Home ຂ່າວໜ້າໜຶ່ງ ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກ ແຂວງຫລວງພະບາງ ເອົາໃຈໃສ່ປັບປຸງວຽກງານຫລາຍດ້ານ

ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກ ແຂວງຫລວງພະບາງ ເອົາໃຈໃສ່ປັບປຸງວຽກງານຫລາຍດ້ານ

0

ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງຫລວງພະບາງ ໃນວັນທີ 18 ກໍລະກົດ 2025 ຜ່ານມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງແຂວງຫລວງພະບາງ ໂດຍໄດ້ທິດຊີ້ນໍາໃຫ້ຄະນະບໍລິຫານງານພັກແຂວງ ເອົາໃຈໃສ່ປັບປຸງວຽກງານຫລາຍດ້ານ ເປັນຕົ້ນ ໃຫ້ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ທະຫານ-ຕໍາຫລວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໃຫ້ແຂງແຮງກວ່າເກົ່າ, ສ້າງສະຕິຕື່ນຕົວເປັນເຈົ້າການປົກປັກຮັກສາ ແລະ ພັດທະນາທ້ອງຖິ່ນຕົນ, ຍົກສູງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ນ້ຳໃຈເສຍສະລະເພື່ອຊາດ ເພື່ອປະຊາຊົນ, ຄວາມບໍລິສຸດສັດຊື່, ຄວາມຮັບຜິດຊອບເຮັດແທ້ທໍາຈິງ, ແກ້ໄຂແນວຄິດເອື່ອຍອີງ-ຂາດຄວາມເປັນເຈົ້າ ແລະ ອື່ນໆ ໃຫ້ມີການຫັນປ່ຽນດີຂຶ້ນ.

ພິເສດ ໃນໂອກາດກະກຽມສະເຫລີມສະຫລອງ 2 ວັນ ປະຫວັດສາດນີ້, ຕ້ອງລົງເລິກສຶກສາອົບຮົມ ໃຫ້ຮັບຮູ້-ເຂົ້າໃຈມູນເຊື້ອຂອງພັກ, ຂອງຊາດ ກໍຄື ຂອງທ້ອງຖິ່ນ, ກໍາແໜ້ນ ແລະ ຮໍ່າຮຽນເອົາ ຄຸນສົມບັດ, ທັດສະນະແບບແຜນ ຂອງປະທານ ໄກສອນ ພົມວິຫານ ບັນພະບູລຸດຂອງຊາດ, ພ້ອມກັນນັ້ນ ຕ້ອງເຜີຍແຜ່-ແນະນໍາ ຊີ້ໃຫ້ເຫັນທຸກເລ່ຫລ່ຽມກົນອຸບາຍຂອງສັດຕູ ພວກຄົນບໍ່ດີ ທີ່ຫວັງທໍາລາຍມ້າງເພ ພັກ ແລະ ລະບອບການເມືອງ ເປັນຕົ້ນ ກົນອຸບາຍຫັນປ່ຽນໂດຍສັນຕິ ໃນທຸກຮູບແບບເຊັ່ນ: ການລະເມີດລະບຽບກົດໝາຍ, ບໍ່ນັບຖືການຈັດຕັ້ງ, ປະລະ ຫລື ຫລຸດຖອຍໃນການປະຕິບັດໜ້າທີ່, ບໍ່ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ, ການສວຍໃຊ້ໜ້າທີ່ ສໍ້ລາດບັງຫລວງ, ສ້າງກຸ່ມກ້ອນພັກພວກ ແລະ ອື່ນໆ ຕ້ອງສຸມໃສ່ແກ້ໄຂໃຫ້ມີການຫັນປ່ຽນຢ່າງແທ້ຈິງ; ອັນສໍາຄັນແມ່ນຕ້ອງສ້າງ ແລະຍົກສູງຄວາມເຊື່ອໝັ້ນ ຕໍ່ການນໍາພາ ແລະ ແນວທາງນະໂຍບາຍຂອງພັກ, ມີສະຕິ ແລະ ເປັນເຈົ້າຕອບຕ້ານທຸກຖ້ອຍທໍານອງ ໂຄສະນາບິດເບືອນ ຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ໃຫ້ທັນການ.

ໃນໂອກາດນີ້, ສະຫາຍ ຄຳຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງຫລວງພະບາງ ໄດ້ລາຍງານຫຍໍ້ ສະພາບການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ການປັບ ປຸງກົງຈັກການຈັດຕັ້ງ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຫລວງພະບາງຄັ້ງທີ IX ແລະ ການກະກຽມສ້າງຕັ້ງຕາແສງ. ໃນນັ້ນ, ທ່ານໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນ ແມ່ນການຂະຫຍາຍຕົວທາງດ້ານເສດຖະກິດ ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ 3,94% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນສະເລ່ຍໄດ້ 23 ລ້ານລ້ານກວ່າກີບ ຫລື ເທົ່າກັບ 1.067 ໂດລາສະຫະລັດ ຕໍ່ຄົນຕໍ່ປີ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ IX ມາຮອດປັດຈຸ ບັນ ການດໍາເນີນກອງປະຊຸມໃຫຍ່ ຮາກຖານພັກອ້ອມຂ້າງແຂວງສໍາເລັດ 140 ຮາກຖານ, ກວມເອົາ 99,29%, ຍັງບໍ່ທັນສໍາເລັດ ມີ 1 ຮາກຖານພັກຄື: ໜ່ວຍພັກສະພາປະຊາຊົນແຂວງ ຈະດໍາເນີນກອງປະຊຸມໃຫຍ່ຫລັງກອງປະຊຸມໃຫຍ່ອົງຄະນະພັກແຂວງ, ສໍາເລັດກອງປະຊຸມໃຫຍ່ ຂອງສະຫະພັນນັກ ຮົບເກົ່າແຂວງ, ກອງປະຊຸມໃຫຍ່ຂອງ 3 ອົງການຈັດຕັ້ງມະຫາຊົນ. ພ້ອມນັ້ນ, ໄດ້ນໍາເອົາຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ເຂົ້າຜ່ານໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13 ເປັນຄັ້ງທີ 3 ແລະ ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິ ຫານງານພັກແຂວງ ສະໄໝທີ VIII ຜ່ານໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 13 ເປັນຄັ້ງທີ 1, ໄດ້ສໍາເລັດການທາບທາມບຸກຄະລາກອນຮອບ 1 ຢູ່ຂັ້ນນະຄອນ-ເມືອງ, ສ່ວນການກະກຽມ ສ້າງຕັ້ງຕາແສງ ຄາດຄະເນການສ້າງຕັ້ງຕາແສງ ເບື້ອງຕົ້ນເມືອງລະ 4-5 ຕາແສງ ລວມໃນທົ່ວແຂວງມີ 56 ຕາແສງ, 757 ບ້ານ, ມີພົນລະເມືອງ 542,921 ຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version