ວິທະຍຸສາກົນແຫ່ງ ສປ ຈີນ ເມື່ອບໍ່ດົນມານີ້ ທ່ານ ຮຸນ ມາເນັດ, ນາຍົກລັດຖະມົນຕີກຳປູເຈຍ ໄດ້ຂຽນບົດຄວາມ ລົງສື່ສັງຄົມ ອອນລາຍວ່າ: ຈະແກ້ໄຂບັນຫາຊາຍແດນກຳປູເຈຍ-ໄທ ດ້ວຍສັນຕິວິທີ. ກະຊວງການຕ່າງປະເທດໄທ ກ່າວໃນມື້ດຽວກັນວ່າ, ພາຍຫລັງເກີດການປະທະກັນ ລະຫວ່າງ ທະຫານໄທ ແລະ ກຳປູເຈຍ ຢູ່ເຂດຊາຍແດນທີ່ມີຄວາມຂັດແຍ້ງກັນໃນທ້າຍເດືອນພຶດສະພາ ທີ່ຜ່ານມາ, ໄທ ໄດ້ທຳຄວາມພະຍາຍາມເພື່ອແກ້ໄຂຂໍ້ຂັດແຍ້ງກັນດ້ວຍສັນຕິວິທີ. ພາຍຫລັງກຳປູເຈຍ ໄດ້ຕົກລົງສະເໜີບັນຫາຊາຍແດນຂອງສອງປະເທດ ທີ່ຄົງຄ້າງຕໍ່ສານສາກົນ ອີງຕາມຫລັກການຮັກສາສັນຕິພາບມິດຕະພາບ ແລະ ການຮ່ວມມືທີ່ດີກັບໄທ, ເພື່ອຊອກຫາວິທີແກ້ໄຂບັນຫາຊາຍແດນດັ່ງກ່າວດ້ວຍສັນຕິວິທີ ແລະ ແບບຖາວອນ, ຫລີກເວັ້ນບໍ່ໃຫ້ເກີດການປະທະກັນດ້ວຍກຳລັງອາວຸດຄັ້ງໃໝ່. ນັບແຕ່ເກີດການປະທະກັນເປັນຕົ້ນມາ, ໄທໄດ້ຮັກສາຄວາມອົດກັ້ນໄວ້ສຸດຂີດ ແລະ ໄດ້ທຳຄວາມພະຍາຍາມເພື່ອຜ່ອນຄາຍສະຖານະການດ້ວຍສັນຕິວິທີ. ໄທຮຽກຮ້ອງອີກເທື່ອໜຶ່ງໃຫ້ກຳປູເຈຍ ຜ່ອນຄາຍຄວາມເຄັ່ງຕຶງຢູ່ເຂດຊາຍແດນ ແລະ ຫລີກລ່ຽງບໍ່ໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມ, ເພື່ອບໍ່ໃຫ້ເກີດຜົນສະທ້ອນທີ່ບໍ່ດີຕໍ່ປະຊາຊົນ ຢູ່ເຂດຊາຍແດນຂອງທັງສອງປະເທດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ