Home ຂ່າວພາຍໃນ ປູກຝັງຄຸນນະທຳ ທາງພະພຸດທະສາສະໜາ ໃຫ້ເຍົາວະຊົນລາວ

ປູກຝັງຄຸນນະທຳ ທາງພະພຸດທະສາສະໜາ ໃຫ້ເຍົາວະຊົນລາວ

0

ສຳນັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ, ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ຈັດກິດຈະກຳ ໂຄງການບັນຊາສາມະເນນ ຄັ້ງທີ 16 ພາຍໃຕ້ຫົວຂໍ້ “ເກີດມາທັງທີ ເປັນຄົນດີໃຫ້ໄດ້” ໃນລະຫວ່າງວັນທີ 6-17 ສິງຫາ 2025 ຢູ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍມີ ພະອາຈານ ມະຫາເວດ ມະເສໄນ ຮັກສາການປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີ ເຈົ້າອະທິການວັດ ຈາກວັດແຫ່ງຕ່າງໆໃນນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາການນໍາເມືອງນາຊາຍທອງ ແລະ ຊາວພຸດທະສາສະນິກະຊົນລາວ ເຂົ້າຮ່ວມ.

ພະອາຈານ ສະເພົາຄຳ ວົງທະວິໄລ ຫົວໜ້າກຳມະທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານ ເມືອງນາຊາຍທອງ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳ ໂຄງການບັນຊາສາມະເນນ ພາຍໃຕ້ຫົວຂໍ້ “ເກີດມາທັງທີ ເປັນຄົນດີໃຫ້ໄດ້” ໄດ້ລະດົມເອົາບັນດາເຍົາວະຊົນ ກໍຄື ນັກຮຽນ ທີ່ຢູ່ໃນໄລຍະພັກພາກຮຽນ ມາບວດເນນ ທັງໝົດ 60 ກວ່າອົງ, ແນໃສ່ສົ່ງເສີມເຍົາວະຊົນ ກໍຄື ນັກຮຽນ ໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດ ແລະ ບໍ່ໄປກ່ຽວຂ້ອງກັບສິ່ງເສບຕິດ, ເພື່ອພັດທະນາຄວາມຮູ້ຄວາມສາມາດຂອງເຍົາວະຊົນ ໃຫ້ປ່ຽນແປງທັດສະນະຄະຕິ ແລະ ພຶດຕິກຳໃນທາງທີ່ດີ, ທັງເປັນການປູກຝັງຄຸນນະທຳທາງພຸດທະສາສະໜາ ໃຫ້ງອກງາມໃນຈິດໃຈຂອງເຍົາວະຊົນ, ໃຫ້ເປັນລູກທີ່ດີຂອງພໍ່ແມ່, ເປັນເພື່ອນທີ່ດີຂອງມິດສະຫາຍ, ເປັນສິດທີ່ດີຂອງຄູ-ອາຈານ, ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ເປັນທາຍາດທີ່ດີຂອງພະພຸດທະສາສະໜາ.

ສາມະເນນ ທີ່ຮ່ວມກິດຈະກຳຄັ້ງນີ້, ຈະໄດ້ຮ່ວມເຮັດກິດຈະກຳ, ຮຽນຮູ້ທາງພຸດທະສາສະໜາ ເປັນຕົ້ນ ໄຫວ້ພະສູດມົນເຊົ້າ-ແລງ, ຝຶກວິປັດສະນາກຳມະຖານ(ສະມາທິພາວະນາ), ຝຶກມາລະຍາດທາງສັງຄົມຕາມແບບວັດ ທະນະທໍາລາວ. ພ້ອມນີ້, ຍັງຈະໄດ້ໄປທັດສະນະສຶກສະຖານທີ່ສໍາຄັນທາງພຸດທະສາສະໜາ ແລະ ປະຫວັດສາດ, ເບິ່ງວິດີໂອພຸດທະປະຫວັດ, ຟັງນິທານສະທ້ອນສັງຄົມ ແລະ ອື່ນໆ ໂດຍມີວິທະຍາກອນ ຈາກກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ, ອົງການຈັດຕັ້ງທີ່ກ່ຽວຂ້ອງທັງພາກລັດ-ເອກະຊົນ ແລະ ສໍານັກປະຕິ ບັດວິປັດສະນາກຳມະຖານວັດປ່ານາຄູນນ້ອຍ ມານຳພາ, ໃຫ້ຄວາມຮູ້ທາງດ້ານພຸດທະສາສະໜາ ຕະຫລອດທັງ 10 ວັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version