ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ຈັດກອງປະຊຸມສຳມະນາວິທະຍາສາດ ລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ທີ່ປຶກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ມີບັນດາທ່ານການນຳພັກ – ລັດ, ບັນດາທ່ານຄະນະທີ່ປຶກສາຂອງສູນກາງແນວລາວສ້າງ, ຄະນະປະຈໍາສະພາທິດສະດີສູນກາງພັກ ແລະ ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ ຊຶ່ງກອງປະຊຸມ ໄດ້ຈັດຂຶ້ນ ໃນວັນທີ 16 ກໍລະກົດ ຜ່ານມາທີ່ຄະນະໂຄສະນາອົບຮົມສູນກາງພັກ.

ໃນວາລະກອງປະຊຸມ, ໄດ້ຮັບຟັງການນຳສະເໜີ 5 ຫົວຂໍ້ຍ່ອຍເຊັ່ນ: ແນວຄິດໄກສອນ ພົມວິຫານ ກ່ຽວກັບຄວາມສາມັກຄີບັນດາເຜົ່າ, ການສ້າງຄວາມສາມັກຄີບັນດາຊັ້ນຄົນ, ການສ້າງຄວາມສາມັກຄີ ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ການສ້າງຄວາມສາມັກຄີປອງດອງ ສາສະໜາຕ່າງໆ ແລະ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີ ລະຫວ່າງ ບັນດາກໍາລັງທີ່ຮັກຊາດ;
ໂອກາດກ່າວເປີດກອງປະຊຸມ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ກ່າວບາງຕອນວ່າ: ກອງປະຊຸມສຳມະນາ ໃນຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ແມ່ນມີຄວາມໝາຍສໍາຄັນ ທັງໃນດ້ານທິດສະດີ ແລະ ພຶດຕິກໍາ ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງຄັງສາງທິດສະດີ – ພຶດຕິກຳ ຂອງພັກເຮົາ ເພື່ອເປັນພື້ນຖານຮັບໃຊ້ໃຫ້ແກ່ການປັບປຸງບູລະນະແນວທາງນະໂຍບາຍ ຂອງພັກ ແລະ ລັດ ກ່ຽວກັບວຽກການສ້າງຄວາມສາມັກຄີປອງດອງຊາດ ໃຫ້ສົມບູນຍິ່ງຂຶ້ນ; ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ຕະຫຼອດໄລຍະແຫ່ງການນໍາພາ-ຊີ້ນໍາ ເພິ່ນໄດ້ຖືສໍາຄັນການສ້າງຄວາມສາມັກຄີ ແມ່ນກຳລັງແຮງ, ແມ່ນກຸນແຈແຫ່ງຄວາມສຳເລັດຜົນ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ ແມ່ນກວ້າງຂວາງ, ເລິກເຊິ່ງ, ຮອບດ້ານ, ກວມເອົາທຸກການເຄື່ອນໄຫວວຽກງານໃນແຕ່ລະຂົງເຂດ; ເນື້ອແທ້ແມ່ນເພື່ອສຶກສາອົບຮົມ, ເປັນຫຼັກແຫຼ່ງເຕົ້າໂຮມກຳລັງແຮງ ແລະ ຄວາມສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ ແລະ ໄວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ; ພ້ອມນີ້, ທ່ານປະທານກອງປະຊຸມໄດ້ຮຽກຮ້ອງມາຍັງບັນດານັກວິທະຍາສາດ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ຄົ້ນຄວ້າໃຫ້ເລິກ, ຂຸດໃຫ້ເຖິງ ນຳສະເໜີເນື້ອໃນໃຫ້ເລິກເຊິ່ງ, ຮັບປະກັນໄດ້ລັກສະນະວິທະຍາສາດ, ຖືກຕ້ອງຕາມເຫດການຕົວຈິງ ເພື່ອຊອກໃຫ້ເຫັນໄດ້ເຖິງແອ້ກະທິແນວຄິດທິດສະດີຂອງເພິ່ນ ເພື່ອກາຍເປັນຄັງສາງທິດສະດີ, ເປັນແນວຄິດຊີ້ນຳທີ່ມີບົດບາດສຳຄັນ ແລະ ເປັນທິດເຍືອງທາງຕໍ່ກັບວຽກງານສ້າງຄວາມສາມັກຄີປອງດອງຊາດ; ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໃຫ້ເອົາໃຈໃສ່ໃນການຄິດຫງຳ ໃຫ້ການປະກອບຄໍາເຫັນຢ່າງກົງໄປກົງມາຕາມຄຳຖາມເຈາະຈີ້ມ ເພື່ອເຮັດແນວໃດໃຫ້ເນື້ອໃນບົດຄົ້ນຄວ້າ, ສຳມະນາວິທະຍາສາດໃນຄັ້ງນີ້ສາມາດຮັບປະກັນໄດ້ລັກສະນະວິທະຍາສາດ ແລະ ແທດຕົວຈິງ; ນໍາເອົາເນື້ອໃນຈິດໃຈກອງປະຊຸມສໍາມະນາໃນຄັ້ງນີ້ໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ຂ່າວ: ພ.ພຽງ-ພາບ: ລີ