Home ຂ່າວໜ້າໜຶ່ງ ຜົນສໍາເລັດກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມິຖຸນາ 2025

ຜົນສໍາເລັດກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມິຖຸນາ 2025

0

ໃນຕອນບ່າຍ ຂອງວັນທີ 25 ມິຖຸນາ 2025 ນີ້, ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບ ຜົນສໍາເລັດກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມິຖຸນາ 2025 ໃຫ້ຮູ້ວ່າ: ກອງປະຊຸມ ໄດ້ໄຂຂຶ້ນ ໃນຕອນບ່າຍ ຂອງວັນທີ 24 ແລະ ອັດລົງໃນຕອນບ່າຍ ຂອງວັນທີ 25 ມິຖຸນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:

ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນມິຖຸນາ ແລະ ທິດທາງແຜນການ ປະຈໍາເດືອນກໍລະກົດ 2025 ຂອງລັດຖະບານ; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສະເພາະກິດ 19/ກມສພ, 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025; ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ; ແຜນການຮັບມືກັບໄພພິບັດ ໂດຍສະເພາະ ການກຽມຮັບມືກັບນໍ້າຖ້ວມ, ການກະກຽມແນວພັນ, ແຜນການຜະລິດລະດູຝົນ, ການສ້ອມແປງບູລະນະເສັ້ນທາງ, ຊົນລະປະທານ, ການບໍລິຫານຈັດການນໍ້າ ຢູ່ບັນດາເຂື່ອນ.

ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນມິຖຸນາ 2025: ກອງປະຊຸມໄດ້ຕີລາຄາ ເຖິງແມ່ນວ່າສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ບວກກັບສະພາບພາຍໃນປະເທດ ມີຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມ-ນໍ້າໄຫຼຊຸ ພາໃຫ້ມີຜົນເສຍຫາຍ ທັງຊີວິດ ແລະ ຊັບສິນ ຢູ່ບາງທ້ອງຖິ່ນ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຈັດເກັບລາຍຮັບເຂົ້າງົບປະມາໄດ້ 36.540 ຕື້ກີບ ເທົ່າກັບ 54% ຂອງແຜນການປີ, ແຜນລາຍຈ່າຍປະ¬ຕິ¬ບັດໄດ້ 24.572 ຕື້ກີບ ເທົ່າກັບ 34% ຂອງແຜນການປີ, ຄັງສໍາຮອງເງິນຕາຕ່າງປະເທດ ສາມາດກຸ້ມການນໍາເຂົ້າ ບໍ່ຫຼຸດ 5 ເດືອນ, ສາມາດຊໍາລະໜີ້ສິນ ທັງພາຍໃນ ແລະ ຕ່າງປະເທດ ຕາມແຜນ; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ບັນດາເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ ໃຫ້ສາມາດທຽວໄປມາໄດ້ສະດວກຂຶ້ນ; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມການທ່ອງທ່ຽວ ເປັນຕົ້ນ ສະຖານທີ່ທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ; ໄດ້ສືບຕໍ່ປະຕິບັດເງິນອຸດໜູນໃຫ້ຄູອາສາສະໝັກ, ເນີນການສອບເສັງຈົບຊັ້ນ, ໄດ້ກະກຽມສ້າງເງື່ອນໄຂຕ່າງໆ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ທີ່ຈະຈັດຕັ້ງໃນທ້າຍປີນີ້ ຢູ່ນະຄອນຫຼວງວຽງຈັນ; ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ຕາມມະຕິ 03/ຄບສພ ແລະ ມະຕິ 05/ສພຊ ເຊິ່ງໄດ້ປະກາດສໍາເລັດແລ້ວ; ໄດ້ເອົາໃຈໃສ່ການເຄື່ອນວຽກງານຕ່າງປະເທດ ຢ່າງມີພິບໄຫວ ເຊິ່ງໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາ ພັກ-ລັດ ເປັນຕົ້ນ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເດີນທາງໄປເຂົ້າຮ່ວມວຽກງານຕາມການເຊື້ອເຊີນ ຢູ່ ສປ ຈີນ ແລະ ສ ຣັດເຊຍ.

ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນກໍລະກົດ 2025 ກອງປະຊຸມ ໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:

1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໃຫ້ເຂັ້ມແຂງ; ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ແກ້ໄຂບັນຫາອາວຸດທີ່ນໍາໃຊ້ບໍ່ຖືກຕ້ອງ, ເອົາໃຈໃສ່ຕິດຕາມສະພາບການເຂົ້າ-ອອກເມືອງ ຜ່ານບັນດາດ່ານ; ສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆ ຢູ່ບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບຂຶ້ນ.

2) ສຸມໃສ່ກະກຽມຮອບດ້ານໃຫ້ແກ່ການຈັດກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈຳປີ 2025 ທີ່ຈະຈັດຂຶ້ນໃນເດືອນກໍລະກົດນີ້. ພ້ອມນີ້ ກໍໃຫ້ກະກຽມດ້ານເນື້ອໃນ ເພື່ອຜັນຂະຫຍາຍຜົນກອງປະຊຸມສະພາແຫ່ງຊາດ ກໍຄືການກຳນົດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ ແລະ ຜັນຂະຫຍາຍນະໂຍບາຍສຳຄັນຕ່າງໆ ທີ່ສະພາແຫ່ງຊາດໄດ້ຮັບຮອງ; ສຸມໃສ່ກະກຽມສະຫຼຸບຕີລາຄາ 2 ວາລະແຫ່ງຊາດ ໃນທ້າຍປີ 2025.

3) ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິ ຂອງສະພາແຫ່ງຊາດ ເລກທີ 05/ສພຊ ໃນໜ້າວຽກທີ່ຍັງບໍ່ທັນສຳເລັດ ໃນນີ້, ສຸມໃສ່ຮ່າງດຳລັດ ວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່ ທັງການກໍານົດຕໍາແໜ່ງງານ ແລະ ສືບຕໍ່ສັບຊ້ອນຈັດວາງພະນັກງານ ຂອງບັນດາກະຊວງ, ອົງການ ທີ່ໄດ້ປັບປຸງກົງຈັກຄືນໃໝ່ນັ້ນ ໃຫ້ສໍາເລັດ ພາຍໃນເດືອນກໍລະກົດ; ປັບປຸງກົງຈັກການຈັດຕັ້ງຂັ້ນທ້ອງຖິ່ນ ບັນດາກະຊວງສົມທົບກັບທ້ອງຖິ່ນປັບປຸງຂະແໜງສາຍຕັ້ງຂອງຕົນ (ຂັ້ນແຂວງ ແລະ ຂັ້ນເມືອງ) ໃຫ້ສຳເລັດຕາມແຜນກຳນົດ.

4) ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ, ສືບຕໍ່ປັບປຸງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນວຽກຈຸດສຸມ 6 ເດືອນຕົ້ນປີ ແລະ ກຳນົດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025.

5) ຕິດຕາມປະເມີນຄວາມສ່ຽງ ແລະ ຄົ້ນຄວ້າມາດຕະການຮັບມືຕໍ່ສະພາບຂາດແຄນນ້ຳມັນເຊື້ອໄຟທີ່ອາດເກີດຂຶ້ນໃນຕໍ່ໜ້າ, ກະກຽມການສະໜອງເງິນຕາໃຫ້ແກ່ການນໍາເຂົ້ານໍ້າມັນ.

6) ຮີບຮ້ອນຄົ້ນຄວ້າມາດຕະການແກ້ໄຂສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກການປປັບປຸງໂຄງສ້າງລາຄາໄຟຟ້າ ໂດຍເຮັດເປັນບັນຊີລະອຽດໄຈ້ແຍກຈັດລຳດັບຂັ້ນຜູ້ທີ່ໄດ້ຮັບຜົນກະທົບແຕ່ໜ້ອຍຫາຫຼາຍ. ພ້ອມນີ້, ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ກ່ຽວກັບການໂຄສະນາເຜີຍແຜ່ ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາດັ່ງກ່າວ.

7) ສຸມໃສ່ໃຫ້ການຊ່ວຍເຫຼືອສຸກເສີນເບື້ອງຕົ້ນ ໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນລະດູຝົນ ລວມເຖິງການກະກຽມແຜນຟື້ນຟູຮີບດ່ວນຫຼັງໄພພິບັດ ໂດຍໃຫ້ກະຊວງກ່ຽວຂ້ອງ ສົມທົບກັບແຂວງທີ່ໄດ້ຮັບຜົນກະທົບ ເກັບກຳຂໍ້ມູນຜົນເສຍຫາຍທີ່ຈະຕ້ອງເລັ່ງໃຫ້ການຊ່ວຍເຫຼືອ ແລະ ຟື້ນຟູ.

ສຸມໃສ່ປັບປຸງສ້ອມແປງເສັ້ນທາງທີ່ເປ່ເພ ໃຫ້ນຳໃຊ້ໄດ້ຢ່າງເປັນປົກກະຕິ ໃນໄລຍະລະດູຝົນ ໂດຍຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຂອງທ້ອງຖິ່ນ ພາຍຫຼັງທີ່ໄດ້ມອບວຽກດັ່ງກ່າວ ໃຫ້ທ້ອງຖິ່ນຮັບຜິດຊອບ ທັງຄົ້ນຄວ້າປັບປຸງກົນໄກຕ່າງໆ ທີ່ເຫັນວ່າຫຍຸ້ງຍາກໃຫ້ວ່ອງໄວຂຶ້ນກວ່າເກົ່າ.

9) ຕິດຕາມ, ເຝົ້າລະວັງ ແລະ ປັບປຸງການບໍລິຫານຈັດການບັນດາອ່າງເກັບນໍ້າ ຢູ່ແຕ່ລະເຂື່ອນໃຫ້ດີ, ລວມທັງ ການແຈ້ງເຕືອນໃຫ້ທ້ອງຖິ່ນບ່ອນໂຄງການຕັ້ງຢູ່ ໃຫ້ກະກຽມປ້ອງກັນ ແລະ ຮັບມືແກ້ໄຂສະພາບນ້ຳຖ້ວມທີ່ອາດເກີດຂຶ້ນ; ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ໂດຍສະເພາະແມ່ນການຜະລິດລະດູຝົນ ໃຫ້ໄດ້ຕາມແຜນ.

10) ສືບຕໍ່ສຸມໃສ່ການເອົາຄູອາສາເຂົ້າເປັນກຳລັງທະຫານໃໝ່ ໄປເປັນຄູສອນຊ່ວຍ ຢູ່ເຂດຫ່າງໄກສອກຫຼີກ ທີ່ຂາດແຄນຄູ ເພື່ອໃຫ້ທັນປະຕິບັດ ໃນໄຕມາດ III.

11) ເອົາໃຈໃສ່ເກັບກຳ ແລະ ຄຸ້ມຄອງແຮງງານ ທີ່ປະເທດໃກ້ຄຽງສົ່ງກັບມາ ໂດຍຖືເອົາໂອກາດນີ້ ອົບຮົມສີມືແຮງງານ ແລະ ຈັດສັນອາຊີບໃຫ້ເຂົາເຈົ້າ.

12) ສືບຕໍ່ຜັນຂະຫຍາຍຜົນການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ ເປັນຕົ້ນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46, ກອງປະຊຸມສຸດຍອດປິ່ນອ້ອມ ແລະ ອື່ນໆ; ກະກຽມໃຫ້ແກ່ການນໍາຂັ້ນສູງຂອງພັກ-ລັດ ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ໃນຕໍ່ໜ້າ.

ສ່ວນບັນດາບົດລາຍງານ ເປັນຕົ້ນ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສະເພາະກິດ 19/ກມສພ, 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025; ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ; ແຜນການຮັບມືກັບໄພພິບັດ ໂດຍສະເພາະ ການກຽມຮັບມືກັບນໍ້າຖ້ວມ, ການກະກຽມແນວພັນ, ແຜນການຜະລິດລະດູຝົນ, ການສ້ອມແປງບູລະນະເສັ້ນທາງ, ຊົນລະປະທານ, ການບໍລິຫານຈັດການນໍ້າ ຢູ່ບັນດາເຂື່ອນ. ກອງປະຊຸມ ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄຳເຫັນ ຂອງສະມາຊິກລັດຖະບານ ໂດຍສະເພາະ ການກຳນົດທິດທາງແຜນການໃນຕໍ່ໜ້າໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມຄວາມພ້ອມຮັບມື ຕໍ່ສະພາບຄວາມສ່ຽງ ແລະ ທ່າອ່ຽງຕ່າງໆ ທີ່ອາດເກີດຂຶ້ນ, ຮັບປະກັນການຈັດຕັ້ງປະຕິບັດ ມີຄວາມວ່ອງໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງສາມາດແກ້ໄຂໄດ້ ບັນດາຂໍ້ຄົງຄ້າງ ແລະ ຫາງສຽງບໍ່ດີຕ່າງໆ ໃນຂົງເຂດວຽກງານດັ່ງກ່າວ.

ວາລະທີ 2: ກອງປະຊຸມພິຈາລະນາຮ່າງນິຕິກໍາ ຈໍານວນ 3 ສະບັບ ໂດຍໄດ້ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ແລະ ຮ່າງດຳລັດ ວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ເຊິ່ງກອງປະຊຸມ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ. ສຳລັບຮ່າງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ ແລະ ວິໄສທັດຮອດປີ 2045 ຂອງ ສປປ ລາວ: ກອງປະຊຸມ ຊີ້ນໍາໃຫ້ສືບຕໍ່ຄົ້ນຄວ້າ, ຈັດສໍາມະນາ ແລະ ປັບປຸງຮ່າງຍຸດທະສາດດັ່ງກ່າວ ແລ້ວຈຶ່ງສະເໜີລັດຖະບານພິຈາລະນາ ໃນຂັ້ນຕໍ່ໄປ.

ຂໍ້ມູນຈາກ: ກົມປະຊາສຳພັນ ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version