ວິທະຍຸກະຈາຍສຽງຫວຽດນາມ ວັນທີ 26 ສິງຫາ ສະພາບພະຍຸ ແລະ ຝົນຕົກໜັກຈົນເກີດນ້ຳຖ້ວມກະທັນຫັນ ໂດຍການເຄື່ອນຕົວ ຂອງພະຍຸຄາຈິກິ(Kajiki) ຢູ່ ສສ ຫວຽດນາມ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ບາດ ເຈັບ 10 ຄົນ. ຝົນຕົກນ້ຳຖ້ວມໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ການຜະລິດກະສິກຳ ແລະ ພື້ນຖານໂຄງລ່າງ ຢູ່ບັນດາ ແຂວງພາກເໜືອ ແລະ ພາກກາງ ຕອນເໜືອ ຫວຽດນາມ. ເຮືອນປະຊາຊົນ 6.800 ຫລັງ ຖືກພັດ ໄປ ແລະ ເປ່ເພ; ເນື້ອທີ່ປູກເຂົ້າເກືອບ 29.000 ເຮັກຕາ ຖືກນ້ຳຖ້ວມ; ເນື້ອທີ່ ປູກຕົ້ນໄມ້ ທັນຍາຫານ ຫລາຍກວ່າ 2.200 ເຮັກຕາ ແລະ ຕົ້ນໄມ້ ເກືອບ 18.000 ຕົ້ນ ຖືກຫັກລົ້ມ.ກາງຄືນ ວັນທີ 25 ສິງຫາ, ໃນໂທລະເລກທາງການ ສະບັບທີ 3 ກ່ຽວກັບ ການແກ້ໄຂ ຜົນຮ້າຍ ຢ້ອນຫລັງ ແລະ ຮັບມື ພາຍ ຫລັງ ພະຍຸ Kajiki, ທ່ານ ຟ້າມ ມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຮຽກ ຮ້ອງໃຫ້ ລັດຖະມົນຕີ, ການນຳບັນດາແຂວງແຕ່ ແທັງຮວ໊າ ເຖິງ ກວ໋າງຈິ ອີງຕາມສະພາບການຕົວຈິງ ຢູ່ແຕ່ລະບໍລິເວນ ເພື່ອຕົກລົງ ແລະ ມີແຜນ ການໜູນຊ່ວຍ ປະຊາຊົນ. ພ້ອມທັງ ຮຽກຮ້ອງ ໃຫ້ບັນດາກະຊວງ ປ້ອງກັນ ປະເທດ, ກະຊວງຕຳຫລວດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຊີ້ນຳ ທະຫານເຂດ 4 ແລະ ບັນດາກົມກອງ ຕັ້ງທັບ ຢູ່ບໍລິເວນ ຜັນຂະຫຍາຍ ກຳລັງ, ຍານພາຫະນະ ເຄື່ອງອຸປະກອນ ທີ່ຈຳເປັນ, ກຽມພ້ອມ ໜູນຊ່ວຍ ປະຊາຊົນຮັບມື, ແກ້ໄຂຜົນຮ້າຍ ຈາກພະຍຸ, ຝົນຕົກນ້ຳຖ້ວມ ໂດຍໄວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ