Home ຂ່າວການເມືອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສ​ປ​ປ ລາວ ຍື່ນ​ສານຕາ​ຕັ້ງຕໍ່​ຜູ້​ສຳ​ເລັດ​ຣາ​ຊະ​ການ ແຫ່ງ​ເຄືອ​ຈັກ​ກະ​ພົບອົດ​ສະ​ຕ​ຣາ​ລີ

ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສ​ປ​ປ ລາວ ຍື່ນ​ສານຕາ​ຕັ້ງຕໍ່​ຜູ້​ສຳ​ເລັດ​ຣາ​ຊະ​ການ ແຫ່ງ​ເຄືອ​ຈັກ​ກະ​ພົບອົດ​ສະ​ຕ​ຣາ​ລີ

0

ໃນວັນທີ 4 ມິ​ຖຸ​ນາ 2025 ທີ່ ທໍານຽບລັດຖະບານ ທີ່ ນະຄອນ ຫຼວງແຄນເບີຣາ ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (ສ​ປ​ປ ລາວ) ຕໍ່ ພະນະທ່ານ ນາງ ແຊມ ມອສຕິນ (Ms. SAM MOSTYN AC) ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ ເພື່ອປະ​ຕິ​ບັດ​ຫນ້າ​ທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ​ສ​ປ​ປ ລາວ ປະຈໍາ ເຄືອຈັກກະພົບ ອົດສະຕຣາລີ.

ໃນໂອກາດນີ້, ພະນະທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ຈາຕຸລົງ ບົວສີສະຫວັດ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາເຄືອຈັກກະພົບອົດສະຕຣາລີ ແລະ ຍິນດີຕ້ອນຮັບຢ່າງອົບອຸ່ນ ສູ່ ອົດ​ສະ​ຕ​ຣາ​ລີ ພະນະທ່ານຜູ້ສຳເລັດຣາຊະການ ໄດ້​ຕີ​ລາ​ຄາ​ສູງຕໍ່​ຫມາກ​ຜົນ​ຂອງການພົວ​ພັນ​ຮ່ວມ​ມືສອງ​ຝ່າຍຕະ​ຫລອດ​ໄລ​ຍະຫຼາຍກວ່າ 7 ທົດ​ສະ​ຫວັດ ແຫ່ງ​ການ​ພົວ​ພັນ​ການ​ທູດ ລະ​ຫວ່າງ​ ສອງ​ປະ​ເທດ ທີ່ ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍເປັນ​ກ້າວໆ​ມາ ພະນະທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະ ໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ແລະ ຢືນຢັນວ່າ ອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານ​ທູດ ​ຈະ​ປະ​ກອບ​ສ່ວນ​ສົ່ງເສີມການ​ພົວ​ພັນ​ຮ່ວມ​ມື ​ສອງ​ຝ່າຍ ທີ່​ໄດ້​ຖືກ​ຍົກ​ລະ​ດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ໃນ​​ຕົ້ນ​ປີ 2024, ກໍ​ຄື​ການ​ຮ່ວມ​ມື​ກັນໃນ​ຂອບ​​ພາກ​ພື້ນ ໂດຍ​ສະ​ເພາະ​ແມ່ນ​ອາ​ຊຽນ ແລະ ຂອບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ.

ທ່ານທູດ ຈາ​ຕຸ​ລົງ ບົວ​ສີ​ສະ​ຫວັດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສ​ປ​ປ ລາວ ຝາກເຖິງຜູ້ສຳເລັດຣາຊະການ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຮູ້​ສຶກເປັນ​ກຽດ ແລະ ປິ​ຕິ​ຍິນ​ດີທີ່​ໄດ້​ຖືກມອບ​ໝາຍ ​​ໃຫ້ປະ​ຕິ​ບັດ​ຫນ້າ​ທີ່ ຢູ່ ອົດ​ສະ​ຕ​ຣາ​ລີ ເພື່ອ​ປະ​ກອບ​ສ່ວນ​ສົ່ງ​ເສີມການ​ພົວ​ພັນ​ຮ່ວມ​ມືທີ່​ດີ ລະ​ຫວ່າງ ສອງ​ປະ​ເທດ ທີ່​ມີ​ມາ​ຫຼາຍກວ່າ 70 ປີ ກໍ​ຄື​ການ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ທີ່​ໄດ້​ຮັບ​ການ​ຍົກ​ລະ​ດັບ​ຂຶ້ນ ໃນເດືອນ ມີ​ນາ 2024 ໃຫ້​ເກີດດອກ​ອອກ​ຜົນຍິ່ງໆຂຶ້ນ ພ້ອມ​ກັນ​ນີ້ ທ່ານທູດ ຈາຕຸລົງ ບົວສີສະຫວັດ ຍັງໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ​ຢ່າງ​ຈິງ​ໃຈ ຕໍ່ລັດຖະບານ ກໍຄືປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຕໍ່ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ລວມ​ທັງການ​ປະ​ຕິ​ບັດ​ຫນ້າ​ທີ່ເປັນ​ປະ​ເທດ​ປະ​ສານ​ງານ​ການ​ພົວ​ພັນ ອາ​ຊຽນ- ອົດ​ສະ​ຕ​ຣາ​ລີ 2021-2024 ແລະ ປະ​ທານອາ​ຊຽນ ໃນ​ປີ 2024 ຂອງ ສ​ປ​ປ ລາວ ກໍ​ຄື​ການ​ຮ່ວມ​ມື​ໃນ​ຂອບ​ຫຼາຍ​ຝ່າຍ​ອື່ນໆ.

ສອງ​ປະ​ເທດ ລາວ ແລະ ອົດສະຕຣາລີ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 15 ມັງກອນ 1952 ເຊິ່ງ​ປີ 2025 ນີ້ກໍ​​ຄົບ​ຮອບ 73 ປີ ​ແລະ ໄດ້​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ໃນວັນ​ທີ 6 ມີ​ນາ 2024.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version