Home ຂ່າວໜ້າໜຶ່ງ ກອງປະຊຸມໃຫຍ່ຂອງບັນດາປະເທດສະມາຊິກໃນຂໍ້ລິເລີ່ມການຫັນປ່ຽນສີຂຽວ (Green Transition Initiative) ແລະ ງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ປີ 2025

ກອງປະຊຸມໃຫຍ່ຂອງບັນດາປະເທດສະມາຊິກໃນຂໍ້ລິເລີ່ມການຫັນປ່ຽນສີຂຽວ (Green Transition Initiative) ແລະ ງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ປີ 2025

0

ການເຂົ້າຮ່ວມກອງປະຊຸມໂຕະມົນລະດັບລັດຖະມົນຕີ ດ້ານສິ່ງແວດລ້ອມ, ກອງປະຊຸມໃຫຍ່ຂອງບັນດາປະເທດສະມາຊິກໃນຂໍ້ລິເລີ່ມການຫັນປ່ຽນສີຂຽວ (Green Transition Initiative) ແລະ ງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ປີ 2025 ໃນລະຫວ່າງ ວັນທີ 4-5 ມິຖຸນາ 2025 ທີ່ ເຈຈູ, ສ.ເກົາຫຼີ ໃນທ່າມກາງທີ່ທົ່ວໂລກ ກໍາລັງພ້ອມພຽງກັນສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ທີ່ຈັດຂຶ້ນໃນທຸກໆປີ, ສໍາລັບປີ 2025 ນີ້ແມ່ນດໍາເນີນ ພາຍໃຕ້ຄຳຂວັນ Beat Plastic Pollution (ຫຼຸດຜ່ອນການນໍາໃຊ້ປລາສຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ) ແລະ ປີນີ້ ກໍ່ແມ່ນ ແຂວງເຈຈູ, ສ.ເກົາຫຼີ ທີ່ໄດ້ຖືກຄັດເລືອກໃຫ້ເປັນເຈົ້າພາບທາງການໃນການຈັດງານສະຫຼອງວັນສິ່ງແວດລ້ອມໂລກ ຍ້ອນຄວາມເປັນຕົວແບບນໍາໜ້າ ໃນການມີວິໄສທັດ ເພື່ອຢຸດການນໍາໃຊ້ປລາສຕິກພາຍໃນປີ 2040 ລວມທັງການນໍາໃຊ້ນະວັດຕະກໍາໃນການກໍາຈັດສິ່ງເສດເຫຼືອພາຍຕົວເມືອງ ໂດຍສະເພາະປລາສຕິກຂອງແຂວງເຈຈູ.

ໃນໂອກາດສໍາຄັນນີ້, ໃນລະຫວ່າງວັນທີ 4 – 5 ມິຖຸນາ 2025, ທ່ານ ນ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມຄະນະ ກໍ່ໄດ້ເຂົ້າຮ່ວມ ກອງປະຊຸມໃຫຍ່ຂອງບັນດາປະເທດສະມາຊິກໃນຂໍ້ລິເລີ່ມການຫັນປ່ຽນສີຂຽວ (Green Transition Initiative) ແລະ ກອງປະຊຸມໂຕະມົນລະດັບລັດຖະມົນຕີດ້ານສິ່ງແວດລ້ອມ ທີ່ເປັນເຈົ້າພາບຈັດໂດຍ ທ່ານລັດຖະມົນຕີ ກະຊວງສິ່ງແວດລ້ອມ ສ.ເກົາຫຼີ, ກອງປະຊຸມດັ່ງກ່າວແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການສົ່ງເສີມເສດຖະກິດໝູນວຽນ ເຊິ່ງທ່ານ ນາງ ບຸນຄໍາ ວໍລະຈິດ ກໍ່ໄດ້ມີຄໍາເຫັນໃນກອງປະຊຸມ ໂດຍໄດ້ເນັ້ນໃຫ້ເຫັນເຖິງ ບັນຫາມົນລະພິດຈາກປລາສຕິກ ແມ່ນບັນຫາລະດັບໂລກ ທີ່ຕ້ອງໄດ້ຮັບການຮ່ວມມືຢ່າງເຂັ້ມແຂງຈາກທຸກພາກສ່ວນໃນສັງຄົມ ທັງໃນລະດັບພາກພື້ນ ແລະ ສາກົນ ເພື່ອຊ່ວຍກັນແກ້ໄຂ ແລະ ຍັງໄດ້ແລກປ່ຽນໃຫ້ກອງປະຊຸມຮັບຊາບ ກ່ຽວກັບ ນະໂຍບາຍ ແລະ ມາດຕະການຂອງ ສປປ ລາວ ໃນການຫຼຸດຜ່ອນປລາສຕິກ ແລະ ການສົ່ງເສີມເສດຖະກິດໝູນວຽນ ເປັນຕົ້ນ ການຮັບຮອງແຜນປະຕິບັດງານແຫ່ງຊາດກ່ຽວກັບປລາສຕິກສໍາລັບປີ 2024-2030, ການປັບປຸງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ທີ່ຈະຊ່ວຍສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງເສດເຫຼືອ ແລະ ປລາສຕິກໃນທຸກຂັ້ນໃນທົ່ວປະເທດ, ການຈໍາກັດການນໍາເຂົ້າວັດສະດຸ ແລະ ສິ່ງເສດເຫຼືອປລາສຕິກ, ການກໍ່ສ້າງສະໜາມຂີ້ເຫຍື້ອທີ່ໄດ້ມາດຕະຖານ ແລະ ການປູກຈິດສໍານຶກໃຫ້ສັງຄົມໃນວຽກງານ 3R (Reduce, Reuse, Recycle). ນອກຈາກນັ້ນ, ສປປ ລາວ ຍັງໄດ້ຮ່ວມມືກັບພາກພື້ນ ແລະ ສາກົນ ໃນວຽກງານດັ່ງກ່າວ ເປັນຕົ້ນ ການຮັບຮອງຖະແຫຼງການຂອງອາຊຽນກ່ຽວກັບສິ່ງເສດເຫຼືອທາງທະເລ, ການໃຫ້ສັດຕະຍາບັນຕໍ່ສົນທິສັນຍາ Basel Convention ສະບັບປັບປຸງ ແລະ ຍັງໄດ້ຮ່ວມມືກັບ ລັດຖະບານເກົາຫຼີ, ຍີ່ປຸ່ນ, ເຢຍລະມັນ, UN, ທະນາຄານໂລກ, ທະນາຄານ ADB, ອົງການຈັດຕັ້ງສາກົນ (WWF, GGGI, IUCN), ທັງກັບພາກເອກະຊົນ (Coca-Cola, Unilever) ເພື່ອຄຸ້ມຄອງສິ່ງເສດຫຼືອ ແລະ ສົ່ງເສີມເສດຖະກິດໝູນວຽນ ເຊິ່ງເປັນໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນລະດັບໂຮງຮຽນ ແລະ ທ້ອງຖິ່ນ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນເຖິງ ຄໍາໝັ້ນສັນຍາ ແລະ ຄວາມພະຍາຍາມຂອງ ສປປ ລາວ ໃນການຫຼຸດຜ່ອນການນໍາໃຊ້ປລາສຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ ຂອງລູກຫຼານລຸ້ນຕໍ່ໄປ.

ທີ່ມາ: MONRE ກຊສ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version