Home ຂ່າວການເມືອງ ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

0

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ທີ່ ກົວລາລໍາເປີ, ມາເລເຊຍ ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອານິຕາ ອານັນ (Anita Anand), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.

ໃນການພົບປະ, ສອງຝ່າຍ ຕ່າງກໍ່ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນໃນຄັ້ງນີ້, ຊຶ່ງເປັນການພົບປະຄັ້ງທໍາອິດ ຂອງທັງສອງລັດຖະມົນຕີຕ່າງປະເທດ ພາຍຫຼັງຮັບຕໍາແໜ່ງໃໝ່. ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ ລະຫວ່າງ ສປປ ລາວ ແລະ ການາດາ ຕະຫຼອດໄລຍະ 51 ປີຜ່ານມາ (ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມິຖຸນາ 1974), ຊຶ່ງສອງປະເທດສາມາດຮັກສາໄດ້ການພົວພັນ ແລະ ການຮ່ວມມື ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ພ້ອມກັນນີ້, ສອງຝ່າຍ ໄດ້ປຶກສາຫາລືທິດທາງໃນການຮ່ວມມື ໃນຕໍ່ໜ້າ, ໂດຍສະເພາະ ໃນຂອບການຮ່ວມມື ອາຊຽນ-ການາດາ ໃນນາມທີ່ ສປປ ລາວ ເປັນປະເທດປະສານງານ ສໍາລັບການພົວພັນຮ່ວມມືອາຊຽນ-ການາດາ (2024-2027). ສອງຝ່າຍ ຍັງໄດ້ຕົກລົງເຫັນດີຊຸກຍູ້ໃຫ້ມີການເສີມຂະຫຍາຍການຮ່ວມມືດ້ານຕ່າງໆ ໂດຍສະເພາະການຄ້າ-ການລົງທຶນ ໄປຄຽງຄູ່ກັບການຮ່ວມມືດ້ານການເມືອງ, ຊຸກຍູ້ການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ການາດາ ຄັ້ງທີ 5 ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version