Home ຂ່າວໜ້າໜຶ່ງ 6 ເດືອນຕົ້ນປີ 2025 ສະພາແຫ່ງຊາດ ນຳພາ-ຊີ້ນໍາວຽກງານ ໄດ້ຮັບຜົນສຳເລັດຫລາຍດ້ານ

6 ເດືອນຕົ້ນປີ 2025 ສະພາແຫ່ງຊາດ ນຳພາ-ຊີ້ນໍາວຽກງານ ໄດ້ຮັບຜົນສຳເລັດຫລາຍດ້ານ

0

ໃນຕອນບ່າຍວັນທີ 25 ມິຖຸນາ 2025 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວກ່ຽວກັບ ຜົນສຳເລັດຂອງວຽກງານສະພາແຫ່ງຊາດໃນໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ 2025 ເຊິ່ງຕະຫລອດໄລຍະຜ່ານມາ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານຂອງຕົນຢ່າງຫ້າວຫັນ ແລະ ໄດ້ຮັບຜົນສຳເລັດຫລາຍດ້ານ ໂດຍສະເພາະການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຮຽບຮຽງກົດໝາຍ 12 ສະບັບ. ໃນນີ້, ມີ 10 ສະບັບ ທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ແລະ 2 ສະບັບ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.

ນອກຈາກນີ້, ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025 ໄດ້ຮຽບຮຽງກົດໝາຍ ຂົງເຂດສະພາແຫ່ງຊາດ 3 ສະບັບ; ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ຢູ່ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX; ພິຈາລະນາຕົກລົງບັນຫາພື້ນຖານຂອງປະເທດຊາດ ໄດ້ທັງໝົດ 18 ເນື້ອໃນ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ 27 ສະບັບ ແລະ ມະຕິກອງປະຊຸມຄະນະປະຈຳສະພາແຫ່ງຊາດ 90 ສະບັບ. ໃນນີ້, ພິຈາລະນາຮັບຮອງເອົາການປັບປຸງເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍ ປະກັນສັງຄົມ ແລະ ຮັບຮອງເອົາການສະເໜີຍົກຍ້າຍ ແລະ ແຕ່ງຕັ້ງຄືນໃໝ່ ແລະ ການພັກການ-ຮັບອຸດໜູນບຳນານ ຂອງສະມາຊິກລັດຖະບານ ລວມທັງໝົດ 13 ທ່ານ, ຍິງ 2 ທ່ານ; ເອົາໃຈໃສ່ປະຕິບັດວຽກງານຕິດຕາມກວດກາ ຂອງສະພາແຫ່ງຊາດ 31 ຄັ້ງ; ພິຈາລະນາຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນໄດ້ 76 ເລື່ອງ; ນຳສົ່ງຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ 552 ຫົວຂໍ້ ໃຫ້ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂ; ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຂອງສະພາແຫ່ງຊາດໄດ້ 4 ສະບັບ; ໄດ້ຈັດຝືກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາ ຊົນຂັ້ນແຂວງ ແລະ ເສນາທິການໄດ້ 40 ຄັ້ງ; ລົງພົບປະປະຊາຊົນຜູ້ມີສິດເລືອກຕັ້ງໄດ້ 890 ຈຸດ; ເຄື່ອນໄຫວວຽກງານການຕ່າງປະເທດໄດ້ 18 ຄັ້ງ;

ສຳລັບທິດທາງແຜນການເຄື່ອນໄຫວວຽກງານແຕ່ນີ້ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ IX ດ້ານນິຕິບັນຍັດ ຮຽບຮຽງບັນດາກົດໝາຍ 10 ສະບັບ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX; ຕິດຕາມ ແລະ ຊຸກຍູ້ໃຫ້ລັດຖະບານ ສະຫລຸບຕີລາຄາການຈັດຕັ້ງປະຕິ ບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຜ່ານມາ (2021-2025) ແລະ ກະກຽມແຜນການສ້າງ ແລະ ປັບປຸງກົດໝາຍ ໃນໄລຍະ 5 ປີຕໍ່ໜ້າ (2026-2030); ຕິດຕາມຊຸກຍູ້ພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ຈັດຕັ້ງການປະເມີນ, ທາບທາມ, ໂຄສະນາເຜີຍແຜ່ກົດໝາຍຂົງເຂດວຽກງານຕ່າງໆທີ່ມີຄວາມຈໍາເປັນ; ຊຸກຍູ້ພາກສ່ວນກ່ຽວ ຂ້ອງໃນການນໍາເອົາບັນດາຮ່າງກົດໝາຍ ແລະ ກົດໝາຍທີ່ປະກາດໃຊ້ແລ້ວ ໄປທາບທາມ, ໂຄສະນາເຜີຍແຜ່ໃຫ້ເປົ້າໝາຍຕ່າງໆຢ່າງກວ້າງຂວາງ, ທົ່ວເຖິງ; ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ການໃຫ້ສັດຕະຍາບັນແກ່ສົນທິສັນ ຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຕາມການສະເໜີຂອງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ.

ສ່ວນດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດ ຊາດ ສະພາແຫ່ງຊາດ ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ປະຈໍາປີ 2025 ຂອງລັດຖະບານ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ລາຍງານແຜນການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ຊຸດທີ III; ບົດລາຍງານຜົນການກວດສອບ ກ່ຽວກັບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະແຕ່ປີ 2024-2025; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຮ່າງທິດ ທາງແຜນການ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X; ບົດລາຍງານຜົນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ແລະ ຮ່າງທິດທາງແຜນການ 5 ປີ (2026-2030); ບົດປະກອບຄຳເຫັນຂອງສູນກາງແນວລາວສ້າງຊາດ ຕໍ່ ການເຄື່ອນໄຫວວຽກງານ ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX; ການມອບໃບຢັ້ງຢືນການສໍາເລັດໜ້າທີ່ ແລະ ຍ້ອງຍໍໃຫ້ແກ່ສະມາຊິກສະພາແຫ່ງຊາດ ຊຸດທີ IX; ພິຈາລະນາບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ວຽກງານອື່ນໆ.

ດ້ານການຕິດຕາມກວດກາ ໄດ້ຄົ້ນຄວ້າກໍານົດຫົວຂໍ້ຕິດ ຕາມກວດກາ ໃຫ້ມີຈຸດສຸມ; ຊຸກຍູ້ ແລະ ມອບໝາຍໃຫ້ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເພື່ອດໍາເນີນການລົງຕິດຕາມກວດກາ ຕາມພາລະບົດບາດຂອງຕົນ ແລ້ວສະໜອງຂໍ້ມູນໃຫ້ຄະນະປະຈໍາສະພາແຫ່ງຊາດ, ບັນດາກໍາມາທິການຂອງສະພາແຫ່ງຊາດ; ຕິດຕາມກວດກາ ຜ່ານກົນໄກການດໍາເນີນກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບຄະນະລັດຖະບານ ແລະ ຄະນະປະຈໍາສະພາແຫ່ງຊາດ ຮ່ວມກັບພາກສ່ວນຕ່າງໆ; ພິຈາລະນາຄໍາຮ້ອງຂໍຄວາມເປັນທຳຂອງພົນລະເມືອງ ໃຫ້ຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ມີຄວາມຍຸຕິທຳ; ຕິດຕາມການແກ້ໄຂຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນສົ່ງເຖິງກອງປະຊຸມສະພາແຫ່ງຊາດ; ຕິດຕາມກວດກາຜົນການແກ້ໄຂ ຕາມຄໍາສະເໜີຂອງຂອງສັງຄົມໂດຍຜ່ານສູນກາງແນວລາວສ້າງຊາດ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືກັບຕ່າງປະເທດ ແລະ ສົນທິ ສັນຍາທີ່ ສປປ ລາວ ເປັນພາຄີ.

ການເຄື່ອນໄຫວວຽກງານປິ່ນອ້ອມ ໄດ້ຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ຂັ້ນແຂວງ ໃນຫົວຂໍ້ຕ່າງໆ; ຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕາມທິດກະທັດຮັດ, ໂລ່ງລ່ຽນ ແລະ ມີປະສິດທິຜົນ; ຄົ້ນຄວ້າສ້າງ, ປັບປຸງນິຕິກໍາວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ, ບັນດາກົງຈັກເສນາທິການ ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ; ຈັດພິມປຶ້ມປະຫວັດສາດ ແຫ່ງການພົວພັນສະພາແຫ່ງຊາດລາວ-ຫວຽດນາມ ຄົບຮອບ 50 ປີ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ; ຄົ້ນຄວ້າ ແລະ ສັງລວມບັນດາປື້ມນິພົນຕ່າງໆຂອງປະທານ ໄກສອນ ພົມວິຫານ ເພື່ອສືບຕໍ່ສ້າງເປັນປື້ມແນວຄິດ ໄກສອນ ພົມວິຫານ ຕໍ່ກັບຂົງເຂດວຽກງານສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ; ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ໄອປາ ຄັ້ງທີ 46 ທີ່ປະເທດມາເລ ເຊຍ; ເຂົ້າຮ່ວມກອງປະຊຸມຂອງປະທານລັດຖະສະພາໂລກ ແລະ ປະທານລັດຖະສະພາແມ່ຍິງໂລກທີ່ີປະເທດຊະວິດ; ຕ້ອນຮັບຄະນະຜູ້ແທນຂອງລັດຖະສະພາປະເທດຕ່າງໆ ແລະ ເຂົ້າຮ່ວມສະເຫລີມສະຫລອງວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ.

ການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ໄດ້ລາຍງານແຜນການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ຕໍ່ກົມການເມືອງສູນກາງພັກ; ອອກມະຕິວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກ ຕໍ່ວຽກງານການເລືອກຕັ້ງ; ອອກຄໍາແນະນໍາ ກ່ຽວກັບການກະກຽມບຸກຄະລາກອນສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ໃຫ້ຕິດພັນກັບການປັບປຸງກົງຈັກຂອງສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ; ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາຮັບໃຊ້ໃຫ້ການເລືອກຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ເປັນຕົ້ນ ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນຕ່າງໆ, ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ການແຕ່ງຕັ້ງກອງເລຂາຊ່ວຍວຽກເລືອກຕັ້ງ; ກະກຽມຮອບດ້ານວຽກງານການເລືອກຕັ້ງ ໂດຍສະເພາະດ້ານນິຕິກໍາ, ບຸກຄະລາກອນຊ່ວຍວຽກ, ງົບປະມານ ແລະ ອຸປະກອນຮັບໃຊ້ຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ໃຫ້ຮັບ ປະກັນຜົນສໍາເລັດ ແລະ ທັນກໍານົດເວລາ; ຈັດຝຶກອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III, ບັນດາອະນຸກໍາມະການ ແລະ ກົງຈັກເສນາທິ ການຊ່ວຍວຽກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version