Home ຂ່າວຕ່າງປະເທດ ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 9 ເຊັນສັນຍາການຄ້າສູງເຖິງ 8,4 ຕື້ກວ່າຢວນ

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 9 ເຊັນສັນຍາການຄ້າສູງເຖິງ 8,4 ຕື້ກວ່າຢວນ

0

ວິທະຍຸສາກົນແຫ່ງ ສປ ຈີນ, ງານ​ວາງ​ສະ​ແດງສິນ​ຄ້າຄັ້ງນີ້ຈັດຂຶ້ນເປັນເວລາ 6 ວັນ ຈົນເຖິງ ວັນທີ 24 ມິຖຸນານີ້, ມີສັນຍາ ທຸລະກິດ ທີ່ເຊັນກັນ 153 ໂຄງການ, ມູນຄ່າສັນຍາການຄ້າ​ກັບຕ່າງປະເທດ ສູງເຖິງ 8,4 ຕື້ກວ່າຢວນ, ຈຳນວນ ຜູ້ເຂົ້າຊົມເກີນ 500.000 ເທື່ອຄົນ. ອີງຕາມສະຖິຕິ, ງານ​ວາງ​ສະ​ແດງ ​ສິນ​ຄ້າຈີນ-ອາຊີໃຕ້ ຄັ້ງນີ້ ໄດ້ດຶງດູດ 73 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ ລວມວິສາຫະກິດ 2,500 ​ແຫ່ງເຂົ້າຮ່ວມ, ເພີ່ມຂຶ້ນ 14,7% ເມື່ອທຽບໃສ່ ງານຄັ້ງກ່ອນ, ໃນນັ້ນ ມີວິສາຫະກິດ ຕ່າງປະເທດ 942 ແຫ່ງ ເພີ່ມຂຶ້ນ 20,9% ເມື່ອທຽບໃສ່ງານຄັ້ງກ່ອນ, ມີບໍລິສັດເຂັ້ມ​ແຂງ 500 ​ແຫ່ງແລະ ບໍລິສັດຊັ້ນນຳຂອງໂລກ ​ລວມ 121 ​ແຫ່ງ​ໄດ້​ເຂົ້າຮ່ວມ ການ​ສະ​ແດງ ເພີ່ມຂຶ້ນ 36% ເມື່ອທຽບໃສ່ງານຄັ້ງກ່ອນ. ອີງຕາມຂໍ້ມູນ ຈາກກະຊວງ ການຄ້າຈີນ​ ໃຫ້​ຮູ້​ວ່າ: ຍອດມູນຄ່າ ການຄ້າ ລະຫວ່າງ ສປ ຈີນ ແລະ ປະເທດໃນອາຊີໃຕ້ ໃນປີ 2024 ບັນລຸເກືອບ 200 ຕື້ໂດ ລາສະຫະລັດ ເພີ່ມຂຶ້ນ 2 ເທົ່າໃນໄລຍະ 10 ປີຜ່ານມາ ໂດຍ​ມີອັດຕາການເຕີບໂຕທີ່ສະເລ່ຍຕໍ່ປີ ປະມານ 6,3%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version