Home ຂ່າວພາຍໃນ ທັດສະນະພັກ ຕໍ່ກັບວຽກງານສື່ມວນຊົນ

ທັດສະນະພັກ ຕໍ່ກັບວຽກງານສື່ມວນຊົນ

0

ພັກປະຊາຊົນປະຕິວັດລາວ ເວລາໃດກໍໄດ້ຖືວຽກງານສື່ມວນຊົນ ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ຂາດບໍ່ໄດ້ ໃນພາລະກິດປະຕິວັດ ຂອງຊາດລາວ, ຈົນໄດ້ຖືກຂະໜານນາມວ່າ ສື່ມວນຊົນລາວ ແມ່ນນັກຮົບແຖວໜ້າໃນສະໜາມຮົບແນວຄິດ-ວັດທະນະທໍາ, ພາຫະນະສື່ມວນຊົນ ຂອງພວກເຮົາແມ່ນເຄື່ອງມືທາງດ້ານການເມືອງແນວຄິດ ຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ເຊິ່ງມີພັກເປັນແກນນໍາທີ່ປະກອບມີ: ໜັງສືພິມ, ວາລະສານ, ໃບຂ່າວ, ລາຍການວິທະຍຸ-ໂທລະພາບ, ຟັງຂ່າວສະຖານະການດ້ວຍພາຫະນະສື່ມວນຊົນທີ່ແຕກຕ່າງກັນ.

ການຍົກສູງຄຸນນະພາບສື່ມວນຊົນ ກໍໄດ້ຕິດພັນຮັບໃຊ້ພາລະກິດພັດທະນາເສດຖະກິດ, ເປັນສື່ສໍາພັນລະຫວ່າງແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ກັບການຕອບສະໜອງ ດ້ານພຶດຕິກຳຕົວຈິງ ຂອງປະຊາຊົນ ໂດຍສະເພາະ ໄລຍະປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ທີ່ອອກແຮງແຂ່ງຂັນກັບການພັດທະນາເສດຖະກິດຕາມກົນໄກຕະຫລາດ ອັນໄດ້ເຮັດໃຫ້ສື່ມວນຊົນ ຍິ່ງມີບົດບາດສໍາຄັນກວ້າງຂວາງ ແລະ ພົ້ນເດັ່ນຂຶ້ນ ຍ້ອນຄວາມຕ້ອງການໃນການບໍລິໂພກຂໍ້ມູນຂ່າວສານ ແລະ ສາລະບັນເທີງ ຂອງສັງຄົມນັບມື້ນັບສູງຂຶ້ນ. ການຫັນວຽກງານສື່ມວນຊົນເປັນທັນສະໄໝໃຫ້ດີຂຶ້ນນັ້ນ ຈະເປັນການປະກອບສ່ວນອັນສໍາຄັນ, ໃຫຍ່ຫລວງຕໍ່ການພັດທະນາເສດຖະກິດພາຍໃນປະ ເທດ ຍ້ອນວ່າສື່ມວນຊົນປະກອບສ່ວນໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນ ເທີງ, ເປັນເວທີສະແດງຄວາມຄິດໃຫ້ໃນສັງຄົມ, ເປັນສາຍໄຍຜູກພັນ ລະຫວ່າງການນໍາຂອງພັກ-ລັດ ກັບປະຊາຊົນ ແລະ ເປັນເຄື່ອງມືອັນແຫລມຄົມ ໃນການໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດແນວ ທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ຂອງລັດ, ແຜນພັດທະນາເສດຖະກິດຕໍ່ພາຍໃນ ແລະ ຕ່າງ ປະເທດ.

ສື່ມວນຊົນ ມີອິດທິພົນໃຫຍ່ຫລວງໃນການກະທົບໃສ່ ແນວຄວາມຄິດຂອງຄົນໃນສັງຄົມ ໃຫ້ມີການປ່ຽນແປງ ແລະ ສ້າງຄວາມຈູງໃຈໃຫ້ມະຫາຊົນມີຄວາມເຊື່ອໝັ້ນ ແລະ ຕື່ນຕົວໃນການປະຕິບັດຕາມ, ຜະລິດຕະພັນຂອງສື່ມວນຊົນກະທົບໄວໃສ່ຄວາມຮູ້ສຶກ ຂອງຄົນໃນສັງຄົມ ເພື່ອໃຫ້ປະຊາຊົນບັນດາເຜົ່າເຊື່ອໝັ້ນລະບອບໃໝ່, ຕື່ນຕົວພັດທະນາຕົນເອງໄປຕາມແນວທາງຂອງພັກ, ຮູ້ຈັກໃກ້ຊິດ ແລະ ປະຕິບັດຕາມພັນທະຂອງຕົນ, ຖືໄດ້ວ່າສື່ມວນຊົນມີບົດບາດສໍາຄັນໃນການປຸກລະດົມຂົນຂວາຍໃຫ້ມະຫາຊົນມີຄວາມເຕັມໃຈອຸທິດກໍາລັງກາຍ ແລະ ກໍາລັງໃຈ ຂອງຕົນເຂົ້າໃນການປະຕິບັດຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ.

ໂດຍລວມແລ້ວ, ສື່ມວນຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດໃນແຕ່ລະໄລຍະ. ສະນັ້ນ, ການຫັນວຽກງານສື່ມວນຊົນເປັນທັນສະໄໝ ແລະ ໃຫ້ມີປະສິດທິພາບຈຶ່ງມີຄວາມສໍາຄັນຢ່າງຍິ່ງ ຕໍ່ຂົງເຂດວຽກງານວັດທະນະທໍາ-ສັງຄົມ ເຊິ່ງບັນດາທ່ານຜຸ້ນໍາໄດ້ໃຫ້ທັດສະນະແນວຄວາມຄິດ ຕໍ່ວຽກງານດັ່ງກ່າວ ແລະ ສະແດງອອກໃນກອງປະຊຸມໃຫຍ່ຕ່າງໆ ຂອງພັກແຕ່ລະໄລຍະ.

ປະທານ ໄກສອນ ພົມວິຫານ ແມ່ນໜຶ່ງໃນບັນດາຜູ້ນຳ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານສື່ມວນຊົນ ເຊິ່ງທ່ານໄດ້ລະບຸໄວ້ວ່າ: ພັກກຳອຳນາດ ແມ່ນ 10 ວຽກທີ່ສຳຄັນ. ໃນນັ້ນ, ມີຂໍ້ໜຶ່ງໄດ້ເວົ້າເຖິງວຽກງານສື່ມວນຊົນ ເຊິ່ງວຽກງານດັ່ງກ່າວ ໄດ້ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ, ຍາມໃດພັກເຮົາກໍຖືວຽກງານສື່ມວນຊົນ ແມ່ນເຄື່ອງມືທາງດ້ານການເມືອງແນວຄິດ, ເປັນພາຫະນະອັນແຫລມຄົມໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ. ອີກໜຶ່ງໃນທັດສະນະຂອງທ່ານຜູ້ນຳ ກໍຄື ປະທານ ຄຳໄຕ ສີພັນດອນ ໄດ້ເວົ້າວ່າ: ວຽກງານຖະ ແຫລງຂ່າວ-ສື່ມວນຊົນ ແມ່ນພາຫະນະອັນສຳຄັນໃນການເຜີຍແຜ່ ແລະ ປົກປ້ອງແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຕໍ່ພາຍໃນ ແລະ ຕ່າງປະເທດ ໃນກອງປະຊຸມວຽກງານແນວຄິດທົ່ວປະເທດ ຄັ້ງທີ IV ໃນວັນທີ 22 ກໍລະກົດ 2023 ທ່ານໄດ້ກ່າວວ່າ: ຕ້ອງເອົາໃຈໃສ່ຕໍ່ການຂະ ຫຍາຍ, ສົ່ງເສີມ ແລະ ຄຸ້ມຄອງດ້ານພາຫະນະແຫລ່ງຂ່າວ-ສື່ມວນຊົນໃຫ້ດີກວ່າເກົ່າ ເປັນຕົ້ນ ຕ້ອງເພີ່ມທະວີໃນການຍົກລະດັບຄຸນນະພາບ ແລະ ຂະຫຍາຍຮູບແບບລັກສະນະນຳພາແນວຄິດ ລັກສະ ນະຕໍ່ສູ້ວ່ອງໄວທັນການ ແລະ ລັກສະນະມະຫາຊົນ ຂອງສື່ມວນຊົນ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່. ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຍັງໄດ້ກຳນົດວ່າ: ຍົກລະດັບວຽກງານປະຊາສຳພັນ ລະ ຫວ່າງບັນດາອົງການລັດກັບສັງຄົມ ໂດຍຜ່ານການສື່ສານໃຫ້ແຂງແຮງ ຕິດພັນກັບການສ້າງລະບົບສື່ສານ ຢູ່ພາຍໃຕ້ການຄຸ້ມຄອງຂອງລັດໃຫ້ເຂັ້ມແຂງ ແລະ ສາ ມາດປະຕິບັດບົດບາດອັນຕັ້ງໜ້າ ໃນການເປັນສື່ກາງ ເພື່ອສະໜອງບັນດາຂໍ້ມູນອັນຈຳເປັນໃນການ ເຄື່ອນໄຫວຂອງລັດ ແລະ ເປັນສື່ກາງໃຫ້ສັງຄົມ ສະແດງຄວາມຄິດເຫັນອັນສ້າງສັນຈາກສັງຄົມຕໍ່ການ ເຄື່ອນໄຫວ ຂອງອຳນາດລັດຢ່າງເປັນລະບົບວ່ອງໄວ ແລະ ຊັດເຈນ.

ອົງການສື່ມວນຊົນຂອງລັດ ແມ່ນພາຫະນະເຄື່ອງມືທີ່ເປັນກະບອກສຽງຂອງພັກ-ລັດ ໃນການໂຄສະນາແນວທາງ ນະໂຍບາຍ. ສະນັ້ນ, ວຽກງານສື່ມວນຊົນ ຈຶ່ງຈຳເປັນຕ້ອງໄດ້ຮັບການຊຸກຍູ້ສົ່ງເສີມ ຍົກລະດັບທາງດ້ານວິຊາການຢູ່ເລື້ອຍໆໃນເງື່ອນໄຂປັດຈຸບັນ. ບົດບາດໃນການຄຸ້ມຄອງຂອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ວຽກງານສື່ມວນຊົນມີບາດກ້າວທີ່ດີຂຶ້ນ ໂດຍສະເພາະສື່ມວນຊົນຢູ່ແຂວງບໍ່ແກ້ວ ຈຶ່ງມີຄວາມຈຳເປັນພາວະວິໄສ ແລະ ຕ້ອງໄດ້ດຳເນີນໄປຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຂອງຊາດ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງມີນະໂຍບາຍ, ວິທີການອັນສອດຄ່ອງ ທັງສຸມທຸກຄວາມພະຍາຍາມ ເພື່ອເປັນເຈົ້າການຍາດແຍ່ງເອົາເງື່ອນໄຂອຳນວຍຄວາມສະດວກນັ້ນໃຫ້ໄດ້ ແນໃສ່ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ວຽກງານສື່ມວນຊົນກ້າວຂຶ້ນສູ່ຄຸນນະພາບໃໝ່ ແລະ ທັນສະໄໝຂຶ້ນ.

ເພື່ອຢາກຍົກລະດັບ ຫລື ຫັນໃຫ້ວຽກງານສື່ມວນຊົນເປັນທັນສະໄໝ ໂດຍສະ ເພາະຢູ່ແຂວງບໍ່ແກ້ວ ໃນຊຸມປີຕໍ່ໜ້າຈະຕ້ອງເອົາໃຈໃສ່ປັບປຸງ ແລະ ພັດທະນາລະບົບການຈັດຕັ້ງໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໂດຍກຳແໜ້ນພາລະບົດບາດຂອງສື່ມວນຊົນລາວ, ຍຶດໝັ້ນທັດສະນະຂອງພັກ, ຍຶດໝັ້ນໃນຄວາມເປັນຈິງທີ່ເປັນປະໂຫຍດໃຫ້ແກ່ສັງຄົມ. ພ້ອມນັ້ນ, ກໍເປັນເຄື່ອງມືອັນແຫລມຄົມທາງດ້ານການເມືອງ-ແນວຄິດ ໄປຄຽງຄູ່ກັບການປັບປຸງນິຕິກຳຢ່າງເປັນລະບົບຄົບຊຸດ, ປັບ ປຸງ ແລະ ພັດທະນາພື້ນຖານວັດຖຸເຕັກນິກ ເພື່ອຍົກລະດັບຄວາມສາມາດ ແລະ ຄວາມທັນສະໄໝ ຂອງບັນດາອົງການສື່ມວນຊົນ, ປັບປຸງ ແລະ ພັດທະນາແບບແຜນການບໍລິຫານໃຫ້ມີປະສິດທິພາບກວ່າເກົ່າ ຮັບປະກັນໄດ້ຄຸນລັກສະນະທາດແທ້ຂອງການຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ.

ໂດຍ: ຈ.ຈັນທະລິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version