ຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Microsoft ໄດ້ອອກຄຳເຕືອນຮີບດ່ວນເຖິງໜ່ວຍງານພາກລັດ ແລະ ພາກເອກະຊົນ ໃຫ້ຮີບຮ້ອນຕິດຕັ້ງການອັບເດດຄວາມປອດໄພທັນທີຫຼັງຈາກຄົ້ນພົບການໂຈມຕີທາງໄຊເບີ ແບບ “Zero-day” ທີ່ຕັ້ງເປົ້າໝາຍໂຈມຕີຊ່ອງຫວ່າງຂອງຊັອຟແວ SharePoint Server ຊຶ່ງເປັນເວີຊັນທີ່ອົງການຈັດຕັ້ງຕິດຕັ້ງເອງ (On-premise).
Microsoft ຢືນຢັນໃນວັນທີ 19 ກໍລະກົດ ຜ່ານມາວ່າ: ການໂຈມຕີດັ່ງກ່າວໄດ້ເປີດຊ່ອງຫວ່າງໃຫ້ແຮັກເກີສາມາດປອມຕົວເປັນຜູ້ໃຊ້ທີ່ໜ້າເຊື່ອຖືໄດ້ (Spoofing Attack), ໃນຂະນະທີ່ FBI ຖະແຫຼງໃນວັນທີ 20 ກໍລະກົດ ຜ່ານມາວ່າ: ໄດ້ຮັບຮູ້ສະຖານະການ ແລະ ກໍາລັງຮ່ວມມືກັບອົງການຂອງລັດຖະບານ ແລະ ເອກະຊົນ ເພື່ອແກ້ໄຂໄພຂົ່ມຂູ່ດັ່ງກ່າວ. ໜັງສືພິມ Washington Post ລາຍງານວ່າ: ເຊີເວີ ທີ່ອາດຕົກຢູ່ໃນຄວາມສ່ຽງມີຈຳນວນຫຼາຍສິບພັນໜ່ວຍໃນທົ່ວໂລກ.
ຊ່ອງຫວ່າງນີ້ມີຜົນກະທົບຕໍ່ SharePoint Server, ທີ່ອົງການຕ່າງໆໃຊ້ສຳລັບເກັບຮັກສາ ແລະ ແຊຣເອກະສານພາຍໃນອົງການເທົ່ານັ້ນ. ສ່ວນການບໍລິການຄລາວ ເຊັ່ນ: SharePoint Online ໃນ Microsoft 365 ບໍ່ໄດ້ຮັບຜົນກະທົບຈາກການໂຈມຕີ ຄັ້ງນີ້.
Microsoft ໄດ້ປ່ອຍ Patch ອັບເດດຄວາມປອດໄພສໍາລັບ SharePoint Subscription Edition ໃນວັນທີ 20 ກໍລະກົດ ຜ່ານມາ ແລະ ກ່າວວ່າ: ກໍາລັງເລັ່ງພັດທະນາ Patch ສຳລັບເວີຊັນ 2016 ແລະ 2019.
ສໍາລັບລູກຄ້າທີ່ບໍ່ສາມາດຕິດຕັ້ງການອັບເດດໄດ້, Microsoft ໄດ້ອອກຄໍາແນະນໍາວ່າ: ໃຫ້ຕັດການເຊື່ອມຕໍ່ເຊີເວີທີ່ມີຄວາມສ່ຽງອອກຈາກອິນເຕີເນັດທັນທີ ຈົນກວ່າຈະສາມາດຕິດຕັ້ງ patch ຄວາມປອດໄພສໍາເລັດ.