Home ຂ່າວຕ່າງປະເທດ ການຫັນປ່ຽນດ້ານພະລັງງານກາຍເປັນຫົວຂໍ້ພົ້ນເດັ່ນໃນເວທີປຶກສາຫາລືດາໂວສລະດູຮ້ອນ

ການຫັນປ່ຽນດ້ານພະລັງງານກາຍເປັນຫົວຂໍ້ພົ້ນເດັ່ນໃນເວທີປຶກສາຫາລືດາໂວສລະດູຮ້ອນ

0

ວິທະຍຸສາກົນແຫ່ງ ສປ ຈີນ, ເວ​ທີ​ປຶກ​ສາ​ຫາ​ລືດາ​ໂວ​ສ ລະດູຮ້ອນ ຄັ້ງທີ 16 ພວມຈັດຂຶ້ນຢູ່ນະ​ຄອນທຽນສິນ​ຂອງ ສປ ຈີນ. ​ຍ້ອນເປັນໜຶ່ງໃນຫົວຂໍ້ສຳຄັນຂອງ​ເວ​ທີຄັ້ງນີ້, ການຫັນປ່ຽນ​​ດ້ານພະລັງງານ ແລະ ອຸດສາຫະກຳພະລັງງານສະອາດໄດ້ກາຍເປັນຫົວຂໍ້​ພົ້ນ​ເດັ່ນ​ທີ່ຜູ້​ເຂົ້າຮ່ວມງານໃ​ຫ້​ຄວາມ​ສົນ​ໃຈ. ໃນເວ​ທີ​ປຶກ​ສາ​ຫາ​ລືດາ​ໂວ​ສ ລະດູຮ້ອນປີນີ້, ມີ​ເວ​ທີ​ປຶກ​ສາ​ຫາ​ລືຍ່ອຍຫລາຍ​ຄັ້ງທີ່ກ່ຽວກັບການພັດທະນາພະລັງງານສີຂຽວ, ເມື່ອ​ຜະ​ເຊີນ​ກັບສະພາບໂລກ​ປັດ​ຈຸ​ບັນທີ່ມີຄວາມບໍ່ແນ່ນອນເພີ່ມຂຶ້ນ, “ການຫັນປ່ຽນ​ດ້ານພະລັງງານມີ​ອະ​ນາ​ຄົດແນວໃດ? ​ເຮັດ​ແນວ​ໃດ​ຈຶ່ງຈະ​ສາ​ມາດ​ຊອກ​ຫາ​ທາງ​ອອກ​ໃນ​ການ​ແກ້​ໄຂແຫລ່ງພະລັງງານ​ທີ່ສະອາດ ແລະ ມີປະສິດທິພາບສູງ?” ໄດ້ກາຍເປັນຈຸດໃຈກາງໃນການ​ປຶກ​ສາ​ຫາ​ລືຜູ້ເຂົ້າຮ່ວມກອງປະຊຸມເຫັນວ່າ, ບັນດາປະເທດທີ່ເປັນຜູ້ບໍລິໂພກ ແລະ ຜູ້ຜະລິດພະລັງງານຕົ້ນ​ຕໍ ເຊັ່ນ: ສປ ຈີນ, ບຣາຊິ​ນ, ສະຫະລັດອາ​ເມ​ລິ​ກາ ແລະ ນິ​ເຊ​ຣີ ໄດ້​ຮັບຄວາມ​ຄຶບໜ້າໃນຫລາຍດ້ານ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version