ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 25 ມິຖຸນາ 2025 ເປັນວັນທີ່ດິນແຫ່ງຊາດຈີນ ຄົບຮອບ 35 ປີ, ໃນໄລຍະປະຕິບັດ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ຄຳຂວັນ ຂອງວັນ ທີ່ດິນແຫ່ງຊາດຈີນ ແມ່ນ “ການນຳໃຊ້ທີ່ດິນ ແບບປະຢັດ ແລະ ມີປະສິດທິພາບສູງ, ຮັກສາເສັ້ນຕ້ອງຫ້າມ ດ້ານດິນປູກຝັງຢ່າງເຂັ້ມງວດ ” ຄວາມໝັ້ນຄົງດ້ານສະບຽງອາຫານ ເປັນສິ່ງສຳຄັນຂອງຊາດ, ທ່ານ ສີ ຈິ້ນຜິງ,ປະທານປະເທດຈີນ ໄດ້ຖືເອົາດິນປູກຝັງ ເປັນສິ່ງສຳຄັນທີ່ສຸດ ໃນການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານ ຢ່າງສະເໝີຕົ້ນ ສະເໝີປາຍ. ພ້ອມທັງ ກ່າວເນັ້ນໜັກວ່າ: “ການອະນຸລັກດິນປູກຝັງຕ້ອງປະຕິບັດ ຄືກັບ ການອະນຸລັກວັດຖຸບູຮານ ແລະ ຕ້ອງປະຕິບັດ ຄືກັບ ອະນຸລັກໝີແພນດາ.” ເຖິງວ່າ ສປ ຈີນ ມີດິນແດນອັນກວ້າງໃຫຍ່ ໄພສານກໍຕາມ, ແຕ່ວ່າເນື້ອທີ່ດິນ ແລະ ເນື້ອທີ່ດິນປູກຝັງ ສະເລ່ຍ ຕໍ່ຫົວຄົນ ແມ່ນມີໜ້ອຍທີ່ສຸດ. ສະນັ້ນ ຈຶ່ງຕ້ອງອາໄສ ເນື້ອທີ່ດິນປູກຝັງ ກວມພຽງ 9% ຂອງໂລກ ເພື່ອລ້ຽງຊີບ ປະຊາກອນກວມເກືອບ 20% ຂອງໂລກ. ນັບແຕ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກຄອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ທ່ານ ສີ ຈິ້ນຜິງ ໄດ້ເພີ່ມການໃຫ້ຄວາມສຳຄັນ ຫລາຍຂຶ້ນ ຢ່າງບໍ່ຢຸດຢັ້ງ ຕໍ່ດິນປູກຝັງ. ໃນໄລຍະ ເຂົ້າຮ່ວມ ກອງປະຊຸມສະພາ ປະຊາຊົນ ແຫ່ງຊາດຈີນ ແລະ ກອງປະຊຸມສະພາປຶກສາ ການເມືອງ ປະຊາຊົນ ແຫ່ງຊາດຈີນ ປະຈຳປີ2022, ທ່ານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: “ເດັດຂາດບໍ່ອະນຸຍາດ ໃຫ້ບຸກຄົນໃດໆ ດຳເນີນການປັບປ່ຽນ ສວຍໂອກາດ, ມີເລ່ລ່ຽມ ແບບ ‘ຫລານຂາຍນາປູ່ ໂດຍບໍ່ເສຍດາຍ ຫຍັງເລີຍ’ ໃນການປົກປັກຮັກສາ ດິນປູກຝັງ”. ຂະນະທີ່ ສປ ຈີນ ມີປະຊາກອນຈຳນວນ 1,4 ຕື້ກວ່າຄົນ, ແຕ່ລະມື້ ຕ້ອງບໍລິໂພກ ສະບຽງອາຫານ 700.000 ໂຕນ, ນ້ຳມັນປຸງແຕ່ອາຫານ 98.000 ໂຕນ, ພືດຜັກ 1.920.000 ໂຕນ, ຊີ້ນ 230.000 ໂຕນ. ຖ້າຢາກຕອບສະໜອງ ຄວາມຮຽກຮ້ອງຕ້ອງການດ້ານບໍລິໂພກ ຈຳນວນຫລວງຫລາຍ ປານນີ້, ແຕ່ລະປີ, ເນື້ອທີ່ປູກພືດພັນ ທັນຍາຫານ, ຝ້າຍ, ພືດຜະລິດນ້ຳມັນ, ພືດຜະລິດນ້ຳຕານ ແລະ ພືດຜັກ ແມ່ນຕ້ອງຮັກສາ ໃຫ້ຢູ່ໃນລະດັບ ປະມານ 153-160 ລ້ານເຮັກຕາ ຢ່າງໝັ້ນທ່ຽງ. ຖ້າຄິດໄລ່ ຕາມດັດຊະນີ ການປູກຝັງ ໃນລະດັບ 1,3% ແລ້ວສາມາດໄດ້ຜົນວ່າ: ເນື້ອທີ່ດິນປູກຝັງ ຕ້ອງຮັກສາໃຫ້ຢູ່ໃນລະດັບ 120 ລ້ານເຮັກຕາ ເຊິ່ງເປັນຕົວເລກຕ່ຳສຸດ ໂດຍບໍ່ໃຫ້ຫລຸດຕ່ຳລົງ ກວ່ານີ້ອີກ, ນີ້ກໍແມ່ນ ເສັ້ນຕ້ອງຫ້າມດ້ານດິນປູກຝັງທີ່ທ່ານ ສີ ຈິ້ນຜິງ ໄດ້ເນັ້ນໜັກຢູ່ເລື້ອຍໆ. ສປ ຈີນ ໄດ້ປັບປຸງ ແລະ ປະກາດໃຊ້ກົດໝາຍວ່າ ດ້ວຍການຄຸ້ມຄອງທີ່ດິນ ແລະ ຂໍ້ກຳນົດ ວ່າດ້ວຍ ການຈັດຕັ້ງ ປະຕິບັດ ກົດໝາຍ ວ່າດ້ວຍ ການຄຸ້ມຄອງ ທີ່ດິນຕາມລຳດັບ, ທ້ອງຖິ່ນຕ່າງໆ ໄດ້ເພີ່ມທະວີ ການຕິດຕາມວັດແທກດິນ, ປະຕິບັດລະບຽບການ “ຫົວໜ້າ ກຸ່ມດິນນາ” ໂດຍໄດ້ແບ່ງ ຄວາມຮັບຜິດຊອບດິນ ທຸກຕອນ ໃຫ້ບຸກຄົນ ຢ່າງລະອຽດ ແລະ ອື່ນໆ. ນັບແຕ່ ປີ2012ເປັນຕົ້ນມາ, ສປ ຈີນ ໄດ້ປະຕິບັດ ລະບຽບການ ອະນຸລັກ ດິນປູກຝັງ ຢ່າງເຂັ້ມງວດທີ່ສຸດ. ບໍ່ພຽງແຕ່ ໄດ້ປະຕິບັດ ລະບຽບ ການທີ່ພັກ-ລັດ ມີຄວາມຮັບຜິດຊອບ ແບບດຽວກັນ ຕໍ່ການອະນຸລັກດິນປູກຝັງ ເທົ່ານັ້ນ, ຍັງໄດ້ນຳໃຊ້ ມາດຕະການໄມ້ແຂງນຳອີກ, ໂດຍສາມາດ ຮັກສາ ດິນປູກຝັງ 120 ລ້ານເຮັກຕາ ໃຫ້ໄດ້ຢ່າງໜັກແໜ້ນ ແລະ ໄດ້ຮັດແໜ້ນ ພື້ນຖານຂອງ “ອູ່ເຂົ້າ” ຊາດໃຫຍ່. ການອະນຸລັກ ດິນປູກຝັງ ບໍ່ພຽງແຕ່ ຕ້ອງຮັບປະກັນ ດ້ານປະລິມານ ເທົ່ານັ້ນ ຍັງຕ້ອງຍົກສູງ ດ້ານຄຸນນະພາບ ອີກດ້ວຍ. ສປ ຈີນ ໄດ້ຖືເອົາ ການປັບປຸງ ດິນປູກຝັງ ໃຫ້ມີຄຸນນະພາບສູງຂຶ້ນ ເປັນນະໂຍບາຍແກ້ໄຂ ບັນຫາຢ່າງເຖິງກົກ ເຖິງຮາກ ໃນການເປີດກວ້າງ ຊ່ອງທາງ ການຜະລິດກະສິກຳ ແລະ ຍົກສູງຄວາມສາມາດ ສັງລວມ ດ້ານການຜະລິດ ກະສິກຳ ເພື່ອເລັ່ງຊຸກຍູ້ ການສ້າງດິນນາ ທີ່ມີສະມັດຕະພາບສູງ. ອີງຕາມ ຜົນການສຳຫລວດ ສະພາບ ການປ່ຽນແປງ ດ້ານທີ່ດິນແຫ່ງລັດ ທົ່ວປະເທດຈີນ ປະຈຳປີ2023 ສະແດງໃຫ້ເຫັນວ່າ: ທົ່ວປະເທດຈີນ ມີເນື້ອທີ່ດິນປູກຝັງ 128 ລ້ານ 6 ແສນກວ່າ ເຮັກຕາ, ຍອດປະລິມານ ດິນປູກຝັງໃນທົ່ວປະເທດ ໄດ້ບັນລຸເປົ້າໝາຍ ການເພີ່ມຂຶ້ນ ເປັນເວລາ 3 ປີຕິດຕໍ່ກັນ. ຕາມຕົວເລກ ສະຖິຕິ ສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍປີ 2024, ທົ່ວປະເທດຈີນ ໄດ້ສ້າງດິນນາ ທີ່ມີສະມັດຕະພາບສູງ ລວມທັງໝົດ ຫລາຍກວ່າ 67 ລ້ານເຮັກຕາ. ເດືອນມີນາປີ2025, ລັດຖະບານຈີນ ໄດ້ເຜີຍແຜ່ “ແຜນປະຕິບັດການສ້າງດິນນາ ພື້ນຖານຖາວອນ ໃຫ້ເປັນດິນນາ ທີ່ມີສະມັດຕະພາບສູງ ເທື່ອລະກ້າວ” ໂດຍໄດ້ຕັ້ງເປົ້າໝາຍວ່າ: ເມື່ອຮອດ ປີ2035, ພະຍາຍາມ ສູ້ຊົນສ້າງດິນນາ ພື້ນຖານຖາວອນ ທີ່ໄດ້ບັນລຸ ເງື່ອນໄຂນັ້ນ ໃຫ້ເປັນດິນນາ ທີ່ມີສະມັດ ຕະພາບສູງ ທັງໝົດ. ຊັບພະຍາກອນ ດິນປູກຝັງ ສຳຮອງເປັນແຫລ່ງທີ່ມາອັນສຳຄັນ ຂອງດິນປູກຝັງເພີ່ມເຕີມ, ເປັນຂໍກຸນແຈສຳຄັນໃນການຮັກສາຄວາມດຸນດ່ຽງ ໂດຍລວມໃນດ້ານຍອດປະລິມານ ດິນປູກຝັງ ຂອງເຂດແຄວ້ນຕ່າງໆ, ຮັບປະກັນ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ ກໍຄື ປົກປັກຮັກສາ ຄວາມໝັ້ນຄົງ ດ້ານສິ່ງແວດລ້ອມ ທຳມະຊາດ. ໃນເດືອນພຶດສະພາປີ 2023, ທ່ານ ສີ ຈິ້ນຜິງ ໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ທ່າມກາງ ທົ່ງນາ ຂອງນະຄອນຊ່າງໂຈ່ວ ແຂວງເຫີເປີຍ ເພື່ອສຳຫລວດຊອກຮູ້ສະພາບການ ກ່ຽວກັບການເຜີຍແຜ່ການປູກເຂົ້າເບຣ ຢູ່ດິນເຄັມແຫ້ງ ກໍຄືການຫັນເປັນອຸດສາຫະກຳ ຂອງການປູກເຂົ້າເບຣ ດັ່ງກ່າວ. ເພິ່ນມີວິໄສທັດ ອັນຍາວໄກ: “ການດຳເນີນ ການນຳໃຊ້ ດິນເຄັມ ແບບສັງລວມ ເປັນບັນຫາຍຸດທະສາດອັນໜຶ່ງ, ຈຳເປັນຕ້ອງວາງໄວ້ຢູ່ໃນຖານະອັນສຳຄັນ.” ໃນຊຸມປີຜ່ານມານີ້, ສປ ຈີນ ໄດ້ປະຕິບັດ ການຄຸ້ມຄອງ ຕາມຫລັກວິທະຍາສາດ ແລະ ປັບປຸງໂດຍແບ່ງປະເພດ, ນຳໃຊ້ດິນເຄັມ, ດິນຫາດຊາຍຮົກເຮື້ອ ແລະອື່ນໆ ໃຫ້ສົມເຫດສົມຜົນໂດຍສາມາດເຮັດໃຫ້ຊັບພະຍາກອນດິນປູກຝັງທີ່ “ຫລັບໄຫລ” ຈຳນວນ ຫລວງຫລາຍ ໄດ້ຕື່ນຂຶ້ນ, ສ້າງ “ອູ່ເຂົ້າໃໝ່” ໃຫ້ສຳເລັດຜົນຢ່າງຕໍ່ເນື່ອງ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ