Home ຂ່າວຕ່າງປະເທດ ເຕັກ​ໂນ​ໂລ​ຊີ​ຈີນ​ ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ

ເຕັກ​ໂນ​ໂລ​ຊີ​ຈີນ​ ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ

0

ວັນ​ທີ 12 ມິ​ຖຸ​ນາ​ຜ່ານ​ມາ, ບໍ​ລິ​ສັດ XIAOPENG ​ເຊິ່ງ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ຂອງ​ຈີນ​ ປະ​ກາດ​ວ່າ ໄດ້​ຄົ້ນ​ຄວ້າ​ຜະ​ລິດ​ແຜ່ນ​ຊິບ​ຂັບ​ລົດ​ແບບ​ອັດ​ຕະ​ໂນ​ມັດ ທີ່​ມີສະ​ມັດ​ຖະ​ພາບ​ສູງກວ່າ​ແຜ່ນ​ຊິບ​​ຈາກ​ບໍ​ລິ​ສັດ NVIDIA ຂອງ​ອາ​ເມ​ຣິ​ກາ, ກຸ່ມ​ບໍ​ລິ​ສັດ​ໂວນ​ສະວາເກິນ​ຂອງ​ເຢຍ​ລະ​ມັນ​ອາດ​ຈະ​ຈັດ​ຊື້​ແຜ່ນ​ຊິບ​ຊຸດ​ທຳ​ອິດ​ຈາກ​ບໍ​ລິ​ສັດຕົນ. ນອກ​ນີ້, ​ບໍ​ລິ​ສັດ​ອໍ​ດີ​ໄດ້​ໂຄ​ສະ​ນາ​ຂາຍລົດ​ລຸ້ນ A5L ຂອງ​ຕົນ​ທີ່​ຈະ​ປ້​ອນ​ເຂົ້າ​ຕະຫຼາດ​ໃນ​ໄວໆ​ນີ້, “ລະ​ບົບ​ຂັບ​ລົດ​ອັດ​ສະ​ລິ​ຍະ​ສຽນ​ຄຸນ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ” ໃນ​​ແຜ່ນ​ປ້າຍ​ໂຄ​ສະ​ນາ ຫຼື ໂປ​ສະ​ເຕີ​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ທີ່​ດຶງ​ດູດ​ລູກ​ຄ້າ… ປັດ​ຈຸ​ບັນ, ອຸດ​ສາ​ຫະ​ກຳ​ລົດ​​ໃນທົ່ວ​ໂລກ​ພວມ​ເກີດ​ມີ​ການ​ປະ​ຕິ​ວັດ​ຄັ້ງ​ປະ​ຫວັດ​ສາດ, ​ຄວາມ​ເປັນ​ຜູ້​ນຳ​ດ້ານ​ເຕັກ​ໂນ​ໂລ​ຊີ​ລົດ​​ໃນ​ທົ່ວ​ໂລກ​ພວມ​​ຍົກ​ຍ້າຍ​ຈາກ​ຕາ​ເວັນ​ຕົກ​ມາ​ຫາ​ຕາ​ເວັນ​ອອກ, ເຕັກ​ໂນ​ໂລ​ຊີ​ຈີນ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກວິ​ສາ​ຫະ​ກິດ​ລົດ​​ໃນ​ທົ່ວ​ໂລກນັບ​ມື້​ນັບຫຼາຍ​ຂຶ້ນ.

​ຄວາມ​ຈິງ​ແລ້ວ, ໃນ​ຊຸມ​ປີ​ຜ່ານ​ມາ, ວິ​ສາ​ຫະ​ກິດ​​ລົດ​ດັ້ງ​ເດີມ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່​ຂອງ​ຈີນ ໄດ້​ກາຍ​ເປັນ​​ເລື່ອງ​ປົກ​ກະ​ຕິ​ຂອງ​ອຸດ​ສາ​ຫະ​ກຳ​​ລົດ​ໃນ​ທົ່ວ​ໂລກ. ໃນ​​ດ້ານ​ໝໍ້​ໄຟ​ລົດ ຫຼື ແບດ​ເຕີ​ຣີ​ລົດ, ບໍ​ລິ​ສັດ CATL ແລະ ບໍ​ລິ​ສັດ BYD ຂອງ​ຈີນ​ໄດ້​ກວມ​ເອົາ​ເຄິ່ງ​ໜຶ່ງ​ຂອງ​ຕະຫຼາດ​ແບດ​ເຕີ​ຣີ​ລົດ​​ໃນ​ທົ່ວ​ໂລກ ຍ້ອນ​ມີ​ຄວາມ​ຖີ່​ພະ​ລັງ​ງານ​ສູງ ແລະ ໃຊ້​ໄດ້​ຢ່າງ​ທົນ​ທານ ເຊິ່ງ​ໄດ້​ກາຍ​ເປັນ​ຝ່າຍ​ສະ​ໜອງ​ແບດ​ເຕີ​ຣີ​ໃຫ້​ແກ່​ວິ​ສາ​ຫະ​ກິດລົດ​ທີ່​ມີ​ຊື່​ສຽງ​ຕ່າງໆ​ຂອງ​ໂລກ ເຊັ່ນ: TOYOTA ແລະ TESLA ເປັນ​ຕົ້ນ; ​ສ່ວນ​ໃນ​ດ້ານ​ການ​ຂັບ​ລົດ​ອັດ​ສະ​ລິ​ຍະ, ແຜນ​ການ​ແກ້​ໄຂ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ ແລະ XIAOPENG ພວມ​ຖືກ​ນຳ​ໃຊ້​ຢູ່​ໃນ​ລົດ​ຂອງ​ Benz, BMW, ​ອໍ​ດີ ແລະ ໂວນ​ສະ​​ວາ​ເກິນ; ໃນ​​ດ້ານ​ບ່ອນ​ຄົນ​ຂັບ​ດີ​ຈີ​ຕອນ, ຜົນ​ສຳ​ເລັດ​ນະ​ວັດ​ຕະ​ກຳ​ຂອງ​ຈີນ ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ຂອງ​ໂລກ. ເພື່ອ​ຖອດ​ຖອນ​ບົດ​ຮຽນ​ດ້ານເຕັກ​ໂນ​ໂລ​ຊີ​ຈີນ​ໄດ້​ດີກວ່າ​ເກົ່າ, ວິ​ສາ​ຫະ​ກິດ​ລົດ​ຂ້າມ​ຊາດ​ຕ່າງໆ ເຊັ່ນ: BMW ແລະ ໂວນ​ສະ​ວາ​ເກິນ ເປັນ​ຕົ້ນ​ໄດ້​ສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​ ​ເຊິ່ງ​ຮອງ​ຈາກ​ສຳ​ນັກ​ງານ​ໃຫຍ່​ຂອງ​ຕົນ​ເທົ່າ​ນັ້ນ ເພື່ອ​ຮັບ​ໃຊ້​ຕະຫຼາດ​ຈີນ ແລະ ຮັບ​ໃຊ້​ລະ​ບົບ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ຕົນ ໂດຍ​ອີງ​ໃສ່​ທ່າ​ແຮງ​ດ້ານ​ເຕັກ​ໂນ​ໂລ​ຊີ ແລະ ຜູ້​​ຊ່ຽວ​ຊານ​ຂອງ​ຈີນ.

ກະ​ແສ​ການ​ຮ່ວມ​ມື​ໃນ​ປັ​ດ​ຈຸ​ບັນ​ແມ່ນ​ກົງ​ກັນ​ຂ້າມ​ຢ່າງ​ຈະ​ແຈ້ງ​ກັບ​ສະ​ພາບ​ດ້ານອຸດ​ສາ​ຫະ​ກຳ​ຜະ​ລິດ​ລົດ​ຂອງ​ຈີນທີ່​ຕ້ອງ​ເພິ່ງພາ​ອາ​ໄສ​ເຕັກ​ໂນ​ໂລ​ຊີ​ຕ່າງ​ປະ​ເທດ​ໃນ​ສິບກວ່າ​ປີ​ກ່ອນ. ໃນ​ສະ​ໄໝ​ນັ້ນ, ວິ​ສາ​ຫະ​ກິດ​ຈີນ​ພະ​ຍາ​ຍາມ​ຮຽນ ແລະ ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ຕ່າງ​ປະ​ເທດ, ແຕ່​ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ລົດຈາກ​ທົ່ວ​ໂລກ​ກັບ​ມາ​ສະ​ແຫວງ​ຫາ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ຈີນ​ຢ່າງ​ເປັນ​ເຈົ້າ​ການ ເຊິ່ງ​ໄດ້​ຈັດ​ເອົາ “ແຜນ​ການ​ຂອງ​ຈີນ” ເຂົ້າ​ໃນ​ແຜນ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ບໍ​ລິ​ສັດ​ຕົນ. ໃນ​ຂະ​ນະ​ດຽວ​ກັນ, ຈີນ​ກໍ​ໄດ້​ເຕີ​ບ​ໂຕ​ຈາກ​ຕະຫຼາດ​ບໍ​ລິ​ໂພກ​ລົດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກກາຍ​ມາ​ເປັນແຫຼ່ງ​ນະ​ວັດ​ຕະ​ກຳ​ດ້ານ​ເຕັກ​ໂນ​ໂລ​ຊີ, ສູນ​ກາງ​ຕ່ອງ​ໂສ້​ການ​ສະ​ໜອງ ແລະ ​ຜູ້​ກຳ​ນົດ​ມາດ​ຕະ​ຖານ​ຂອງ​ອຸດ​ສາ​ຫະ​ກຳ. ທ່ານ​ຈິມ ຟາ​ລີ ຫົວ​ໜ້າ​ຝ່າຍ​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ​ຟອດ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ: ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ຈີນກ້າວ​ໜ້າກວ່າ​ວິ​ສາ​ຫະ​ກິດ​ຕາ​ເວັນ​ຕົກ​ຢ່າງຫຼວງຫຼາຍ, ລົດ​ທຸກ​ຄັນ​ຈະ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂອງ​ຫົວ​ເຫວີຍ ແລະ XIAOMI. ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ ທ່ານ​ຈິມ ຟາ​ລີແມ່ນ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ນຳ​ຄວາມ​ສາ​ມາດ​ຕົວ​ຈິງ​ດ້ານ​ເຕັກ​ໂນ​ໂລ​ຊີ​ລົດ​ຂອງ​ຈີນ​ໃນ​ລະ​ດັບ​ສູງ.

​ຍ້ອນຫຍັງ​ເຕັກ​ໂນ​ໂລ​ຊີ​ລົດ​ຂອງ​ຈີນ​​ຈິ່ງສາ​ມາດ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ​ຈາກ​ການ​ແລ່ນ​ນຳຫຼັງ​ກາຍ​ມາ​ເປັນຜູ້​ນຳ​ພາ​ໃນ​ເວ​ລາ​ສັ້ນໆ​ພຽງ​ສິບ​ປາຍ​ປີ​ເທົ່າ​ນັ້ນ. ແມ່ນ​ຍ້ອ​ນ​ຕະຫຼາດ​ຂະ​ໜາດ​ໃຫຍ່​ພິ​ເສດ​ຂອງ​ຈີນ ​ເປັນ “ຫ້ອງ​ທົດ​ລອງ” ທີ່​ດີ​ສຳ​ລັບ​ການ​ຍົກ​ລະ​ດັບ​ເຕັກ​ໂນ​ໂລ​ຊີ, ຄວາມ​ຕ້ອງ​ການ​​ທີ່​ມີຫຼາກຫຼາຍ​ສີ​ສັນ​ຂອງ​ຜູ້​ບໍ​ລິ​ໂພກ 1,4 ຕື້​ຄົນ ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຕ້ອງ​ທັບ​ມ້າງ​ຂີດ​ຈຳ​ກັດ​ດ້ານ​ນະ​ວັດ​ຕະ​ກຳ​ເລື້ອຍໆ; ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທີ່​ຄົບ​ຖ້ວນ​ຂອງ​ຈີນ ​ສາ​ມາດ​ເຮັດ​ໃຫ້​ວິ​ໄສ​ທັດ​ຂອງວິ​ສາ​ຫະ​ກິດ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ຕົວ​ຈິງ​ຢ່າງວ່ອງ​ໄວ; ສ່ວນ​ການ​ລົງ​ທຶນ​ດ້ານ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​​ດ້ານນະ​ວັດ​ຕະ​ກຳ, ພຽງ​ແຕ່​ໃນ​ຂົງ​ເຂດ​ຂັບ​ລົດ​ອັດ​ສະ​ລິ​ຍະ​ເທົ່າ​ນັ້ນ, ການ​ລົງ​ທຶນ​​ຂອງວິ​ສ​າ​ຫະ​ກິດ​ນຳ​ໜ້າ​ຂອງ​ຈີນ​ກໍ​​ບັນ​ລຸຫຼາຍກວ່າ 10 ຕື້ຢວນຕໍ່​ປີ.

ພາຍ​ໃຕ້​ສະ​ພາບ​ການ​ທີ່​ອຸດ​ສາ​ຫະ​ກຳ​ລົດ​​ໃນ​ທົ່ວ​ໂລກ​ໄດ້​ຂະ​ຫຍາຍ​ໄປ​ສູ່​​ລະ​ບົບ​ອັດ​ສະ​ລິ​ຍະ ແລະ ນຳໃຊ້​ພະ​ລັງ​ງານ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກວິ​ສາ​ຫະ​ກິດ​ລົດ​​ໃນທົ່ວ​ໂລກ​ນັບ​ມື້​ນັບຫຼາຍ​ຂຶ້ນ, ວິ​ສາ​ຫະ​ກິດ​ໃດທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ, ວິ​ສາ​ຫະ​ກິດ​ນັ້ນ​ຈະ​ສາ​ມາດ​ຍາດ​ໄດ້​ໂອ​ກາດ​ທີ່​ດີ​ໃນ​ການ​ແຂ່ງ​ຂັນ​ຢູ່​ຕະຫຼາດ​ໃນອະ​ນາ​ຄົດໄດ້ຫຼາຍ​ຂຶ້ນ. ໃນ​ຕໍ່​ໜ້າ, ຄຽງ​ຄູ່​ກັບ​ເຕັກ​ໂນ​ໂລ​ຊີ 5G, ປັນ​ຍາ​ປະ​ດິດ ແລະ ຖານ​ຂໍ້​ມູນ​​ມະ​ຫາ​ສານໄດ້​ຮັບ​ກາ​ນ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ຂະ​ບວນ​ການ​ຫັນ​ເປັນ​ແບບ​ອັດ​ສະ​ລິ​ຍະ, ເປັນ​ແບບ​ໃຊ້​ລະ​ບົບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ​ການເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ເຂົ້າ​ໃນ​ອຸດ​ສາ​ຫະ​ກຳ​ລົດ​ຈະ​ເລັ່ງ​​ຄວາມ​ໄວ​ຂຶ້ນ. ເຕັກ​ໂນ​ໂລ​ຊີ​ລົດ​ຂອງ​ຈີນ​ຈະ​ສາ​ມາດ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການນຳ​ພາ​ຂະ​ບວນ​ການ​ດັ່ງ​ກ່າວ ເຊິ່ງ​ຈະ​ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ ແລະ ພະ​ລັງ​ຂັບ​ເຄື່ອນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ລົດ​ໃນທົ່ວ​ໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version