ວິທະຍຸກະຈາຍສຽງຫວຽດນາມ ພາຍຫລັງ 10 ປີ ແຫ່ງການລົງນາມ, ສັນຍາການຄ້າເສລີ ລະຫວ່າງ ສສ ຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ-ເອີຣົບ ໄດ້ກາຍເປັນກຳລັງແຮງຊຸກຍູ້ການເຕີບໂຕດ້ານການຄ້າ, ການລົງທຶນ ລະຫວ່າງ ສອງຝ່າຍໂດຍໄວ. ນີ້ແມ່ນຂໍ້ສັງເກດລວມຂອງຜູ້ຕາງໜ້າບັນດາປະເທດ ໃນການຖະແຫລງຂ່າວສະເຫລີມສະຫລອງ 10 ປີແຫ່ງການລົງນາມໃນສັນຍາ ສະບັບ ດັ່ງກ່າວ (2015 – 2025), ໂດຍສະຖານທູດຣັດເຊຍ ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ຮ່າໂນ້ຍ.ໃນ 10 ປີຜ່ານມາ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກ ຍ້ອນສະພາບພູສາດການເມືອງທີ່ສັບສົນໂດຍພະຍາດລະບາດໂຄວິດ-19 ກໍ່ຂຶ້ນ, ສັນຍາສະບັບນີ້ຍັງສະແດງໃຫ້ເຫັນບົດບາດເປັນກຳລັງໜູນ ຢ່າງແຮງ ໃນການຊຸກຍູ້ ດ້ານການຄ້າ, ການລົງທຶນ ລະຫວ່າງ ສສ ຫວຽດນາມ ກັບບັນດາປະເທດສະຫະພັນເສດຖະກິດອາຊີ-ເອີຣົບ. ໃນນັ້ນວົງເງິນການຄ້າຂອງ ສສ ຫວຽດນາມ ກັບ ຣັດເຊຍ ໄດ້ເພີ່ມຂຶ້ນ 1,3 ເທົ່າກັບເບລາຣຸດ ເພີ່ມຂຶ້ນ 34% ກັບກາຊັກສະຖານເພີ່ມຂຶ້ນທົບ 4,2 ເທົ່າກັບກຽດກີສະຖານເພີ່ມຂຶ້ນທົບ 14,5 ເທົ່າ ແລະ ກັບ ອາກເມເນຍ ເພີ່ມຂຶ້ນເຖິງ 61 ເທົ່າ. ສະເພາະປີ 2024 ວົງເງິນການຄ້າ ສົ່ງອອກຂອງ ສສ ຫວຽດນາມ ໄປຍັງບັນດາ ປະເທດ ສະຫະພາບ ເສດຖະກິດ ອາຊີ-ເອີຣົບ ເພີ່ມຂຶ້ນ 30%, ແລະ ກົງກັນຂ້າມແມ່ນເພີ່ມຂຶ້ນ 20%.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ