ວິທະຍຸສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ ສປ ຈີນ ໄດ້ຍິງດາວທຽມຈຸ 5 ໃນວົງໂຄຈອນຕ່ຳ ສຳລັບອິນເຕີເນັດ ຜ່ານດາວທຽມດ້ວຍຈະຫລວດສົ່ງຍານ CZ 6 ຢູ່ສູນຍິງດາວທຽມໄທ້ຢວນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນຕາມແຜນການເຮັດໃຫ້ພາລະກິດ ຍິງສົ່ງ ປະສົບຜົນສຳເລັດ ຢ່າງຈົບງາມ. ນີ້ແມ່ນ ພາລະກິດ ຄັ້ງທີ 585 ຂອງຈະຫລວດ ສົ່ງຍານ CZ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ