ໃນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງ ຕໍ່ການປະກອບຄຳຄິດຄຳເຫັນ ແລະ ຄຳຊັກຖາມ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໃນຫລາຍບັນຫາສຳຄັນ ໂດຍສະເພາະ ຜົນສຳເລັດການຈັດຕັ້ງປະຕິບັດແຜນວຽກຈຸດສຸມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນຕົ້ນ ການຜະລິດທົດແທນການນ້ຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ເຊິ່ງໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ປະຕິບັດວາລະແຫ່ງຊາດ ຕາມ 5 ວຽກຈຸດສຸມ ທີ່ສະພາແຫ່ງຊາດໄດ້ຮັບຮອງຄື: ການສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ; ການສ້າງຄວາມເຂັ້ມແຂງທາງດ້ານການເກັບລາຍຮັບເຂົ້າງົບປະມານ; ຍົກສູງປະສິດທິຜົນການຄຸ້ມຄອງລາຍຈ່າຍງົບປະມານຂອງລັດ; ການຮັກສາສະຖຽນລະພາບເງິນຕາ ຍົກສູງປະ ສິດທິພາບຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ.
ຜ່ານການຈັດຕັ້ງປະຕິບັດ 5 ຈຸດວຽກສຸມດັ່ງກ່າວ, ໄດ້ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ມູນຄ່າການສົ່ງອອກສິນຄ້າ ທັງໝົດໃນ 5 ເດືອນຕົ້ນປີ 2025 ປະຕິບັດໄດ້ 5.313 ລ້ານໂດລາສະຫະລັດ ຫລື ເທົ່າກັບ 53,70% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງ ປີຜ່ານມາເພີ່ມຂຶ້ນ 29,70%. ໃນນັ້ນ, ສາມາດສົ່ງອອກຜະລິດຕະພັນກະສິກຳ ໃນ 5 ເດືອນຕົ້ນປີ 2025 ບັນລຸໄດ້ 977 ລ້ານໂດລາສະຫະ ລັດ ເທົ່າກັບ 65% ຂອງແຜນການປີ. ພ້ອມນີ້, ການເກັບລາຍຮັບ ຍັງໄດ້ເກີນແຜນເປັນປີທີ 4 ຕິດຕໍ່ກັນ ສາມາດມີເງິນຊຳລະໜີ້ສິນ ຕ່າງປະເທດໄດ້ຕາມສັນຍາ ແລະ ລາຍຮັບພາຍໃນສາມາດກຸ້ມລາຍຈ່າຍບໍລິຫານປົກກະຕິ, ທັງສາມາດ ເພີ່ມເງິນອຸດໜູນໃຫ້ພະນັກງານລັດຖະກອນ, ທະຫານ, ຕຳຫລວດ ຕໍ່າສຸດໄດ້ 2,2 ລ້ານກີບຕໍ່ຄົນຕໍ່ເດືອນ; ໄດ້ປັບປຸງກົນໄກການຄຸ້ມຄອງລາຍຈ່າຍງົບປະມານຮັດກຸມກວ່າເກົ່າ ໂດຍສະເພາະການ ໂອນລາຍຮັບງົບປະມານຂອງຫົວໜ່ວຍງົບປະມານຕ່າງໆ ເຂົ້າບັນຊີລວມສູນຄັງເງິນແຫ່ງຊາດ ຢູ່ທະນາຄານແຫ່ງ ສປປ ລາວ ຈໍານວນເງິນທຽບເປັນເງິນກີບ ທັງໝົດ 26.822 ຕື້ກີບ ເພີ່ມຂຶ້ນ 6.996 ຕື້ກີບ, ຫັນການຊຳລະສະສາງງົບປະມານຂອງລັດ ຜ່ານທະນາຄານຫລາຍຂຶ້ນເປັນແຕ່ລະປີ; ສາມາດຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຖຽນກວ່າເກົ່າ, ອັດຕາແລກປ່ຽນໃນລະບົບທະນາ ຄານ ແລະ ນອກລະບົບ ຍັບໃກ້ເຂົ້າຫາກັນທຽບໃສ່ເມື່ອກ່ອນ ສາມາດແກ້ໄຂບັນຫາການລັກລອບແລກ ປ່ຽນ ເພື່ອເກັ່ງກຳໄລ; ຄວບຄຸມອັດຕາເງິນເຟີ້ ຫລຸດລົງເປັນແຕ່ລະເດືອນ (ເງິນເຟີ້ ເດືອນມັງກອນ 2025 ຢູ່ໃນລະດັບ 15,5%, ເດືອນກຸມພາ 12,7%, ເດືອນມີນາ 11,2% ແລະ ໃນເດືອນເມສາ 2025 ຢູ່ໃນລະດັບ 11,1%, ໃນເດືອນພຶດສະພາ ຢູ່ໃນລະດັບ 8,3%). ສັງຮວມແລ້ວ ອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນປີ ຢູ່ໃນລະດັບ 11,76% (ຫລຸດລົງຫລາຍຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ເຊິ່ງຢູ່ໃນລະດັບ 24,77%), ຄາດວ່າໝົດປີ ອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ ຕາມຄາດໝາຍທີ່ວາລະແຫ່ງຊາດກຳນົດ ແມ່ນບໍ່ເກີນ 9%.

ຢ່າງໃດກໍຕາມ, ລັດຖະບານ ຍັງມີວຽກຈຸດສຸມຈຳນວນໜຶ່ງທີ່ປະຕິບັດບໍ່ທັນໄດ້ດີ ເປັນຕົ້ນ ການ ຜະລິດເພື່ອທົດແທນການນໍາເຂົ້າ ຍັງບໍ່ທັນແຂງແຮງ ໂດຍສະເພາະການຜະລິດປຸ໋ຍ, ແນວພັນພືດ, ສັດ ຍັງບໍ່ທັນພຽງພໍ, ການຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນຜະລິດໄດ້ແລ້ວ ຍັງເຮັດບໍ່ໄດ້ດີ ໂດຍສະເພາະຜະລິດຕະພັນເຄື່ອງດື່ມທີ່ມີທາດເຫລົ້າ, ເບຍ, ນໍ້າດື່ມ, ຊີ້ນ, ພືດຜັກ ຍັງນໍາເຂົ້າມາຕາມດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ຈຸດຂ້າມລອຍ. ພ້ອມນີ້, ລາຄາສິນຄ້າຕົວຈິງໃນທ້ອງຕະຫລາດ ຍັງບໍ່ທັນຫລຸດລົງຕາມອັດຕາເງິນເຟີ້. ສະນັ້ນ, ແຕ່ນີ້ຮອດໝົດປີ 2025 ລັດຖະບານ ຈະໄດ້ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງດັ່ງກ່າວ ແລະ ສືບຕໍ່ແກ້ໄຂຕາມວຽກຈຸດສຸມ ທີ່ໄດ້ກຳນົດໃນມະຕິ 111/ສພຊ, ລົງວັນທີ 21 ພະຈິກ 2023. ໃນນັ້ນ, ວຽກງານຈໍານວນໜຶ່ງກໍໄດ້ກຳນົດໃນແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025.