Home ຂ່າວພາຍໃນ ລົດໄຟລາວ – ຈີນ ຖືວຽກງານການບໍລິການເປັນສິ່ງສໍາຄັນເພື່ອຮອງຮັບຜູ້ໂດຍສານທີ່ນັບມື້ເພີ່ມຂື້ນ

ລົດໄຟລາວ – ຈີນ ຖືວຽກງານການບໍລິການເປັນສິ່ງສໍາຄັນເພື່ອຮອງຮັບຜູ້ໂດຍສານທີ່ນັບມື້ເພີ່ມຂື້ນ

0

…………………………….

ຕາມການໃຫ້ສໍາພາດຂອງ ທ່ານ: ອານົງເດດ ເພັດໄກສອນ ຕໍ່ສື່ມວນຊົນເມື່ອມໍ່ໆມານີ້ໃຫ້ຮູ້ວ່າ: ນັບຕັ້ງແຕ່ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ – ຈີນ ປີ 2021 ເປັນຕົ້ນມາ ເຫັນວ່າມີຜູ້ໂດຍສານເຂົ້າມາໃຊ້ບໍລິການດ້ວຍລົດໄຟນັບມື້ຫຼາຍຂື້ນແຕ່ລະຂະບວນແມ່ນເຕັມທຸກມື້,ຈຸດໝາຍການເດີນທາງດ້ວຍລົດໄຟຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ສ່ວນຫຼາຍແມ່ນຫຼວງພະບາງ ເມືອງມໍລະດົກໂລກ.ຖ້າທຽບໃສ່ກ່ອນມີທາງລົດໄຟຜູ້ໂດຍສານຕ້ອງເດີນທາງດ້ວຍລົດເມຫຼືລົດໂດຍສານເຊີ່ງຈະຕ້ອງໃຊ້ເວລາການເດີນທາງຫຼາຍຊົ່ວໂມງບວກກັບເສັ້ນທາງທີ່ເກົ່າແກ່ຊຸດໂຊມ ແຕ່ພໍມີການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ – ຈີນ ແມ່ນເຮັດໃຫ້ຜູ້ໂດຍສານໃຊ້ເວລາການເດີນທາງຈາກວຽງຈັນ ຫາ ຫຼວງພະບາງພຽງແຕ່2ຊົ່ວໂມງ. ສະຖານີລົດໄຟຫຼວງພະບາງຖືວ່າເປັນສະຖານີໃຫຍ່ ອັນດັບສອງ ຮອງຈາກສະຖານີນະຄອນຫຼວງວຽງຈັນ. ສະຖານີດັ່ງກ່າວມີໂຄງສ້າງທີ່ອຳນວຍຄວາມສະດວກໃຫ້ແກ່ຜູ້ຊົມໃຊ້ເຊັ່ນ: ຈຸດພັກເຊົາກ່ອນຂຶ້ນລົດໄຟ, ຮ້ານຄ້າ, ຫ້ອງນ້ຳ, ຫ້ອງຜູ້ໂດຍສານພິເສດ, ໂດຍສານທົ່ວໄປ ແລະ ອື່ນໆ. ເສັ້ນທາງລົດໄຟລາວ-ຈີນ ເປັນໂຄງການຍຸດທະສາດທີ່ສໍາຄັນຂອງລັດຖະບານໃນການພັດທະນາປະເທດເຮົາທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນປະເທດທາງຜ່ານ ແລະ ເຊື່ອມຈອດກັບບັນດາປະເທດໃນພາກພື້ນ. ການເດີນທາງ, ຂົນສົ່ງສິນຄ້າດ້ວຍລົດໄຟຈື່ງມີບົດບາດສໍາຄັນຕໍ່ກັບການພັດທະນາເສດຖະກິດຂອງ ສປປລາວ. ສິ່ງສໍາຄັນແມ່ນເຮັດໃຫ້ນັກທ່ອງທ່ຽວລັ່ງໄຫຼເຂົ້າມາທ່ອງທ່ຽວລາວເພີ່ມຂື້ນໃນແຕ່ລະປີ. ເຮັດໃຫ້ບັນດາແຂວງທີ່ມີເສັ້ນທາງລົດໄຟຜ່ານມີການພັດທະນາໄປຕາມໆກັນ. ທັງເປັນສ້າງການສົ່ງເສີມໃຫ້ພາກສ່ວນທ້ອງຖິ່ນມີສ່ວນຮ່ວມໃນການປົກປັກຮັກສາແລະສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ປູກພືດຜັກແລະຫັດຖະກໍາ ຂາຍໃຫ້ແກ່ນັກທ່ອງທ່ຽວມີຄວາມຄຶກຄັກ. ນອກຈາກການທ່ອງທ່ຽວແລ້ວການເດີນທາງໄປມາຫາສູ່ກັນຂອງປະຊາຊົນ ແມ່ນມີຄວາມສະດວກສະບາຍຫຼາຍຂຶ້ນ. ຕົວເລກຜູ້ໂດຍສານເຂົ້າມາໃຊ້ບໍລິການລົດໄຟ ລາວ – ຈີນ ນັບມື້ນັບຫຼາຍເກີນຄາດໝາຍ, ໃນອະນາຄົດທາງລົດໄຟຈະໄດ້ມີການຍົກລະດັບດ້ານການບໍລິການເພື່ອຮອງຮັບຜູ້ໂດຍສານໃຫ້ມີຄວາມສະດວກສະບາຍແລະໝັ້ນໃຈທີ່ໃຊ້ບໍລິການທັງກ່ອນຂື້ນລົດ ແລະ ຫຼັງຈາກການລົດລົດໄຟ.

ການເດີນທາງ ຫຼື ຂົນສົ່ງ ສິນຄ້າດ້ວຍລົດໄຟ ແມ່ນບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມໂດຍສະເພາະແມ່ນມົນລະພິດ. ການຂົນສົ່ງສິນຄ້າຈາກສະຖານີຫຼວງພະບາງຂຶ້ນໄປທາງພາກເໜືອເພື່ອສົ່ງອອກ ແລະ ນໍາເຂົ້າສິນຄ້າ ແມ່ນນັບມື້ເພີ່ມຂື້ນພ້ອມທັງສະດວກສະບາຍ. ຮັບປະກັນຄວາມປອດໄພ ແລະ ທັນເວລາ. ວຽກງານຄວາມປອດໄພຖືວ່າເປັນບຸລິມະສິດ ອັນດັບໜຶ່ງ ຂອງບໍລິສັດທາງລົດໄຟລາວ-ຈີນ ເຊິ່ງຈະຕ້ອງມີການໃຊ້ເວລາກວດກາຢ່າງເຂັ້ມງວດກ່ອນເຂົ້າສະຖານີມີທັງເຈົ້າໜ້າທີ່ຈາກທາງພາກລັດແລະບໍລິສັດຮັກສາຄວາມປອດໄພ ເພື່ອເບິ່ງແຍງຜູ້ໂດຍສານກ່ອນຂຶ້ນລົດໄຟ, ຢູ່ເທິງລົດໄຟ ຈົນຮອດສະຖານີປາຍທາງ.

ພາບ-ຂ່າວ: Medialao

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version