Home ຂ່າວໜ້າໜຶ່ງ ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58

0

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ເຊິ່ງພິທີເປີດຢ່າງເປັນທາງການຈັດຂຶ້ນໃນວັນທີ 9 ກໍລະກົດ 2025, ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ. ໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ເເລະ ບັນດາບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີແຫ່ງ ມາເລເຊຍ ກ່ອນເຂົ້າຮ່ວມພິທິເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58.

ພາຍຫລັງພີທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຢ່າງເປັນທາງການ, ທ່ານ ທອງສະຫວັນ ພົມວິຫານໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 (ເເບບຄົບຄະນະ) ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 (ເເບບວົງເເຄບ) ພາຍໃຕ້ການເປັນປະທານຂອງລັດຖະມົນຕີຕ່າງປະເທດມາເລເຊຍ. ກອງປະຊຸມຄົບຄະນະ ໄດ້ສຸມໃສ່ປຶກສາຫາລືການເສີມສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງຮັບຊາບຄວາມຄືບໜ້າການກະກຽມເຂົ້າເປັນ​ສະ​ມາ​ຊິກສົມບູນຂອງອາຊຽນ​ ສໍາລັບ ຕີ​ມໍ​ແລັດ​ສະ​ເຕ ແລະ ປຶກສາຫາລືກ່ຽວກັບການສະເໜີເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ. ກອງປະຊຸມ ໄດ້ຮັບຊາບບົດລາຍງານປະຈໍາປີ 2025 ຂອງຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ໄດ້ຮັບຮອງເອົາບັນດາກິດຈະກໍາປະຈໍາປີ 2026 ແລະ ແຜນວຽກ 5 ປີສະບັບໃໝ່ (2026-2030) ຂອງຄະນະກໍາມາທິການດັ່ງກ່າວ. ພ້ອມນີ້, ໄດ້ຮັບຊາບຄວາມຄືບໜ້າຂອງການພົວພັນລະຫວ່າງອາຊຽນ ກັບຄູ່ຮ່ວມມືພາຍນອກຂອງອາຊຽນ ໂດຍຜ່ານການຈັດຕັ້ງປະຕິບັດບັນດາແຜນວຽກງານການຮ່ວມມື ແລະ ສືບຕໍ່ຮັດແໜ້ນການຮ່ວມມືກັບພາຍນອກ ເພື່ອປະກອບສ່ວນໃຫ້ແກ່ການບັນລຸຜົນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍຄື ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ທີ່ຜູ້ນໍາອາຊຽນ ໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ຜ່ານມາ. ສປປ ລາວ ໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ-ການາດາ ໄດ້ລາຍງານໃຫ້ກອງປະຊຸມຮັບຊາບຄວາມຄືບໜ້າການພົວພັນຮ່ວມມືອາຊຽນ-ການາດາ ໂດຍສະເພາະ ການກະກຽມແຜນປະຕິບັດງານສະບັບໃໝ່ (2026-2030).​ ນອກຈາກນີ້, ກອງປະຊຸມ ໄດ້ຮັບຮອງເອົາຖະເເຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 (ເເບບວົງເເຄບ) ໄດ້ປຶກສາຫາລືຜົນການຈັດຕັ້ງປະຕິບັດເອກະສານທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາ ກ່ຽວກັບບັນຫາ ມຽນມາ ຊຶ່ງໂດຍລວມເຫັນວ່າມີຄວາມຄືບໜ້າ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ໄພພິບັດທາງທໍາມະຊາດ, ວິກິດການເສດຖະກິດ-ການເງິນ ແລະ ບັນຫາຂໍ້ຂັດເເຍ່ງຢູ່ພາກພື້ນຕ່າງໆ.

ໃນ​ຕອນ​ບ່າຍ​ວັນ​ດຽວກັນ, ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ໄດ້ເຂົ້າ​​ຮ່ວມພິທີ​ລົງ​ນາມເອກະສານ​ເພື່ອ​ຮັບ​ເອົາ ​ປະເທດ ອານເຊຣີ ແລະ ອູຣູກວາຍ ເຂົ້າ​ເປັນ​ພາຄີ​ສົນ​ທິ​ສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC), ມາຮອດປັດຈຸບັນ ມີປະເທດນອກພາກພື້ນ 47 ເທດໄດ້ເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ ເເລ້ວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version