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ທ່າບົກຕາມແຜນຍຸດທະສາດເພີ່ມ 2 ແຫ່ງທ່າບົກທ່ານາແລ້ງ ນະຄອນຫລວງວຽງຈັນ ແລະ ທ່າບົກວັງເຕົ່າ ຈຳປາສັກ; ຈັດຕັ້ງປະຕິບັດໂຄງການຂົນ ສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫລວງວຽງຈັນ ເພື່ອຄຸ້ມຄອງບໍລິການໃນຕົວເມືອງ, ມີລົດເມດ່ວນ BRT, ປັບປຸງທາງຍ່າງ ແລະ ການສັນຈອນທີ່ບໍ່ມີເຄື່ອງຈັກ, ມີສູນບັນຊາການຈະລາຈອນ ແລະ ລະບົບເກັບເງິນຄ່າໂດຍສານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version