ໃນຕອນບ່າຍຂອງວັນທີ 4 ມິຖຸນາ 2025 ທີ່ ກະຊວງການຕ່າງປະເທດ ທ່ານ ນາງ ເມລານີ ລຸຍສ໌ ບາໂລ (Melanie Louise Barlow) ເອກອັກຄະຣາຊະທູດ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ ທ່ານລັດຖະມົນ ຕີ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ປີ 2025 ແມ່ນຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ສອງຝ່າຍໄດ້ມີການຈັດກິດຈະກໍາຮ່ວມກັນ ພ້ອມທັງມີແຜນການຈັດງານສະເຫຼີມ ສະຫຼອງວັນສໍາຄັນດັ່ງກ່າວໃນທ້າຍປີນີ້. ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 5 ກັນຍາ 1955 ການພົວພັນຮ່ວມມື ລະຫວ່າງ ສອງປະເທດແມ່ນມີທ່າກ້າວ ແລະ ຂະຫຍາຍຕົວດີຂຶ້ນ ສປປ ລາວ ແລະ ສ ອັງກິດ ໄດ້ມີການຮ່ວມມືທີ່ດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເຊັ່ນ: ວຽກງານສາທາລະນະສຸກ, ວຽກງານການສຶກສາ ແລະ ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ ຄຽງຄູ່ກັນນັ້ນ ກໍຍັງໃຫ້ການຊ່ວຍເຫຼືອໃນການຈັດຝຶກອົບຮົມສຳລັບຂະແໜງການຕ່າງໆ ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການສ້າງສາພັດທະນາ ສປປ ລາວ ນອກນັ້ນ ທັງ ສອງຝ່າຍຍັງໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ລະຫວ່າງ ກະ ຊວງຂະແໜງການ ຂອງ ສອງປະເທດຢ່າງເປັນປົກກະຕິ.