ວິທະຍຸກະຈາຍ ສຽງຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ຫວູຈຽນທັ້ງ, ຮອງລັດຖະມົນຕີ ກະຊວງພາຍໃນ ຫວຽດນາມ ຖືວ່າ ການຮັບຮອງເອົາ ວິໄສທັດ ປະຊາຄົມ ອາຊຽນ 2045 ພ້ອມກັບ ບັນດາ ຍຸດທະສາດ ສະແດງໃຫ້ເຫັນ ວິທີການສຳຜັດຢ່າງເປັນເຈົ້າການ ຂອງອາຊຽນ, ຮັບມືກັບໂລກ ເຕັມໄປດ້ວຍ ການຜັນແປ. ເນື້ອໃນຂອງບັນດາເອກະສານຍຸດທະສາດ ໄດ້ສືບທອດ ແລະ ເສີມຂະຫຍາຍ ບັນດາຜົນສຳເລັດ ທີ່ບັນລຸໄດ້, ຮັກສາຄຸນຄ່າຫລັກແຫລ່ງຂອງ ອາຊຽນ, ພ້ອມທັງ ເປີດຫລາຍໂອກາດ ແລະ ຄວາມສາມາດບົ່ມຊ້ອນ ໃນການຮ່ວມມື ພາຍໃນກຸ່ມ ແລະ ນອກກຸ່ມ, ຍົກສູງ ຖານະບົດບາດ, ອິດທິພົນຊື່ສຽງ ຂອງ ສສ ຫວຽດນາມ ຢູ່ພາກພື້ນ ແລະ ສາກົນ. ຂະນະທີ່ ສສຫວຽດນາມ ສືບຕໍ່ສຳເລັດ ຂອງແຜນການປະຕິບັດ ແຜນສັງລວມ ວັດທະນະທຳສັງຄົມ ອາຊຽນ 2025 ລະດັບຊາດ, ໄດ້ເລີ່ມຕົ້ນ ສ້າງແຜນການໃໝ່ ເພື່ອປະຕິບັດ ແຜນການຍຸດທະສາດປະຊາຄົມວັດທະນະທຳສັງຄົມອາຊຽນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ