ໃນໂອກາດທີ່ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຊຽງຂວາງ ພ້ອມດ້ວຍຄະນະ ເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ, ໃນຕອນບ່າຍ ຂອງວັນທີ 28 ກໍລະກົດ 2025 ທີ່ຫ້ອງວ່າການແຂວງດັ່ງກ່າວ ໂດຍສະຫາຍ ໄດ້ຕາງໜ້າໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ມອບເງິນ, ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າທັງໝົດ 769 ລ້ານກວ່າກີບ ໃຫ້ອຳນາດການປົກຄອງແຂວງຊຽງຂວາງ ເພື່ອນຳໄປຊ່ວຍເຫລືອປະຊາຊົນຜູ້ທີ່ປະສົບໄພຕົວຈິງ ແລະ ແກ້ໄຂຜົນກະທົບທີ່ເກີດຂຶ້ນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ
ໂອກາດນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບຜົນກະທົບ ແລະ ຜົນເສຍຫາຍ ໄພພິບັດນໍ້າຖ້ວມ ຈາກສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ເຫັນວ່າ ໃນລະຫວ່າງ ວັນທີ 21-26 ກໍລະກົດ 2025 ທີ່ຜ່ານມາ ໄດ້ເກີດມີຝົນຕົກໜັກ ເຮັດໃຫ້ນໍ້າຍຶ່ງຖ້ວມ, ນໍ້າໄຫລຊຸ, ດິນເຈື່ອນ ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຢູ່ 7 ເມືອງ, 136 ບ້ານ. ໃນນັ້ນ, ໄດ້ມີຜູ້ເສຍຊີວິດ 4 ຄົນ, ບາດເຈັບ 11 ຄົນ ແລະ ຊັບສິນເສຍຫາຍຢ່າງຫລວງຫລາຍ.
ໃນໂອກາດນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສະ ແດງຄວາມເຫັນອົກເຫັນໃຈ ຕໍ່ປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ກໍຄື ສະພາບຜົນເສຍຫາຍ ທີ່ເກີດຂຶ້ນໃນຄັ້ງນີ້ ຊຶ່ງເຫັນວ່າໜັກໜ່ວງ ແລະ ມີຜົນເສຍຫາຍຫລາຍກວ່າປີຜ່ານໆມາ; ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຄະນະພັກ-ຄະນະນໍາ ແລະ ພາກສ່ວນກ່ຽວຂ້ອງທຸກຂັ້ນ ຕະຫລອດຮອດສັງຄົມ ທີ່ໄດ້ພ້ອມກັນສຸມໃສ່ໃຫ້ການຊ່ວຍເຫລືອປະຊາຊົນ ວ່ອງໄວທັນການສົມຄວນ, ພ້ອມທັງ ແກ້ໄຂບັນຫາດັ່ງກ່າວ ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ.
ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.