Home ຂ່າວຕ່າງປະເທດ “ວີຊາອາຊຽນ” ເຮັດໃຫ້ການໄປມາຫາສູ່ກັນລະຫວ່າງ ຈີນ ແລະ ອາຊຽນ ມີຄວາມສະດວກສະບາຍກວ່າເກົ່າ

“ວີຊາອາຊຽນ” ເຮັດໃຫ້ການໄປມາຫາສູ່ກັນລະຫວ່າງ ຈີນ ແລະ ອາຊຽນ ມີຄວາມສະດວກສະບາຍກວ່າເກົ່າ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນກອງປະຊຸມຖະແຫລງຂ່າວຂອງ ກະຊວງການຕ່າງປະເທດຈີນ ທີ່ຈັດຂຶ້ນໃນວັນທີ 4 ມິຖຸນາ ນີ້, ທ່ານຫລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ແຈ້ງສະພາບທີ່ກ່ຽວຂ້ອງກັບຈີນ ໃນການປະຕິບັດນະໂຍບາຍ “ວີຊາອາຊຽນ” ຕໍ່ 10 ປະເທດສະມາຊິກອາຊຽນ ແລະ ຕີມໍເລສເຕ ທີ່ເປັນປະເທດສັງເກດການອາຊຽນ ເຊິ່ງຈະອອກວີຊາເຂົ້າເມືອງຈີນ ຕາມປະເພດທີ່ສົມຄູ່ກັນ ເພື່ອໃຫ້ສາມາດເຂົ້າເມືອງຈີນໄດ້ຫລາຍເທື່ອ ແລະ ທຸກເທື່ອສາມາດເຂົ້າຈີນ ເປັນເວລາ 180 ວັນ ພາຍໃນ 5 ປີ ໃຫ້ແກ່ນັກທຸລະກິດ ພ້ອມດ້ວຍຄູ່ສົມລົດ ແລະ ລູກຂອງເຂົາເຈົ້າ ຈາກ 11 ປະເທດດັ່ງກ່າວ ທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການທີ່ກ່ຽວຂ້ອງ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ຈີນ ແລະ ອາຊຽນ ໄດ້ມີບາດກ້າວໃໝ່ໃນການລົງເລິກການຮ່ວມມືໃນພາກພື້ນ ແລະ ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນ.

ໃນຊຸມປີຜ່ານມາ, ການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງໜັກແໜ້ນ, ການຮ່ວມກັນສ້າງ “5 ບ້ານເມືອງໃຫຍ່” ໄດ້ປະສົບຜົນສຳເລັດຢ່າງຫລວງຫລາຍ. ເມື່ອງສັງເກດຈາກຕົວເລກຂໍ້ມູນດ້ານເສດຖະກິດແລ້ວເຫັນວ່າ: ຈີນ ໄດ້ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນ ເປັນເວລາຫລາຍປີຕິດຕໍ່ກັນ, ອາຊຽນ ກໍໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ ເປັນເວລາ 5 ປີຕິດຕໍ່ກັນ. ພຽງແຕ່ປີ 2024 ເທົ່ານັ້ນ, ຍອດມູນຄ່າການຄ້າ ລະຫວ່າງ ສອງຝ່າຍ ໄດ້ບັນລຸຫລາຍກວ່າ 1.200 ຕື້ໂດລາ. ຍ້ອນການຄ້າ ລະຫວ່າງ ສອງຝ່າຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ ໄດ້ຮຽກຮ້ອງຕ້ອງການໃຫ້ມີການໄປມາຫາສູ່ກັນຂອງປະຊາຊົນເປັນຈຳນວນຫລວງຫລາຍ. ນະໂຍບາຍ “ວີຊາອາຊຽນ” ຂອງຈີນ ກໍເພື່ອຕອບສະໜອງກັບຄວາມຕ້ອງການດັ່ງກ່າວ ແລະ ສ້າງຂົວຕໍ່ທີ່ສະດວກກວ່າເກົ່າໃຫ້ແກ່ການແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ສອງຝ່າຍ.

ການວາງນະໂຍບາຍ “ວີຊາອາຊຽນ” ເປັນຂັ້ນຕອນສຳຄັນຂອງຈີນ ໃນຂະບວນການຫັນນະໂຍບາຍວີຊາຂອງຈີນ ໃຫ້ມີຄວາມສະດວກສະບາຍກວ່າເກົ່າ ເຊິ່ງເປັນຂະບວນການທີ່ຄ່ອຍເປັນຄ່ອຍໄປ ແລະ ນັບມື້ຂະຫຍາຍກວ້າງອອກເລື້ອຍໆ. ກ່ອນອື່ນ, ຈີນ ໄດ້ຍົກເວັ້ນວີຊາເຊິ່ງກັນແລະກັນຢ່າງຮອບດ້ານກັບ ສິງກະໂປ, ໄທ ແລະ ມາເລເຊຍ, ຄືດັ່ງໃຫ້ເພື່ອນມິດທີ່ໃກ້ຊິດກັນ ໄປຢ້ຽມຢາມເຊິ່ງກັນແລະກັນ ແບບບໍ່ຕ້ອງເຄາະປະຕູ. ສອງ, ຈີນ ໄດ້ອອກ “ວີຊາລ້ານຊ້າງ-ແມ່ຂອງ” ໃຫ້ແກ່ 5 ປະເທດລຸ່ມແມ່ນ້ຳຂອງ ຄື: ລາວ, ໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ເພື່ອອຳນວຍຄວາມສະດວກໃຫ້ແກ່ “ບ້ານໃກ້ເຮືອນຄຽງທີ່ດີ” ເດີນທາງມາຢ້ຽມຢາມຈີນ: ປັດຈຸບັນແມ່ນຢູ່ຂັ້ນຕອນທີ 3: ຈີນ ໄດ້ປະຕິບັດນະໂຍບາຍ “ວີຊາອາຊຽນ” ໂດຍໄດ້ຍົກເວັ້ນວີຊາ ໃຫ້ແກ່ນັກທຸລະກິດຈາກ 11 ປະເທດ ແລະ ຄອບຄົວຂອງເຂົາເຈົ້າ ເຊິ່ງເປັນການເປີດກວ້າງ “ວົງເພື່ອນມິດອາຊຽນ” ຕື່ມອີກ. 3 ຂັ້ນຕອນດັ່ງກ່າວ ໄດ້ສ້າງລະບົບອຳນວຍຄວາມສະດວກ ໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນໃນພາກພື້ນທີ່ສົມບູນກວ່າເກົ່າ.

ນະໂຍບາຍພິເສດດ້ານວີຊາ ລະຫວ່າງ ຈີນ ແລະບາງປະເທດສະມາຊິກອາຊຽນ ທີ່ກ່າວມານັ້ນ ໄດ້ກາຍເປັນພະລັງຂັບເຄື່ອນການພັດທະນາເສດຖະກິດໃນພາກພື້ນ. ຍົກເອົາສອງປະເທດຈີນ ແລະ ໄທເປັນຕົວຢ່າງ: ພາຍຫລັງສອງປະເທດໄດ້ຍົກເວັ້ນວີຊາເຊິ່ງກັນແລະກັນ ໃນເດືອນມີນາ ປີ 2024 ເປັນຕົ້ນມາ, ຈຳນວນນັກທ່ອງທ່ຽວຈີນ ທີ່ໄປທ່ອງທ່ຽວໄທ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ: ຕົວເລກຂໍ້ມູນຈາກພາກສ່ວນທ່ອງທ່ຽວຂອງໄທ ສະແດງໃຫ້ເຫັນວ່າ: ນັບແຕ່ສອງປະເທດໄດ້ຍົກເວັ້ນວີຊາເຊິ່ງກັນແລະກັນ, ນັກທ່ອງທ່ຽວຈີນ ທີ່ໄປທ່ອງທ່ຽວໄທ ໃນປີ 2024 ມີເຖິງ 6,73 ລ້ານເທື່ອຄົນ, ເພີ່ມຂຶ້ນ 91,7% ເມື່ອທຽບໃສ່ປີ 2023, ລາຍຮັບດ້ານການທ່ອງທ່ຽວຂອງໄທ ໄດ້ເພີ່ມຂຶ້ນຢ່າງຈະແຈ້ງ.

“ວີຊາອາຊຽນ” ໄດ້ສ້າງຜົນດີທີ່ຕັ້ງໜ້າໃນຫລາຍດ້ານ. ໃນດ້ານເສດຖະກິດ, ໄດ້ອອກວີຊາເຂົ້າ-ອອກເມືອງຈີນ ຫລາຍເທື່ອໃນໄລຍະຍາວ ໃຫ້ແກ່ນັກທຸລະກິດ, ໄດ້ປະຢັດເວລາ ແລະ ຫລຸດຕົ້ນທຶນໃຫ້ແກ່ການຄ້າ ແລະ ການລົງທຶນ, ເຮັດໃຫ້ວິສາຫະກິດສາມາດຈັດວາງການເຄື່ອນໄຫວທາງດ້ານທຸລະກິດຢ່າງຄ່ອງຕົວ ແລະ ເພີ່ມທະວີການເຊື່ອມຕໍ່ດ້ານຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ ເຊິ່ງຈະມີຜົນດີຕໍ່ວິສາຫະກິດຈາກອາຊຽນ ທີ່ມີຈຸດປະສົງເປີດກວ້າງຕະຫລາດຢູ່ຈີນ ແລະ ວິສາຫະກິດຈາກຈີນ ທີ່ຢາກໄປລົງທຶນຢູ່ອາຊຽນ. ໃນດ້ານການແລກປ່ຽນດ້ານວັດທະນະທຳ: “ວີຊາອາຊຽນ” ຈະຊຸກຍູ້ການໄປມາຫາສູ່ກັນດ້ານບຸກຄະລາກອນ ລະຫວ່າງ ສອງຝ່າຍ, ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການສຶກສາ, ການທ່ອງທ່ຽວ ແລະ ວັດທະນະທຳ, ລົງເລິກຄວາມເຂົ້າໃຈກັນ ແລະ ມິດຕະພາບ ລະຫວ່າງ ສອງຝ່າຍ ເຊິ່ງຈະສ້າງພື້ນຖານຄວາມເຂົ້າໃຈທີ່ໜັກແໜ້ນຂອງປະຊາຊົນ ໃນການສ້າງປະຊາຄົມຮ່ວມຊາຕາກຳກັບອາຊຽນ.

ສັນຍາກ່ຽວກັບການເຈລະຈາເຂດການຄ້າເສລີ ຈີນ-ອາຊຽນ 3.0 ທີ່ສອງຝ່າຍໄດ້ລົງນາມໃນຫວ່າງມໍ່ໆມານີ້ ສະແດງໃຫ້ເຫັນວ່າ: ການແລກປ່ຽນດ້ານເສດຖະກິດການຄ້າໃນອະນາຄົດ ຈະແໜ້ນແຟ້ນກວ່າເກົ່າ, ຈີນ ໄດ້ປະຕິບັດນະໂຍບາຍ “ວີຊາອາຊຽນ” ໄດ້ສອດຄ່ອງກັບຄວາມປາຖະໜາຂອງສອງຝ່າຍ ທີ່ຢາກລົງເລິກການຮ່ວມມື ລະຫວ່າງ ສອງຝ່າຍ ເຊິ່ງໄດ້ສ້າງໂອກາດໃໝ່ໃຫ້ແກ່ການພັດທະນາໃນພາກພື້ນ. ເຊື່ອໝັ້ນວ່າ: ພາຍໃຕ້ຄວາມພະຍາຍາມຂອງສອງຝ່າຍ, ນະໂຍບາຍດັ່ງກ່າວຈະກາຍເປັນກຳລັງແຮງທີ່ສຳຄັນ ໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນ ພ້ອມທັງຊ່ວຍຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ ແລະວັດທະນະທຳ ລະຫວ່າງ ສອງຝ່າຍ ນັບມື້ປະສົບຜົນສຳເລັດທີ່ອຸດົມສົມບູນກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version