ພະຍາດຄໍທໍລະພິດ ເປັນພະຍາດທີ່ເກີດຈາກຄວາມຜິດປົກະຕິຂອງຕ່ອມຄໍທໍລະພິດເຊີ່ງເຮັດໜ້າທີ່ໃນການເຜົາຜານພະລັງງານຂອງຮ່າງກາຍ ແຕ່ຫຼາຍຄົນຍັງບໍ່ຮູ້ວ່າອາການທຳອິດ ແລະ ມັກໄປພົບແພດເມື່ອມີອາການໜັກ.
ສາເຫດ ແລະ ປັດໃຈສ່ຽງ ຂອງພະຍາດຄໍທໍລະພິດ: ພະຍາດຄໍທໍລະພິດບໍ່ມີສາຍເຫດ ຂອງການເກີດພະຍາດແທ້ຈີງແຕ່ໃນທາງການແພດເຊື່ອວ່າເກີດມາຈາກກຳມະ ພັນໂດຍຄົນເຈັບທີ່ເປັນພະຍາດນີ້ມັກຈະມີຄອບຄົວທີ່ເປັນພະຍາດຄໍທໍລະພິດຄືກັນ ສົມມຸດວ່າຄົນໃນຄອບຄົວເຮົາເປັນພະຍາດຄໍທໍລະພິດ ເຮົາກໍ່ອາດຈະມີສິດເປັນຄໍທໍລະພິດໄດ້ຫຼາຍກ່ວາຄົນອື່ນ ໃນເວລາທີ່ກິນເກືອໄອໂອດີນໃນ ປະລິມານຫຼາຍ ຫຼື ໜ້ອຍຈົນເກີນໄປ ກໍ່ອາດເຮັດໃຫ້ມີຄວາມສ່ຽງເປັນໄດ້ເຊັ່ນກັນ.
3 ພະຍາດຄໍທໍລະພິດທີ່ຄວນລະວັງດັ່ງນີ້:
ພະຍາດຄໍທໍລະພິດຜະລິດຮໍໂມນເກີນ ຫຼື ຄໍທໍລະພິດເປັນພະຍາດ
ອາຫານຂອງຄໍທໍລະພິດທີ່ເປັນພະຍາດ
ມືສັ່ນ ແລະ ໃຈສັ່ນ
ມັກຮ້ອນ, ງຸດງິດ
ເຫື່ອອອກຫຼາຍ ແລະ ນອນບໍ່ຫຼັບ
ກິນຫຼາຍແຕ່ນໍ້າໜັກຫຼຸດ ຄືກັບມີການເຜົາໃໝ້ຢູ່ຕະຫຼອດເວລາ ແລະ ນໍ້າໜັກອາດຈະຫຼຸດລົງ 5-10 ກິໂລກຼາມພາຍໃນເວລາ 1 ເດືອນ ເຖີງແມ່ນວ່າຈະບໍ່ໄດ້ອອກກຳລັງກາຍ.
ການຮັກສາແມ່ນການກິນຢາຕ້ານຄໍທໍລະພິດ ປະມານ 2 ປີ ສ່ວນໃນໄລຍະຍາວຫຼັງຈາກຢຸດຢາ ຕ້ອງມາກວດຄືນ ເພາະຫຼາຍຄົນເມື່ອຢຸດຢາກໍ່ມີຄວາມສ່ຽງທີ່ຈະກັບມາເປັນໃໝ່ 70%.
ຄໍທໍລະພິດຜະລິດຮໍໂມນຕໍ່າ
ຄົນເຈັບຄໍທໍລະພິດຜະລິດຮໍໂມນຕໍ່າ ສ່ວນຫຼາຍຈະມີອາການກົງກັນຂ້າມ ກັບຄໍທໍລະພິດຮໍໂມນເກີນ ຄື:
ເມີນເສີຍ
ຂີ້ຖີ່
ເຈັບທ້ອງ
ຫາວນອນເລື້ອຍໆ
ນອນຫຼາຍ
ເຖີງຈະມີອາການດັ່ງກ່າວ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຄົນຕຸ້ຍຈະຕ້ອງເປັນຄໍທໍລະພິດສະເໜີໄປ ເບື້ອງຕົ້ນສາມາດສັງເກດຕົນເອງໄດ້ຈາກພຶດຕິກຳໃນອາດີດ ກັບປັດຈຸບັນວ່າມີການປ່ຽນແປງໄປຫຼາຍໜ້ອຍຊຳໃດ ຫາກພົບວ່າມີຄວາມສ່ຽງຄວນໄປກວດເພື່ອຄວາມໝັ້ນໃຈ.
ການຮັກສາຄໍທໍລະພິດທີ່ຜະລິດຮໍໂມນຕໍ່ານັ້ນຈະງ່າຍກ່ວາຄໍທໍລະພິດທີ່ຜະລິດຮໍໂມນເກີນ ເພາະສາມາດຮັກສາໄດ້ດ້ວຍການກິນຮໍໂມນຄໍທໍລະພິດເຂົ້າໄປ ເພື່ອໃຫ້ຮໍໂມນກັບມາຢູ່ໃນລະດັບທີ່ປົກກະຕິ ຮ່າງກາຍສາມາດເຜົາຜານໄດ້ຢ່າງສະໝໍ່າສະເໝີ ໂດຍສ່ວນຫຼາຍຈະຕ້ອງກິນໄປຕະຫຼອດຊີວິດ.
ກ້ອນຕ່ອມຄໍທໍລະພິດ: ອາການທີ່ເກີດຂື້ນ ຄົນເຈັບມັກຈະຮູ້ສຶກວ່າມີກ້ອນເກີດຂື້ນທີ່ຕ່ອມຄໍທໍລະພິດໂດຍອາການອື່ນໆ ຍັງບໍ່ທັນເກີດ ໃນກໍລະນີທີ່ພົບກ້ອນຕ່ອມຄໍທໍລະພິດ ຄົນເຈັບມັກກັງວົນວ່າຈະເປັນມະເຮັງ ຫຼື ບໍ່? ຊື່ງຄໍາຕອບຄືບໍ່ຈໍາເປັນສະເໝີໄປ ໂດຍການຈະຮູ້ວ່າຜົນວ່າເປັນມະເຮັງ ຫຼື ບໍ່ນັ້ນ? ຈະຕ້ອງເຈາະກ້ອນຕ່ອມຄໍທໍລະພິດເພື່ອນຳເຊວໄປກວດ ໂດຍຜ່ານມາພົບວ່າມີພຽງ 5% ເທົ່ານັ້ນທີ່ກວດພົບວ່າເປັນມະເຮັງ ນອກນັ້ນກໍ່ເປັນພຽງກ້ອນທໍາມະດາທີ່ບໍ່ໄດ້ມີອັນຕະ ລາຍຫັຍງ ເຊີ່ງຫາກກ້ອນດັ່ງກ່າວບໍ່ໄດ້ສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈຳວັນໝໍກໍ່ບໍ່ຄວນແນະນໍາໃຫ້ຜ່າຕັດເພາະ ບໍລິເວນນັ້ນມີເສັ້ນສຽງ ແລະ ເສັ້ນເລືອດຈຳນວນຫຼາຍ ແລະ ກໍ່ຄວນເບີ່ງອາການຢ່າງສະໝໍ່າສະເໝີ.
ເມື່ອພົບອາການຜິດປົກກະຕິທີ່ຕ່ອມຄໍທໍລະພິດຕາມຂໍ້ມູນດັ່ງກ່າວຄວນຮີບພົບແພດເພື່ອເຂົ້າການຮັກສາຢ່າທັນທີ.