ສູນກາງສະຫະພັນແມ່ຍິງລາວ ຈັດພິທີໂຮມຊຸມນຸມໃຫຍ່ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955 ຫາ 20 ກໍໍລະກົດ 2025) ຂຶ້ນໃນວັນທີ 23 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ເປັນກຽດເຂົ້າ ຮ່ວມຂອງພະເຖລະນຸເຖລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ພ້ອມດ້ວຍ ບັນດາທ່ານກົມການເມືອງ ສູນກາງພັກ ຄະນະເລຂາທິການສູນກາງພັກ ກໍາມະການສູນກາງພັກ ສະມາຊິກສະພາແຫ່ງຊາດ ຄະນະປະທານສູນກາງແນວລາວສ້າງຊາດ ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ ສະຫະພັນກໍາມະບານລາວ ເລຂາຄະນະຊາວໜຸ່ມປະຊາຊົນປະຕິ ວັດລາວ ລັດຖະມົນຕີ ຮອງລັດຖະມົນຕີ ກະຊວງ-ອົງການ ພະນັກງານປະຕິວັດ ອາວຸ ໂສບໍານານ ຄະນະປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ພາກສ່ວນກ່ຽວຂ້ອງ.
ໃນພິທີ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ຫວນຄືນປະຫວັດມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນເພື່ອປະກອບສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄືພາລະກິດພັດທະນາແມ່ຍິງລາວໃນ 70 ປີຜ່ານມາ ມາຮອດປັດຈຸບັນສະຫະພັນແມ່ຍິງລາວໄດ້ສໍາເລັດກອງປະຊຸມໃຫຍ່ຂອງຕົນ VIII ຄັ້ງ ແລະ ກໍາລັງກະກຽມກ້າວສູ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ IX ໃນມໍ່ໆນີ້ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I ເປັນຕົ້ນມາຄະນະບໍລິຫານງານສະຫະພັນແມ່ຍິງລາວແຕ່ລະສະໄໝ ຄະນະນໍາຂອງສະຫະພັນແມ່ຍິງແຕ່ລະຂັ້ນໄດ້ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ແຜນພັດທະນາແມ່ຍິງລາວໃນແຕ່ລະໄລຍະຕິດພັນກັບມະຕິກອງປະຊຸມໃຫຍ່ຂອງພັກ ແຜນພັດທະ ນາເສດຖະກິດ-ສັງຄົມຂອງຊາດ ແລະ ຂອງທ້ອງຖິ່ນ ປັບປຸງການຈັດຕັ້ງ ຂະຫຍາຍສະ ມາຊິກສະຫະພັນແມ່ຍິງໃນທຸກຂົງເຂດວຽກງານເພີ່ມຂຶ້ນທັງປະລິມານ ແລະ ຄຸນນະ ພາບ ຜ່ານຂະບວນການເຄື່ອນໄຫວດັ່ງກ່າວສະຫະພັນແມ່ຍິງລາວສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນຄື ຄະນະ ແລະ ສະມາຊິກສະຫະພັນແມ່ຍິງເປັນເຈົ້າການປະຕິ ບັດແຜນພັດທະນາແມ່ຍິງລາວແຕ່ລະໄລຍະ ນໍາພາຂະບວນການແມ່ຍິງລາວບັນດາເຜົ່າ ຖືສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ນໍາພາປະຕິບັດຄຳຂວັນ ຂໍ້ແຂ່ງຂັນ 3 ດີ ສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະ ນາ ເອົາໃຈໃສ່ສຶກສາອົບຮົມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ ຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າ ເສີມຂະຫຍາຍມູນເຊື້ອພິລະອາດຫານໃຫ້ເອື້ອຍນ້ອງແມ່ຍິງຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດອັນດີງາມຂອງແມ່ຍິງ ພະນັກງານປະຕິວັດອາວຸໂສຮຸ່ນກ່ອນ ພ້ອມນັ້ນໄດ້ເປີດກວ້າງການພົວພັນຮ່ວມມືກັບປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕາມແນວທາງການຕ່າງປະເທດຂອງພັກປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບສະຖຽນລະພາບ ມິດຕະພາບ ແລະ ການຮ່ວມມືສາກົນເພື່ອພັດທະນາແມ່ຍິງໄດ້ມີຜົນງານທີ່ພົ້ນເດັ່ນຄື ສະຫະພັນແມ່ຍິງລາວເຂົ້າເປັນສະມາຊິກຂອງຄະນະກຳມະການແມ່ຍິງອາຊຽນ ເປັນເຈົ້າພາບຈັດກອງປະຊຸມແມ່ຍິງອາຊຽນຄັ້ງທີ 20 ເປັນເຈົ້າພາບຈັດກອງປະຊຸມຄະນະກໍາມະການແມ່ຍິງອາຊຽນຄັ້ງທີ I ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນທີ່ຮັບຜິດຊອບວຽກງານແມ່ຍິງຄັ້ງທີ I ກອງປະຊຸມສຸດຍອດການນໍາວຽກງານແມ່ຍິງອາຊຽນ ຄັ້ງທີ III ແລະ ກອງປະຊຸມປິ່ນອ້ອມ.

ຈາກຜົນງານທີ່ຍາດມາໄດ້ສະຫະພັນແມ່ຍິງລາວໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ ແລະ ລັດຖະບານຄື ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດຄັ້ງທີ I ໄດ້ຮັບການປະ ດັບຫຼຽນໄຊອິດສະຫຼະຊັ້ນ I ແລະ ທຸງມູນເຊື້ອໃຫ້ແກ່ຂະບວນການແມ່ຍິງລາວ ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດຄັ້ງທີ V ໄດ້ຮັບການປະດັບຫຼຽນໄຊອິດສະຫຼະຊັ້ນ I ໃຫ້ສະຫະພັນແມ່ຍິງລາວ ຍ້ອງຍໍຜົນງານ 20 ປີ ໃນໂອກາດສະເຫຼີມສະຫຼອງວຽງຈັນເປັນນະຄອນຫຼວງຄົບຮອບ 450 ປີ ກ້ອນກໍາລັງແມ່ຍິງບັນດາເຜົ່າໄດ້ຮັບຫຼຽນໄຊແຮງງານຊັ້ນ II ເນື່ອງໃນໂອກາດສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 60 ປີ ໄດ້ຮັບການປະດັບຫຼຽນຄໍາແຫ່ງຊາດເຊິ່ງເປັນຫຼຽນສູງສຸດຂອງ ສປປ ລາວ ໃຫ້ສະຫະພັນແມ່ຍິງລາວ ແລະ ປີ 2015 ລັດຖະບານ ສສ ຫວຽດນາມ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ I ໃຫ້ສະຫະພັນແມ່ຍິງລາວ.
ນອກຈາກນີ້ທ່ານ ທອງລຸນ ສີສຸລິດ ກໍໄດ້ກ່າວສູນທອນພົດຕໍ່ພິທີໂຮມຊຸມນຸມໃຫຍ່ຄັ້ງນີ້ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງເອື້ອຍນ້ອງແມ່ຍິງຍາດມາໄດ້ແຕ່ລະໄລຍະ ພ້ອມນັ້ນກໍໄດ້ຝາກຝັງ ແລະ ແບ່ງປັນໄວ້ກັບແມ່ຍິງລາວທຸກຄົນບາງຄຳເຫັນຄື ຮຽນຮູ້ຢ່າງເປັນປະຈຳ ຮຽນຮູ້ຢ່າງບໍ່ຢຸດຢັ້ງມູນເຊື້ອຂອງແມ່ຍິງລາວເຮົາຖືເອົາ 5 ມູນເຊື້ອທີ່ເປັນຄຸນລັກສະນະອັນດີງາມຂອງແມ່ຍິງລາວ ແລະ ສືບຕໍ່ຕໍ່ຍອດໃຫ້ຂະຫຍາຍກວ້າງ ແລະ ເລີ່ມເຂົ້າສູ່ຊີວິດຂອງແຕ່ລະຄົນ ສັງຄົມເຮົາຖືກກະທົບຈາກພາຍນອກຢູ່ທຸກເວລາ ສິ່ງທີ່ເປັນການກະທົບທາງບວກກໍຮຽນຮູ້ນຳໃຊ້ແຕ່ອັນທີ່ເຫັນວ່າເປັນການ ກະທົບທາງລົບ ແມ່ຍິງລາວກໍຕ້ອງຕໍ່ສູ້ ຕ້ອງແກ້ໄຂ ຕ້ອງສະກັດກັ້ນໄວ້ແຕ່ຫົວທີ ບໍ່ໃຫ້ມັນມາກໍ່ກວນ ແລະ ແທງເຂົ້າໃນຈິດໃຈຂອງຄວາມເປັນຜູ້ຍິງລາວທີ່ບໍລິສຸດໄດ້ ປ້ອງກັນຕົນເອງ ປ້ອງກັນລູກຫຼານ ປ້ອງກັນເພດຍິງ ແລະ ປ້ອງກັນສັງຄົມ ໃຫ້ສ້າງຄວາມບໍລິສຸດທາງດ້ານຈິດໃຈ ການດຳລົງຊີວິດ ການປະຕິບັດໜ້າທີ່ວຽກງານຂອງແຕ່ລະຄົນໂດຍສະເພາະຂອງແມ່ຍິງລາວຍຸກໃໝ່ ຈຳແນກໃຫ້ໄດ້ຄ່ານິຍົມທີ່ຜິດ ແລະ ຄ່ານິຍົມທີ່ຖືກຕ້ອງບໍ່ຕົກເຂົ້າໃນກະແສແນວຄິດຂາດຈັນຍາບັນ ຈັນຍາທຳ ຕົກເຂົ້າໃນຕາໜ່າງ ແລະ ເຫວເລິກຂອງຄວາມງົມງວາຍ ເມົາມົວນຳຄ່ານິຍົມທີ່ຈະພາຕົນໄປສູ່ຄວາມລະເມີເພີ້ຝັນແບບລົມໆແລ້ງໆ ຂໍໃຫ້ແມ່ຍິງລາວເຮົາສືບຕໍ່ຮັບເອົາສິດ ໜ້າທີ່ ຮັບເອົາພາລະກິດອັນໃຫຍ່ຫຼວງທີ່ແມ່ຍິງລາວໄດ້ເຄີຍປາຖະໜາມາໃນທຸກຍຸກທຸກສະ ໄໝນັ້ນ ມາບາດນີ້ ບັນດາຄວາມມຸ່ງຫວັງນັ້ນໄດ້ເກີດຂຶ້ນແລ້ວ ໄດ້ມາຕົກຢູ່ໃນກຳມືຂອງເອື້ອຍນ້ອງແມ່ຍິງແລ້ວ ຕ້ອງໄດ້ກຳເອົາ ແລະ ໄປນໍາໃຊ້ມັນໃຫ້ຖືກຕ້ອງ ເປັນປະໂຫຍດໃຫ້ແມ່ຍິງທັງປະເທດ ແລະ ເປັນປະໂຫຍດໃຫ້ຕົນເອງດ້ວຍການຮັກສາໄວ້ເຊິ່ງຄວາມເປັນແມ່ໃຫ້ເປັນແມ່ທີ່ໄດ້ຮັບຄວາມເຄົາລົບຮັກຂອງທຸກໆຄົນໃນສັງຄົມ ຮັບເອົາສິດສະເໝີພາບທີ່ໄດ້ຖືກມອບໝາຍໃຫ້ແລ້ວນັ້ນກໍຕ້ອງໄດ້ມີພັນທະປະຕິບັດໃຫ້ເປັນປະໂຫຍດຕໍ່ສ່ວນລວມຢ່າງແທ້ຈິງ ແມ່ຍິງລາວຄວນຮັກສາໄວ້ເຊິ່ງວັດທະນະ ທຳເຄົານົບທຳນຽມແຫ່ງຄວາມງົດງາມ ອ່ອນໂຍນ ສຸຂຸມຮອບຄອບ ອ່ອນຫວານແຕ່ບໍ່ອ່ອນແອ ໂອກາດນີ້ທ່ານປະທານປະເທດກໍໄດ້ປະດັບຫຼຽນໄຊອິດສະຫຼະຊັັ້ນ III ໃຫ້ແກ່ສູນການງສະຫະພັນແມ່ຍິງລາວທີ່ມີຜົນງານໃນການນໍາພາ-ຊີ້ນໍາວຽກງານ ສົ່ງ ເສີມມູນເຊື້ອວັດທະນະທໍາຮີດຄອງປະພນີອັນດີງານຂອງຊາດ ແລະ ແມ່ຍິງບັນດາເຜົ່າ.