Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ຢ້ຽມຢາມເມືອງຊຽງຮ່ອນ

ນາຍົກລັດຖະມົນຕີ ຢ້ຽມຢາມເມືອງຊຽງຮ່ອນ

0

ໃນຕອນບ່າຍວັນທີ 30 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ຊຽງຮ່ອນ, ມີການນໍາຂອງແຂວງ ແລະ ການນໍາຂອງເມືອງໃຫ້ການຕ້ອນຮັບ.

ທ່ານ ແສງອາທິດ ລາວເບຼຍຢາທໍ່ ໄດ້ລາຍງານສະພາບການທີ່ພົ້ນເດັ່ນຂອງເມືອງໃນໄລຍະ 6 ເດືອນຕົ້ນປີ 2025 ໂດຍສັງເຂບຈາກ ເຊິ່ງໃນໄລຍະ 6 ເດືອນຕົ້ນປີເສດຖະກິດຂອງເມືອງຂະ ຫຍາຍຕົວຢ່າງຕໍ່ເນື່ອງ ຢູ່ໃນລະດັບດີພໍສົມຄວນ, ທັງໄດ້ສຸມໃສ່ເກັບລາຍຮັບ ໄດ້ເກືອບ 3 ຕື້ກີບ ເທົ່າກັບ 64,93% ຂອງແຜນການປີ ແລະ ຄຸ້ມຄອງລາຍຈ່າຍໄດ້ 1,3 ຕື້ກວ່າກີບ ເທົ່າກັບ 47,06% ຂອງແຜນການປີ, ໄດ້ສຸມໃສ່ການຊຸກຍູ້ສົ່ງເສີມການຜະລິດກະສິກໍາຢ່າງຕັ້ງໜ້າ, ປັບປຸງພື້ນ ຖານໂຄງລ່າງ ອໍານວຍຄວາມສະດວກແກ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ. ໃນນັ້ນ, ສໍາເລັດການປູກເຂົ້ານາປີ ແລ້ວ 100% ໃນເນື້ອທີ່ 3.358,20ເຮັກຕາ, ປູກເຂົ້າໄຮ່ 320 ເຮັກຕາ, ປູກໝາກເດືອຍ 600 ເຮັກຕາ ແລະ ປູກມັນຕົ້ນ 1.500 ເຮັກຕາ. ສະເພາະວຽກງານໄພພິບັດ, ເມືອງຊຽງຮ່ອນ ເກີດມີໄພພິບັດນໍ້າຖ້ວມ 2 ຄັ້ງຄື: ຄັ້ງທີ 1 ໃນວັນທີ 16-17 ກໍລະກົດ 2025 ເກີດຝົນຕົກໜັກເຮັດໃຫ້ມີນໍ້າໄຫລຊຸ ແລະ ຖ້ວມເຮືອນ, ພື້ນ ຖານໂຄງລ່າງ ແລະ ພື້ນທີ່ທໍາການຜະລິດຂອງປະຊາຊົນພາຍໃນເມືອງຊຽງຮ່ອນ ທັງໝົດ 30 ບ້ານ, 1.877 ຄອບຄົວ, ມູນຄ່າເສຍຫາຍທັງໝົດ 17,7 ຕື້ກວ່າກີບ ແລະ ຄັ້ງທີ 2 ວັນທີ 22-23 ກໍລະກົດ 2025 ໄດ້ຮັບຜົນກະທົບຈາກພາຍຸວິພາ ເຮັດໃຫ້ທີ່ຢູ່ອາໄສ, ພື້ນຖານໂຄງລ່າງ ໄດ້ຮັບຜົນກະທົບທັງໝົດ 4,6 ຕື້ກວ່າກີບ.

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມຄະນະ ກໍໄດ້ລົງຕິດ ຕາມເບິ່ງເສັ້ນທາງຍຸດທະສາດ ທົ່ງກາບ-ຫ້ວຍຕອງ, ຢ້ຽມຢາມ ແລະ ພົບປະປະຊາຊົນເຂດທົ່ງກາບ ເຊິ່ງເປັນເຂດທີ່ຈະສ້າງເປັນຕາແສງທົ່ງກາບ, ພ້ອມທັງໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານຂອງເມືອງ ແລະ ປະຊາຊົນ, ທັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ຄອມພິວເຕີຕັ້ງໂຕະ 1 ຊຸດ ເພື່ອນໍາໃຊ້ເຂົ້າໃນວຽກງານຢູ່ຫ້ອງການຕາແສງ ຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version