Home ຂ່າວການເມືອງ ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

0

ວັນທີ 31 ກໍລະກົດ ຜ່າມານີ້, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນຍະເດດ ໄຊຍະວົງ ຫົວໜ້າຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະຈຳຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການເພື່ອເສລີພາບຂອງບັນດາຊາດ ຜ່ານວິດີໂອທາງໄກ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 13 ພັກການເມືອງ ຈາກ ອາຊີ, ອາຟຣິກາ, ອາເມຣິກາລາຕິນ, ຕາເວັນອອກກາງ, ເອີຣົບ ແລະ ອື່ນໆ.

ໃນກອງປະຊຸມ, ທ່ານ ດິມິທີ ເມັດເວເດັບ ປະທານຄະນະປະຈຳຂະບວນການເພື່ອເສລີພາບຂອງບັນດາຊາດ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ຊີ້ໃຫ້ເຫັນເຖິງຈຸດປະສົງຄວາມສຳຄັນຂອງກອງປະຊຸມ ແລະ ການຕ້ານກັບການປະຕິບັດໃໝ່ຂອງລັດທິລ່າເມືອງຂຶ້ນແບບໃໝ່. ຈາກນັ້ນ, ຄະນະຜູ້ແທນໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ, ຍົກໃຫ້ເຫັນຄວາມຈຳເປັນໃນການຮ່ວມມືເພື່ອເສີມສ້າງກຳລັງແຮງຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຕ້ານການແຊກແຊງການເລືອກຕັ້ງຢູ່ບັນດາປະເທດຜ່ານຮູບການຕ່າງໆ, ຍົກໃຫ້ເຫັນເຖິງການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່ຢູ່ບັນດາປະເທດຕ່າງໆ ແລະ ຍັງໄດ້ປຶກສາຫາລືແຜນວຽກຂອງຂະບວນການ ປະຈຳປີ 2025-2026.

ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ແນວຄິດລິເລີ່ມຂອງ ພັກຣັດເຊຍເອກະພາບ ໃນການຈັດກອງປະຊຸມເວທີປຶກສາຫາລືດັ່ງກ່າວ ຊຶ່ງເປັນຂີດໝາຍສໍາຄັນແຫ່ງການຮ່ວມມື ແລະ ເຕົ້າໂຮມກໍາລັງແຮງ ຂອງບັນດາພັກການເມືອງຈາກທະວີບຕ່າງໆໃນໂລກ ເພື່ອແນໃສ່ພ້ອມກັນຕ້ານການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່ ທີ່ເປັນສິ່ງທ້າທາຍຕໍ່ການພັດທະນາຂອງບັນດາຊາດ; ຕີລາຄາສູງຕໍ່ການກະກຽມດ້ານຕ່າງໆຂອງພັກຣັດເຊຍເອກະພາບ ແລະ ເຫັນດີສະໜັບສະໜູນຕໍ່ກັບຮ່າງຖະແຫຼງການຂອງກອງປະຊຸມໃນຄັ້ງນີ້; ຢືນຢັນທັດສະນະອັນສະເໝີຕົ້ນສະເໝີປາຍຂອງລາວຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດ, ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື; ສະແດງຄວາມເອົາໃຈໃສ່ໃນການສືບຕໍ່ຮ່ວມມື ແລະ ປະສານສົມທົບຢ່າງໃກ້ຊິດກັບ ພັກຣັດເຊຍເອກະພາບ, ບັນດາພັກເພື່ອນມິດ ແລະ ກໍາລັງທີ່ກ້າວໜ້າຂອງບັນດາປະເທດໃນໂລກ ເພື່ອຕໍ່ສູ້ຕ້ານການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່ ແລະ ການຊຸກຍູ້ຂະບວນການເພື່ອເສລີພາບຂອງບັນດາຊາດໃຫ້ມີບົດບາດກວ້າງຂວາງກວ່າເກົ່າ.

ຕອນທ້າຍຂອງກອງປະຊຸມ, ຄະນະຜູ້ແທນໄດ້ເຫັນດີເປັນເອກະພາບກັນໃນຖະແຫຼງການຮ່ວມ ທີ່ໄດ້ເນັ້ນໜັກຕໍ່ການສົ່ງເສີມການເຄື່ອນໄຫວຂອງອົງການສະຫະປະຊາຊາດ ໃນການຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ເພື່ອແນໃສ່ການສ້າງລະບຽບໂລກທີ່ມີຄວາມຍຸຕິທຳ ແລະ ປະຊາທິປະໄຕ, ຢຶດໝັ້ນການພັດທະນາຮອບດ້ານຂອງຂະບວນການ “ເສລີພາບຂອງບັນດາຊາດ” ໃຫ້ເປັນກົນໄກປຶກສາຫາລືຫຼາຍຝ່າຍ ເພື່ອສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງສາກົນ. ນອກນີ້, ຍັງໄດ້ກຳນົດການຈັດກອງປະຊຸມຄັ້ງຕໍ່ໄປທີ່ ສະຫະພັນຣັດເຊຍ ໃນທ້າຍປີ 2025.

(ຂ່າວ: ຄຕພ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version