Home ຂ່າວໜ້າໜຶ່ງ ທ່ານ ບຸນທອງ ຈິດມະນີ ຮ່ວມປູກຕົ້ນໄມ້ ທີ່ ວິທະຍາໄລເຕັກນິກວິຊາຊີບທາງລົດໄຟ ລາວ-ຈີນ

ທ່ານ ບຸນທອງ ຈິດມະນີ ຮ່ວມປູກຕົ້ນໄມ້ ທີ່ ວິທະຍາໄລເຕັກນິກວິຊາຊີບທາງລົດໄຟ ລາວ-ຈີນ

0

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025) ແລະ ວັນເດັກສາກົນ ຄົບຮອບ 101 ປີ (1/6/1925-1/6/2025), ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນ ໃນວັນທີ 1 ມິຖຸນານີ້ ທີ່ ວິທະຍາໄລເຕັກນິກວິຊາຊີບທາງລົດໄຟ ລາວ-ຈີນ ເພື່ອສະເຫຼີມສະຫຼອງ 2 ວັນດັ່ງກ່າວ ໃຫ້ມີຄວາມໝາຍ, ມີເນື້ອໃນ ແລະ ໃຫ້ເປັນຂະບວນການຟົດຟື້ນ ທັງເປັນການໂຄສະນາປູກຈິດສຳນຶກໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ທົ່ວສັງຄົມ ໄດ້ລະນຶກເຖິງຄວາມສໍາຄັນຂອງເດັກ ໃນການສ້າງພື້ນທີ່ສີຂຽວ ໃນສະຖານການສຶກສາ ໃຫ້ມີສະພາບແວດລ້ອມທີ່ດີ ແລະ ທັງເປັນການປະກອບສ່ວນຫຼຸດຜ່ອນພາວະໂລກຮ້ອນ.

ໃນພິທີອັນສະຫງ່າລາສີນີ້, ໃຫ້ກຽດເຂົ້າຮ່ວມ ແລະ ຮ່ວມປູກຕົ້ນໄມ້ ມີ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ, ມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ພ້ອມດ້ວຍຜູ້ບໍລິຫານບໍລິສັດທາງລົດໄຟລາວ-ຈີນ, ລັດວິສາຫະກິດລົດໄຟແຫ່ງຊາດລາວ, ກຸ່ມບໍລິສັດ ກໍ່ສ້າງ ແລະ ຖືຮຸ້ນແຂວງຢຸນນານ, ຄະນະນໍາກະຊວງ ສສກ, ບັນດາຜູ້ຕາງໜ້າໃຫ້ຄູ່ຮ່ວມພັດທະນາ; ມີຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ວິທະຍາໄລແຫ່ງນີ້, ເປັນວິທະຍາໄລ ທີ່ສ້າງຕັ້ງຂຶ້ນໃໝ່ ໂດຍໄດ້ຮັບການສະໜັບສະໜູນ ຈາກ ລັດຖະບານ ສປ ຈີນ ທັງພື້ນຖານໂຄງລ່າງ, ຫຼັກສູດ ແລະ ການກໍ່ສ້າງຄູ-ອາຈານ ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ ສສກ, ຈັດຕັ້ງການຮຽນ-ການສອນ ໃນ 6 ສາຂາຄື: ເຕັກນິກຫົວລົດໄຟ, ເຕັກນິກຕູ້ລົດໄຟ, ສັນຍານທາງລົດໄຟ, ວິສະວະກໍາທາງລົດໄຟ, ຄຸ້ມຄອງຂົນສົ່ງທາງລົດໄຟ ແລະ ສະໜອງໄຟຟ້າທາງລົດໄຟ ຊຶ່ງໄດ້ເລີ່ມຈັດການຮຽນ-ການສອນ ມາແຕ່ວັນທີ 23 ຕຸລາ 2023, ສອນຫຼັກສູດຊັ້ນສູງ ລະບົບ (12+3) ໂດຍຮັບເອົານັກຮຽນທີ່ຈົບ ມັດທະຍົມສຶກສາຕອນປາຍ, ປັດຈຸບັນມີນັກຮຽນ-ນັກສຶກສາທັງໝົດ: 655 ຄົນ, ຍິງ 253 ຄົນ. ການປູກຕົ້ນໄມ້ໃນມື້ນີ້, ຈະປະກອບສ່ວນຕໍ່ການຫັນສະຖານອາຊີວະສຶກສາຕາມທິດສີຂຽວ ກໍຄືສ້າງໃຫ້ສະຖານການສຶກສາໃນຂອບເຂດທົ່ວປະເທດ ກາຍເປັນພື້ນທີ່ສີຂຽວ ມີສະພາບແວດລ້ອມທີ່ດີ ຄຽງຄູ່ກັບການໃຫ້ບໍລິການບັນດາທັກສະສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ ເພື່ອດຶງດູດ ນັກຮຽນ-ນັກສຶກສາ ໃຫ້ເຂົ້າເຖິງສະຖານການສຶກສາໃຫ້ຫຼາຍຂຶ້ນ.

ໃນໂອກາດດັ່ງກ່າວ, ບັນດາທ່ານຜູ້ເຂົ້າຮ່ວມ ຍັງໄດ້ໄປຢ້ຽມຊົມ ຫ້ອງຮຽນທົດລອງຂັບລົດໄຟ ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version