Home ຂ່າວພາຍໃນ ແຂ່ງຂັນປະດິດສ້າງ ແລະວິສາຫະກິດຄິດມືອາຊີບ ຈີນ–ອາຊຽນ ຄັ້ງທີ 3

ແຂ່ງຂັນປະດິດສ້າງ ແລະວິສາຫະກິດຄິດມືອາຊີບ ຈີນ–ອາຊຽນ ຄັ້ງທີ 3

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ເມື່ອວັນທີ 30 ເດືອນກໍລະກົດ, ການແຂ່ງຂັນການປະດິດສ້າງ ແລະວິສາຫະກິດຄິດມືອາຊີບ ຈີນ–ອາຊຽນ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ເມືອງກົວລາລຳເປີ, ປະເທດມາເລເຊຍ ໂດຍມີຫົວຂໍ້ວ່າ “ຄວາມຮ່ວມມືດ້ານຄວາມຄິດຄົ້ນ ເພື່ອສ້າງຝັນໃຫ້ເປັນຈິງ” ເຊຶ່ງໄດ້ດຶງດູດໂຄງການເຂົ້າຮ່ວມຈາກ 23 ປະເທດ ແລະພື້ນທີ່ ລວມທັງ ສປ ຈີນ (ຮວມທັງແຜ່ນດິນໃຫຍ່, ມາເກົ້າ ແລະໄຕ້ຫວັນ), ປະເທດອາຊຽນ 10 ປະເທດ, ສີລັງກາ, ບັງກະລາເທດ, ການາດາ, ສະຫະລັດ, ອັງກິດ, ປາກິສຖານ, ອາຟການິສຖານ, ອຸດສເບກິສຖານ, ເຟຈິ ແລະໂຮນລັງລວມແລ້ວທັງໝົດ 329 ໂຄງການ.

ຫລັງຈາກການຄັດເລືອກໃນຫລາຍຂັ້ນຕອນມີທັງໝົດ 19 ໂຄງການດີເດັ່ນຈາກ ຈີນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟິລິບປິນ, ສິງກະໂປ ແລະປະເທດໄທ ທີ່ໄດ້ຜ່ານເຂົ້າໄປຮອບຊິງຊະນະເລີດ. ໃນງານຮອບຊິງຊະນະເລີດມີການແຂ່ງຂັນແບ່ງເປັນ 2 ປະເພດເປັນກຸ່ມທີມ ແລະກຸ່ມບໍລິສັດ ໂດຍໃຊ້ຮູບແບບ “7+5” ໃນການນຳສະເໜີ (7 ນາທີ ນຳສະເໜີໂຄງການ + 5 ນາທີ ຕອບຄຳຖາມຈາກຄະນະກຳມະການ). ໂຄງການໄດ້ສະແດງໃຫ້ເຫັນເຖິງຈຸດເດັ່ນຂອງນະວັດຕະກຳ ແລະສັກຍະພາບທາງການຕະຫລາດ.

ຜົນການປະກວດ ໄດ້ມີການມອບລາງວັນອັນດັບ 1, 2, 3 ໃຫ້ແກ່ກຸ່ມທີມ ແລະກຸ່ມບໍລິສັດ, ລວມທັງ 8 ລາງວັນ “ດາວເຮັດວຽກແບບຮ່ວມມື” ແລະ 7 ລາງວັນ “ດາວຄວາມຄິດສ້າງສັນ”. ໃນນັ້ນ, ມີໂຄງການຈຳນວນໜຶ່ງທີ່ເນັ້ນໃນເລື່ອງປັນຍາປະດິດທີ່ຊ່ວຍຍົກລະດັບອຸດສາຫະກຳດັ້ງເດີມ ແລະການໃຊ້ພະລັງງານຂຽວໄດ້ຢ່າງມີປະສິດທິພາບໄດ້ສ້າງຄວາມໂດດເດັ່ນຢ່າງໜ້າປະທັບໃຈ.

ງານນີ້ໄດ້ຮັບການຈັດຂຶ້ນໂດຍກົມການຮ່ວມມືລະຫວ່າງປະເທດ, ກະຊວງວິທະຍາສາດ ແລະເຕັກໂນໂລຊີຂອງຈີນ ແລະສຳນັກງານເລຂາທີການອາຊຽນ ພ້ອມດ້ວຍການສົ່ງເສີມຈາກຫົວໜ່ວຍຕ່າງໆເຊັ່ນ, ຄະນະກຳມະການວິທະຍາສາດ–ນະວັດຕະກຳອາຊຽນ ແລະກົມວິທະຍາສາດແຂວງກວງຊີ ລວມທັງສູນຖ່າຍທອດເທັກໂນໂລຊີ ຈີນ–ອາຊຽນ.

ງານນີ້ໄດ້ສ້າງເວທີໃຫ້ນັກປະດິດສ້າງ ແລະນັກຄິດຄົ້ນຈາກຈີນ–ອາຊຽນ ໄດ້ມາແລກປ່ຽນ ແລະຮ່ວມມືກັນ ເພື່ອສົ່ງເສີມຄວາມກ້າວໜ້າດ້ານວິທະຍາສາດ ແລະສ້າງໂອກາດໃໝ່ໆ ໃນການຮ່ວມພັດທະນາດ້ານເສດຖະກິດຂອງພາກພື້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version