Home ຂ່າວໜ້າໜຶ່ງ ເຊກອງ ທາບທາມບຸກຄະລາກອນຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ຮອບ ll

ເຊກອງ ທາບທາມບຸກຄະລາກອນຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ຮອບ ll

0

ກອງປະຊຸມ ທາບທາມບຸກຄະລາກອນທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ Xl (ຮອບທີ 2) ຈັດຂຶ້ນໃນວັນທີ 21 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີຄະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກ 4 ເມືອງ, ຄະນະພັກຮາກຖານອ້ອມຂ້າງແຂວງ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ບຸນຫລາຍ ບຸດທິ ຮັກສາການເລຂາພັກແຂວງ, ຮັກສາການເຈົ້າແຂວງເຊກອງ ໄດ້ລາຍງານໃຫ້ຮູ້ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ພາຍໃນແຂວງ ກໍຄື ການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງເຊກອງ ຄັ້ງທີ Xl ໂດຍສະເພາະ ດ້ານຂະບວນການ, ດ້ານເນື້ອໃນ, ດ້ານບຸກຄະລາກອນ ແລະ ດ້ານງົບປະມານ, ພ້ອມນີ້, ກອງປະຊຸມກໍໄດ້ມີການຜ່ານຮ່າງບົດລາຍງານການເມືອງ II ພາກ; ຮ່າງແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຂອງແຂວງ; ຮ່າງບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ທີ່ໄດ້ມີການປັບປຸງຕາມການມີຄໍາເຫັນຂອງບັນດາຜູ້ແທນກອງປະຊຸມ ແລະຄະນະຮັບຜິດຊອບຊຸກຍູ້ຕິດຕາມກອງປະຊຸມໃຫຍ່ອົງຄະນະພັກແຂວງຂັ້ນສູນກາງ ໃນຄັ້ງຜ່ານມາ. ຈາກນັ້ນ, ກໍໄດ້ຜ່ານມາດຕະຖານ, ເງື່ອນໄຂ ຂອງຄະນະບໍລິຫານງານພັກແຂວງ ແລະ ມາດຕະຖານຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານຄະນະກວດກາພັກແຂວງ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ແທນກອງປະຊຸມ ໄດ້ນຳໄປຄົ້ນຄວ້າ, ເລືອກເຟັ້ນເອົາຄະນະບໍລິຫານງານພັກແຂວງ (ຊຸດໃໝ່) ໃຫ້ໄດ້ຜູ້ທີ່ມີມາດຕະ ຖານ, ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້.

ໃນໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫລັກການທີ່ກຳນົດໄວ້ ໂດຍບຸກຄະລາກອນ ທີ່ຈະສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ Xl (ຮອບທີ 2) ຕ້ອງເປັນຜູ້ທີ່ດີເດັ່ນ ມີຄວາມຮູ້, ຄວາມສາມາດ ຄົບຕາມມາດຕະຖານ ເຊິ່ງປະກອບດ້ວຍເພດ-ເຜົ່າ, ໃຫ້ມີຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ຢ່າງສົມເຫດສົມຜົນ. ພ້ອມນີ້, ກໍຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕ້ອງໄດ້ມີທັດສະນະການເມືອງທີ່ໜັກແໜ້ນ ແລະເອົາໃຈໃສ່ຢ່າງເປັນເຈົ້າການໃນການລົງຄະແນນສຽງທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ໃນຄັ້ງນີ້ ໃຫ້ຖືກຕ້ອງຕາມລະບຽບຫລັກການ ແລະ ຄວາມເປັນຈິງ.

ຈາກນັ້ນ, ກໍໄດ້ດຳເນີນການປ່ອນບັດທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ Xl (ຮອບທີ 2) ຕາມລະບຽບຂອງພັກ.

ຂ່າວ: ອັດສະວິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version