ແຫລ່ງຂ່າວຈາກ ແຂວງຈໄປາສັກ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ປະກອບສ່ວນທຶນໃນການບຳລຸງຮັກສາປ້າຍໂຄສະນາ ແລະ ບໍາລຸງຮັກສາພື້ນທີ່ສວນຮ່ວມນໍ້າໃຈຊາວແຂວງຈຳປາສັກ (ຈຸດໜ້າສະໜາມກິລາແຂວງຈໍາປາສັກ) ລະຫວ່າງ ຄະນະຮັບຜິດຊອບການປັບປຸງ, ສ້ອມແປງ ສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ ກັບທະນາຄານພັດທະນາລາວ ສາຂາ ຈໍາປາສັກ ໃນວັນທີ 10 ກໍລະກົດ 2025 ທີ່ສະພາປະຊາຊົນ ແຂວງຈໍາປາສັກ ຕາງໜ້າລົງນາມໂດຍທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງ, ປະທານສະຫະພັນກິລາບານເຕະແຂວງຈໍາປາສັກ ແລະ ທ່ານ ພິມມະທາ ອາໂນລາດ ຮອງຫົວໜ້າທະນາຄານພັດທະນາລາວ ສາຂາພາກຈໍາປາສັກ, ມີທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຄະນະຮັບຜິດຊອບການປັບປຸງ, ສ້ອມແປງ ສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ, ພະນັກງານທັງສອງຝ່າຍທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບ ໂດຍທະນາຄານພັດທະນາລາວ ສາຂາພາກຈໍາປາສັກ ຈະປະກອບສ່ວນທຶນໃນການບໍາລຸງຮັກສາປ້າຍໂຄສະນາ ແລະ ພື້ນທີ່ຂອງສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ ເປັນເວລາ 05 ປີ, ເລີ່ມແຕ່ວັນທີ 06 ມີນາ 2026 ຫາວັນທີ 06 ມີນາ 2031 ໂດຍຈະມອບທຶນບໍາລຸງຮັກສາມູນຄ່າ 50 ລ້ານກີບຕໍ່ປີ, ລວມມູນຄ່າທັງໝົດໃນ 5 ປີ ແມ່ນ 250 ລ້ານກີບ ໃນນັ້ນ, ສັນຍາຍັງໄດ້ກໍານົດພາລະບົດບາດ, ສິດ ແລະ ຄວາມຮັບຜິດຊອບຂອງທັງ 2 ຝ່າຍ ຢ່າງລະອຽດ.
ການເຊັນສັນຍາໃນຄັ້ງນີ້, ເປັນການຕົກລົງຮ່ວມມືກັນ ທີ່ສະແດງໃຫ້ເຫັນເຖິງຄວາມສໍາຄັນ ໃນການຄຸ້ມຄອງປົກປັກຮັກສາຊັບສິນຂອງລັດ ທີ່ເປັນສະຖານທີ່ສາທາລະນະ. ສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ ແຫ່ງນີ້ໄດ້ລົງມື້ກໍ່ສ້າງມາແຕ່ຕົ້ນປີ 2024 ໂດຍໄດ້ຮັບທຶນສົມທົບຈາກຫລາຍພາກສ່ວນ ທັງພາກລັດ, ເອກະຊົນ, ຜູ້ປະກອບການຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ໃນສັງຄົມ ເປັນທຶນໃນການກໍ່ສ້າງ ຈຶ່ງເປັນຊື່ເອີ້ນວ່າ “ສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ” ປັດຈຸບັນການກໍ່ສ້າງສວນແມ່ນສໍາເລັດ 99% ເຊິ່ງຄະນະຮັບຜິດຊອບ ຍັງຈະສືບຕໍ່ຕິດຕັ້ງອຸປະກອນເຄື່ອງອອກກໍາລັງກາຍ ແລະ ຈັດພິທີເປີດນໍາໃຊ້ສວນເປັນທາງການໃນມໍ່ໆນີ້.
ສວນສາທາລະນະຮ່ວມນໍ້າໃຈຊາວຈຳປາສັກ ແຫ່ງນີ້ມີເອກະລັກ ແລະ ປະດັບປະດາໂດຍຮູບຈໍາລອງສັນຍາລັກກິລາລາວ ແລະ ມີການວາງສະແດງຮູບພາບສະຖານທີ່ແຫລ່ງທ່ອງທ່ຽວສໍາຄັນ ຂອງແຂວງຈໍາປາສັກ, ເຊິ່ງຈະເປັນສະຖານສໍາຄັນ ໃນການເຕົ້າໂຮມຄວາມສາມັກຄີ, ບ່ອນພັກຜ່ອນໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ລວມທັງປະຊາຊົນ-ມວນຊົນ ໄດ້ເຄື່ອນໄຫວອອກກໍາລັງກາຍ, ສ້າງຂະບວນການ ແລະ ກິດຈະກໍາອື່ນໆ ທີ່ເປັນປະໂຫຍດຕໍ່ສັງຄົມ.
ຂ່າວ-ພາບ: ສົມວິຈິດ-ດາວພະຈັນ